ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 17:27:03    
ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ​ປະ​ຊາ​ຄົມ​ໂລກ​ຄວນ​ເອົາ​ໃຈ​ໃສ່​ນຳ​ຜົນ​ປະ ​ໂຫຍດ​ແລະ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ນ້ອຍ​ແລະ​ຜ້ານ​ກາງ​

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 12 ກັນ​ຍາ,ຢູ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ປະ​ຊາ​ຄົມ​ໂລກຄວນ​ເອົາ​ໃຈ​ໃສ່​ນຳ​ຜົນ​ປະ​ໂຫຍ​ດ​ແລະ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ນ້ອຍ​ແລະ​ຜ້ານ​ກາງ​,​ຊ່ອຍ​ປະ​ເທດ​ເກາະດອນ​ນ້ອຍ​ທີ່​ພວມ​ພັດ​ທະ​ນາ​ນັ້ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ຍົກ​ຄວາມ​ສາມາດ​ໃນ​ການ​ຮັບ​ມື​ກັບ​ໄພ​ຕ່າງໆ​ນາໆ, ​ເພື່ອ​ບັນລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ​ຫູ​ຈີນ​ທາວ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວລາ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ກາ​ຢຸມ ປະ​ທາ​ນາ​ທິ​ບໍ​ດີ​ມານ​ດາຍ​ທີ່​ມາ​ຢ້ຽມ​ຢາມ​ຈີນ.

ທານ​ກາ​ຢຸມ​ເວົ້າວ່າ, ຝ່າຍ​ມານ​ດາຍ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ພົວ ພັນ​ກັບ​ຈີນ, ຍິນ​ດີ​ພ້ອມ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທ່ອງ ທ່ຽວ ການ​ທະ​ນາ​ຄານ ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ການ​ປະ​ມົງ​ແລະ​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ເປັນ​ຕົ້ນ. ທ່ານ​ກາ​ຢຸມ​ກ່າວ​ເນັ້ນ​ວ່າ, ນະ​ໂຍ​ບາຍ​ຈີນ​ດຽວ​ແມ່ນ​ພື້ນ​ຖານ​ຂອງ​ນະ​ໂຍບາຍ​ຕໍ່​ຈີນ​ຂອງ​ມານ​ດາຍ,ລັດ ຖະ​ບານ​ມານ​ດາຍ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​​ນະ​ໂຍ​ບາຍ​ດັ່ງ​ກ່າວ.

ມື້​ດຽວ​ກັນ, ທ່ານ​ອຸ​ປາງ​ໂກ ປະ​ທານ​​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກໍ່​ໄດ້​ພົບ​ປະ​ທ່ານ​ກາຢູມ.