ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 14:20:55    
ທ່ານ​ປູ​ຕີນ​ເວົ້າ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ຈີນ​ຈະຮັກ​ສາ​ລະ​ດັບ​ດີກ​ວ່າ​ໝູ່​ຢ່າງ​ຍາວ​ນານ

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານ​ປູ​ຕີນ ປະ​ທາ​ນາທິ​ບໍດີ​ຣັດ​ເຊຍ​​ເວົ້າ​ວ່າ,ຣັດ​ເຊຍ​ກັບ​ຈີນ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນດ້ານ​ການ​ເມືອງ​ແລະ​ເສດຖະກິດ​ຢ່າງ​ກວ້າງ​ຂວາງ,ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ຮັກສາ​ລະດັບ​ດີກ​ວ່າ​ໝູ່​ຢ່າງ​ຍາວ​ນານ.

ວັນ​ທີ 13 ກັນ​ຍາ,ເວັບ​ໄຊ​ປະທາ​ນາທິ​ບໍດີ​ຣັດ​ເຊຍ​ໄດ້​​ເຜີຍ​ແຜ່​ຄຳ​ປາ​ໄສ​ຂອງ​ທ່ານ​ປູ​ຕີນ​ໃນ​ເວ​ລາ​ພົບ​ປະ​ນັກວິຊາ​ການ​ຕ່າງປະ​ເທດ​ໃນ​ຫວ່າງ​ມໍ່ໆ​ນີ້.ທ່ານ​ປູ​ຕີນ​ເວົ້າ​ວ່າ,ການ​ພົວພັນຣັດ​​ເຊຍ​ຈີນ​ໃນ​ສະ​ເພາະ​ໜ້າ​ນີ້,​ແມ່ນຕິດ​ແທດ​ຕົວ​ຈິງ​ແລະ​ມີ​ໄມຕີ​ຈິດ,ພວມ​ຢູ່​ໃນ​ໄລຍະ​ດີກ​ວ່າ​ໝູ່​ໃນ​ປະຫວັດສາດ.ສະພາບ​ການ​ເມືອງ​ສາກົນ​ແລະ​ທ່ວງທ່າ​ພັດທະນາ​ຂອງ​ໂລກ​​ໄດ້ຕັດສິນວ່າ,ຣັດ​ເຊຍ​ກັບ​ຈີນ​ຈະ​ຮັກສາ​ການ​ພົວພັນ​ທີ່​ດີກ​ວ່າ​ໝູ່​ຢ່າງ​ຍາວ​ນານ.

ທ່ານ​ປູ​ຕີນ​ກ່າວ​ເນັ້ນ​ວ່າ,ຣັດ​ເຊຍ​ກັບ​ຈີນ​ນອກ​ຈາກ​ມີ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ​ທີ່​ເປັນ​ເອກະ​ສັນ​ກັນ​ແລ້ວ,ຍັງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ດ້ານ​ເສດ​ຖະກິດ,ນີ້​ສະ​ແດງ​ໃຫ້​ເຫັນ​ຢູ່​​ໃນ​ຂົງ​ເຂດ​ຕ່າງໆ​​ເຊັ່ນ ການ​ປຸງ​ແຕ່ງ​ໄມ້ ການ​ບິນ​ອາ​ວະ​ກາດ ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ​ແລະ​ພະລັງງານ​ເປັນ​ຕົ້ນ.