ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 14:42:47    
ທ່ານ​ອານ​ນັນ​ເວົ້າ​ວ່າ ຜູ້​ນຳ​ປະ​ເທດ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ສ່ວນ​ຫຼາຍ​ເຫັນ​ວ່າ ສົງ​ຄາມ​ອີ​ຣັກ​ແມ່ນ​ໄພ​ພິ​ບັດ​ແທ້ໆ

cri Author: min
ຕາມຂ່າວ CRI: ວັນ​ທີ 13 ກັນຍາ, ທ່ານ​ໂກ​ຟີ ​ອານ​ນັນ​ເລຂາ​ທິ​ການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊີ້​ອອກ​ວ່າ, ຫວ່າງ​ມໍ່​ໆ​ນີ້, ​ເວລາ​ໄປ​ຢ້ຽມຢາມ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ນັ້ນ, ທ່ານ​ໄດ້​ຊາບ​ວ່າ, ຜູ້ນຳ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ສ່ວນ​ຫຼາຍ​ເຫັນ​ວ່າ, ສົງຄາມ​ອີຣັກທີ່​ອາ​ເມ​ລິ​ກາກໍ່​ຂຶ້ນ​​ໄດ້​ນຳ​ໄພພິບັດ​ອັນ​ແທ້​ຈິງ​ມາ​ໃຫ້​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

ທ່ານ​ອານ​ນັນ​​ເວົ້າ​ວ່າ, ສົງຄາມ​ອີຣັກ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ປັ່ນ​ປ່ວນ, ​ແລະ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຕົກ​ຢູ່​ໃນ​ສະພາບ​ກືນ​ບໍ່​ເຂົ້າ​ຄາຍ​ບໍ່​ອອກ. ກອງ​ທະຫານ​ອາ​ເມ​ລິ​ກາ​ຄວນ​ຖອນ​ອອກ​ຈາກ​ອີຣັກ​ໃນ​ເວລາ​ອັນ​ເໝາະ​ສົມ.

ວັນ​ທີ 13 ກັນຍາ, ​ຢູ່​ເຕເຮ​ລານ​, ໃນ​ເວລາ​ພົບ​ປະ​ທ່ານ​ນົວຣີ ອານ ມາລີ​ຄີ ນາຍົກ​ລັດຖະ​ມົນຕີ​ອີຣັກ​ທີ່​ໄປ​ຢ້ຽມຢາມ, ທ່ານ​ອາລີ ຮາ​ເມ​ເນ​ອີ ຜູ້ນຳ​ສູງ​ສຸດ​ອີຣານ​ເວົ້າ​ວ່າ, ຖ້າ​ທະຫານ​ຕ່າງ​ປະ​ເທດ​ຖອນ​ອອກ​ຈາກ​ອີຣັກ​, ບັນຫາ​ທັງ​ຫຼາຍ​ທີ່​ອີຣັກ​ພວມ​ປະ​ເຊີນ​ໃນ​ສະ​ເພາະ​ໜ້າ​ນີ້​ກໍ​ຈະ​ໄດ້​ຮັບ​ການ​ແກ້​ໄຂ. ທ່ານ​ຍັງ​ໄດ້​ກ່າວຢ້ຳ​ເຖິງ​ການສະ​ໜັບສະ​ໜູນຂອງ​ອີຣານ​ທີ່​ມີ​ຕໍ່​ລັດ​ຖະ​ບານ​ອີຣັກ. ​ໃນ​ການ​ພົບ​ປະ, ທ່ານ​ມາລີ​ຄີ​ ນາຍົກ​ລັດຖະ​ມົນຕີ​ອີຣັກ​ກ່າວ​ເນັ້ນ​ວ່າ, ການ​ຂະຫຍາຍ​ການ​ພົວພັນ​ໄມຕີ​ຈິດ​ກັບ​ອີຣານ​ແມ່ນ​ນະ​ໂຍບາຍ​ບູລິ​ມະ​ສິດ​ຂອງ​ການ​ຕ່າງ​ປະ​ເທດ​ອີຣັກ.