ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 16:45:58    
ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຄັດ​ຄ້ານ​ການ​ສ້າງ​ກຳ​ແພງ​ຕໍ່​ຜະ​ລິດ​ຕະ​ພັນ​ຈີນ​ຍ້ອນ​ການ​ເສຍ​ປຽບ​ດຸນ​ການ​ຄ້າ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 13 ກັນ​ຍາ,ທ່ານ​​ເຮນ​ຣີ​ປາວ​ຊັນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກ່າວ​ເນັ້ນ​ວ່າ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ສ້າງ​ກຳ​ແພງ​ຕໍ່​ຜະ​ລິດ​ຕະພັນ​ຈີນ​ຍ້ອນ​ບັນຫາ​​ການ​ຄ້າຂອງ​ອາ​ເມ​ລິ​ກາ​ເສຍ​ປຽບ​​ຕໍ່ຈີນ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໃສ​ກ່ຽວ​ກັບ​ບັນຫາ​ເສດ​ຖະ​ກິດ​ສາ​ກົນ​ຢູ່​ກະ​ຊວງ​ການ​ເງິນ, ທ່ານ​ປາວ​ຊັນ​ເວົ້າ​ວ່າ, ​ເຖິງ​ວ່າ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຈະ​ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ໃນ​ສະ​ເພາະ​ຫນ້າ​ນີ້​ກໍ່​ຕາມ, ​ແຕ່​ຊ້ຳ​ພັດ​ໄດ້​ຮັບ​ການ​ພາດ​ໂອກາດ​ໃນ​ອະ​ນາ​ຄົດ​ເປັນ​ສິ່ງ​ຕອບ​ແທນ.ສະ​ນັ້ນ, ອາ​ເມ​ລິ​ກາ​ຈະ​ບໍ່​ເອົາ​ສົນ​ໃຈນຳ​ລັດ​ທິ​ປົກ​ປ້ອງ​ແລະ​ລັດ​ທິ​​ໂດດ​ດ່ຽວ.

ທ່ານ​ປາວ​ຊັນ​ເວົ້າ​ວ່າ, ​ໃນ​ເສດ​ຖະ​ກິດ​ທົ່ວ​ໂລກ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາ​ເມ​ລິ​ກາ​ແລະ​ຈີນ​ແມ່ນ​ພົວ​ພັນ​ກັນ, ການ​ທຳ​ຄວາມ​ພະ​ຍາ​ຍາມ​ໃນ​ບັນ​ຫາ​ລະ​ຫວ່າງ​ສອງ​ຝ່າຍ​ແລະ​ຫລາຍ​ຝ່າຍ,ຈະ​ສົ່ງ​ຜົນ​ສະ​ທ້ອນ​ທີ່​ດີ​ທີ່​ສຸດ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ທົ່ວ​ໂລກ​ເຕີບ​ໂຕ​ຢ່າງ​ປອດ​​ໃສ.