ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 17:11:05    
ຈີນ​ຈະ​ເພີ່ມ​ການ​ກໍ່​ສ້າງ​ວິ​ທະ​ຍຸ ຮູບ​ເງົາ​ແລະ​ໂທ​ລະ​ພາບ​ຢູ່​ຊົນ​ນະ​ບົດ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 14 ກັນ​ຍາ,​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫລງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ເພື່ອ​ແນະ​ນຳ​ໂຄງ​ຮ່າງ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ໄລ​ຍະ 5 ປີ​ຄັ້ງ​ທີ 11,ທ່ານ​ນາງ​ຈ້າວ​ສື ​ເຈົ້າ​ຫນ້າ​ທີ່​ກົມ​ໃຫຍ່​ວິ​ທະ​ຍຸ ​ຮູບ​ເງົາ​ແລະ​ໂທ​ລະ​ພາບ​ຈີນ​ເວົ້າ​ວ່າ,​ໃນ 5 ປີ​ຂ້າງ​ຫນ້າ​ນີ້, ຈີນ​ຈະ​ເພີ່ມ​ການ​ກໍ່​ສ້າງ​ວິ​ທະ​ຍຸ ຮູບ​ເງົາ​ແລະ​ໂທ​ລະ​ພາບ​ຢູ່​ຊົນ​ນະ​ບົດ.

ທ່ານ​ນາງ​ຈ້າວ​ສື​ເວົ້າ​ວ່າ, ​ເມື່ອ​ຮອດ​ປີ 2010, ​ໃນ​ບ້ານ​ນ້ອຍ​ຊົນ​ນະ​ບົດ​ທີ່​ມີ 20 ຄອບ​ຄົວ​ຂຶ້ນ​ໄປ​ແລະ​ມີ​ໄຟ​ຟ້າ​ໃຊ້​ແລ້ວ​ນັ້ນ​ຈະ​ໄດ້​ເບິ່ງ​ໂທ​ລະ​ພາບ 8 ຊ່ອງ​ແລະ​ຈະ​ໄດ້​ຮັບ​ຟັງ​ວິ​ທະ​ຍຸ 4 ຊ່ອງ;ພື້ນ​ຖານ​ໂຄງ​ລ່າງ​ແລະ​ເງື່ອນ​ໄຂ​ດ້ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ແລະ​ເຂດຊົນ​ເຜົ່າ​ສ່ວນ​ຫນ້ອຍ​ທີ່​ຢູ່​ເຂດ​ຊາຍ​ແດນ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ,​ແລະ​ເປີດ​ກວ້າງ​ເນື້ອ​ທີ່​ທີ່ໄດ້​ຮັບ​ສັນ​ຍານ​ໂທ​ລະ​ພາບ​ແລະ​ວິ​ທະ​ຍຸ;ລັດ​ຖະ​ບານ​ຍັງ​ຈະ​ປະ​ຕິ​ບັດ​ໂຄງ​ການ​ສາຍ​ຮູບ​ເງົາ​ຢູ່​ຊົນ​ນະ​ບົດ,​ເມື່ອ​ຮອດ​ປີ 2010, ຈະ​ບັນລຸ​ເປົ້າ​ຫມາຍ​ທີ່​ໃຫ້​ບ້ານ​ຫນຶ່ງ​ໄດ້​ເບິ່ງ​ຮູບ​ເງົາ​ເລື່ອງ​ຫນຶ່ງ​ຕໍ່​ເດືອນ.