ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 17:30:30    
ຜູ່​ຊ່ອຍ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ຫນ້າ​ທີ່​ອັນ​ດັບ​ຫນຶ່ງ​ຂອງ​ຣັດ​ເຊຍ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ

cri Author: sayvanny
ຕາມ​ຂ່າວສານ​ຊີນ​ຮວາ: ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ມົສ​ກູ​ວັນ​ທີ 12 ກັນ​ຍາ,ທ່ານ​ພຼິກ​ໂຮ​ໂຄ ຜູ່​ຊ່ອຍ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ເວົ້າ​ວ່າ, ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ຫນ້າ​ທີ່​ອັນ​ດັບ​ຫນຶ່ງ​ຂອງຣັດ​ເຊຍ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ.

ທ່ານ​ພຼິກ​ໂຮ​ໂຄ​ເວົ້າ​ວ່າ, ດຽວ​ນີ້ ຣັດ​ເຊຍ​ກັບ​ຈີນ​ບໍ່​ມີ​ບັນ​ຫາ​ທາງ​ການ​ເມືອງ, ​ແລະ​ກໍ່​ບໍ່​ມີ​ບັນ​ຫາ​ເສັ້ນ​ຊາຍ​ແດນ,ສອງ​ປະ​ເທດ​ຕ່າງ​ສະ​ຫນັບ​ສະ​ຫນູນ​ແລະ​ຕ່າງ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃນ​ສາ​ກົນ, ​ໄດ້​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ໃນ​ຂົງ​ເຂດ​ການ​ທະ​ຫານ.ທ່ານ​ຫວັງ​ວ່າ​ສອງ​ປະ​ເທດ​ຣັດ​ເຊຍ​ກັບ​ຈີນ​ຈົ່ງ​ແລ່ນ​ໃຫ້​ທັນ​ບາດ ກ້າວ​ແຫ່ງ​ຍຸກ​ສະ​ໄຫມ, ຂຸດ​ຄົ້ນ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຕື່ມ​ອີກ.