ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 18:32:41    
ແຜ່ນ​ດິນ​ໃຫຍ່​ຈີນ​ຈະ​ສືບ​ຕໍ່​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ໄຕ້​ຫວັນ​ມາ​ພັດ​ທະ​ນາ​ຢູ່​ແຜ່ນ​ດິນ​ໃຫຍ່

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 13 ກັນຍາ, ທ່ານ​ເຢ້​ເຄີ້​ຕົງ ຮອງ​ຫົວ​ຫນ້າ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ເວົ້າ​ວ່າ, ຝ່າຍ​ແຜ່ນ​ດິນ​ໃຫຍ່​ຈີນ​ຈະ​ສືບ​ຕໍ່​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ໄຕ້​ຫວັນ​ມາ​ພັດ​ທະ​ນາ​ຢູ່​ແຜ່ນ​ດິນ​ໃຫຍ່,ປົກ​ປັກ​ຮັກ​ສາ​ສິດ​ທິ​ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດ​ຫມາຍ​ຂອງ​ນັກ​ທຸ​ລະ​ກິດ​ໄຕ້​ຫວັນ​ຢ່າງ​​ແທ້​ຈິງ, ຍິນ​ດີ​ຮັບ​ຟັງ​ຄວາມ​ເຫັນ​​ແລະ​ຂໍ້​ສະ​ເຫນີ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ.

​ໃນ​ເວລາ​ເຂົ້າ​ຮ່ວມ​​ເວ​ທີ​ປາ​​ໃສ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ລະ ຫວ່າງ​ວິ​ສາ​ຫະ​ກິດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ທີ​ສອງ​ທີ່​ໄຂ​ຂຶ້ນ​ຢູ່​ເມືອງ​ຊີ​ອານ ຕົວ​ເມືອງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ທ່ານ​ເຢ້​ເຄິ້​ຕົງ​ເວົ້າ​ວ່າ, ວິ​ສາ​ຫະ​ກິດ​ໄຕ້​ຫວັນ​ມີ​ທ່າ​ແຮງ​ໃນ​ດ້ານ​ເຕັກ​ນິກ​ແລະ​ການ​ຄຸ້ມ​ຄອງ,​ ສາມາດ​ອາ​ໄສ​ຕະ ຫລາດ​ອັນ​ກວ້າງ​ຂວາງ​ຂອງ​ແຜ່ນ​ດິນ​ໃຫຍ່,ມາ​ຕາບ​ຈູນ​ຊັບ​ພະ​ຍາ​ກອນ​ທີ່​ບໍ່​ພຽງ​ພໍ​ຂອງ​ຕົນ.​ໃຕ້​ເບື້ອງ​ຫລັງ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ,ວິ​ສາ​ຫະ​ກິດ​ຂອງ​ສອງ​ຝັ່ງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືຈະ​ມີ​ຄວາມ​ຫມາຍ​ສຳ​ຄັນ​ຕໍ່​ການ​ຍົກ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ຄວາມ​ສ່ຽງ​ໃຫ້​ສູງ​ຂຶ້ນ​ແລະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​​ແບບ​ຍືນ​ຍົງ.