ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 14:32:39    
ຈີນ​ມີ​ເຈດ​ຈຳ​ນົງ​ໃຫ້​ເພີ່ມ​ທະວີ​ການ​ເຈລະ​ຈາ ​ເພີ່ມ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັນ​​ໃຫ້​ຫຼາຍ​ຂຶ້ນ​ໃນ​ບັນ​ຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ

cri Author: cai
ຕາມ​ຂ່າວສານ​ຊີນ​ຮວາ:ວັນ​ທີ 13 ກັນຍາ,ກອງ​ປະຊຸມ​ຄະນະ​ກຳມະ​ການ​ບໍລິ​ຫານ​ງານ​ອົງການ​ພະລັງງານ​ປະລະ​ມານູ​ສາກົນ​ທີ່​ຈັດ​ຂຶ້ນ​ຢູ່ວຽນ​ໄດ້​ພິຈາລະນາ​ບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ,ທ່ານ​ຖາງ​ກົວ​ຊຽງ ຜູ້​ຕາງ​ໜ້າຈີນ​ປະຈຳ​ສຳ​ນັກ​ງານ​ສະຫະ​ປະຊາ​ຊາດ​ທີ່​ວຽນ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ,ທ່ານ​ກ່າວ​ເນັ້ນ​ວ່າ,ຈີນ​ມີ​ເຈດ​ຈຳນົງ​ຢາກ​ໃຫ້​ເພີ່ມ​ທະວີ​ການ​ເຈ​ລະ​ຈາ ​ເພີ່ມ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຫຼຸດ​ຄວາມ​ລະ​ແວງ​ສົງ​ໄສ​ໃຫ້​ໜ້ອຍ​ລົງໃນ​ບັນ​ຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ.

ທ່ານ​ຖາງ​ກົວ​ຊຽງ​ເວົ້າວ່າ,​ນັບແຕ່​ທ້າຍ​ປີ​ກາຍ​ມາ​ນີ້,ສະຖານະ​ການ​ແຫຼມ​ເກົາຫຼີ​ໄດ້​ເກີດ​ມີ​ປັດ​ໄຈ​ທີ່​ສັບ​ສົນ​ອັນ​ໃໝ່​ຄື​ບັນຫາ​ການ​ເງິນ​ກ່ຽວ​ກັບສ.ປ.ປ.​ເກົາ​ຫຼີ​​ແລະ​ບັນຫາ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ​ສ.ປ.ປ.​ເກົາ​ຫຼີ​ເປັນ​ຕົ້ນ,​ເຮັດ​ໃຫ້ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ຢຸດ​ສະ​ງັກ.ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງຈະ​ແຈ້ງວ່າ,ປະ​ເທດ​ທີ່​ກ່ຽວຂ້ອງ​ມີ​ຄວາມ​ເຫັນຂັດ​ແຍ່ງກັນ​ແລະ​ບໍ່​ຕິດຕໍ່​ພົວພັນ​ກັນ​ເປັນ​ເວລາ​ດົນ​ນານ,ຈຶ່ງ​ເຮັດ​ໃຫ້ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຢ່າງໜັກ​ໜ່ວງ.

ທ່ານ​ຖາງ​ກົວ​ຊຽງ​ຊີ້​ອອກ​ວ່າ,ການ​ເຈລະ​ຈາ 6 ຝ່າຍ​ຍັງ​ຄົງ​ແມ່ນ​ກົນ​ໄກ​ທີ່​ບັງ​ເກີດ​ຜົນ​ກວ່າ​ໝູ່​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາຫຼີ.ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ໃຈ​​ເຢັນ​ແລະ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້,ສະ​ແດງ​ຄວາມ​ຄ່ອງ​ແຄ້​ວ,ປ້ອງ​ກັນ​ບໍ່​ໃຫ້​ສະຖານະ​ການ​ສັບສົນ​ຂຶ້ນ​ອີກ,ພະຍາຍາມໃຫ້ຟື້ນ​ຟູການ​ເຈລະຈາ 6 ຝ່າຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.