ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 17:42:21    
ໂຄສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ​ແຜ່ນ​ດິນ​ໃຫຍ່​ຈີນ​ຫວັງ​ໃຫ້​ສັງ​ຄົມ​ໄຕ້​ຫວັນ​ມີ​ຄວາມ​ສະ​ຫງົບ

cri Author: min
ຕາມ​ຂ່າວCRI: ວັນ​ທີ 13 ກັນຍາ, ​ໃນ​ເວລາ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວກ່ຽວ​ກັບ​ການ​ເຄື່ອນ​ໄຫວ "​ໂຄ່ນ​ລົ້ມ​ເຊີນ​ຊຸຍ​ປຽນ", ທ່ານຫຼີ​ເວີຍ​ອີ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ເວົ້າ​ວ່າ, ພີ່​ນ້ອງ​ໄຕ້​ຫວັນ​ແມ່ນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ປະຊາຊົນ​ແຜ່ນ​ດິນ​ໃຫຍ່, ​ແຜ່ນ​ດິນ​ໃຫຍ່​ຫວັງ​ໃຫ້​ສັງຄົມ​ໄຕ້​ຫວັນ​ມີ​ຄວາມ​ສະຫງົບ, ​ເສດຖະກິດ​ພັດ​ທະ​ນາ, ປະ​ຊາ​ຊົນ​ສາມາດ​ຢູ່ດີມີ​ສຸກ, ບໍ່​ຢາກ​ເຫັນ​ມີ​ເຫດການ​ເຄາະ​ຮ້າຍ​ເກີດ​ຂຶ້ນ.

ທ່ານຫຼີ​ເວີຍ​ອີ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຖະ​ແຫຼງ​ຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກັນຍາ. ທ່ານ​ເວົ້າ​ວ່າ, ​ແຜ່ນດິນ​ໃຫຍ່​ຈີນ​ຈະ​ສືບ​ຕໍ່​ພ້ອມ​ກັນ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ, ​ເດັດດ່ຽວ​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​, ປົກ​ປັກ​ຮັກສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ, ສືບ​ຕໍ່​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໃຫ້​ພັດທະນາ​ໄປ​ສູ່​ທິດ​ສັນ​ຕິພາບ​ແລະ​ຄວາມ​ໝັ້ນຄົງ.

ແຕ່​ວັນ​ທີ 9 ກັນຍາ​ເປັນ​ຕົ້ນ​ມາ, ມວນ​ຊົນ​ໄຕ້​ຫວັນ​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ນັ່ງມິດ, ຮຽກຮ້ອງ​​ໃຫ້​ທ່ານ​ເຊີນ​ຊຸຍ​ປຽນ ຜູ້ນຳເຈົ້າ​ໜ້າ​ທີ່​​ໄຕ້​ຫວັນ​ລາ​ອອກ​ຈາກ​ຕຳ​ແໜ່​ງ.