ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 20:38:17    
ຝ່າຍ​ຈີນ​ສົ່ງ​ເສີມ​ໃຫ້​ສປປ​ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ​ຕິດ​ຕໍ່​ກັນ​ໂດຍ​ກົງ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ຟຶ້ນ​ຟູ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ

cri Author: shuo

ຕາມຂ່າວCRI:ມື້ນີ້(ວັນທີ14ກັນຍາ),​ໃນ​ກອງ​ປະ​ຊຸມ​ນັກ​ຂ່າວ​ປະ​ຈຳ,​ທ່ານ​ຊິນ​ກ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ສົ່ງ​ເສີມ​ແລະ​ສະ​ໜັບ​ສະ​ໜູນ​ໃຫ້​ສປປ​ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ​ຕິດ​ຕໍ່​ພົວ​ພັນ​ໂດຍ​ກົງ,​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ຕ່າງ​ສົນ​ໃຈ​ນຳ,​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ຟຶ້ນ​ຟູ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ.

ໃນເວລາຕອບຄຳຖາມກ່ຽວກັບບັນຫາທີ່ຈີນມີແຜນຈະດັດແກ້ສົນທິສັນຍາວ່າດ້ວຍການ ຮ່ວມມື​ດ້ວຍ​ໄມ​ຕີ​ຈິດ​ແລະ​ຊ່ອຍ​ເຫຼືອ​ກັນ​ລະ​ຫວ່າງ​ຈີນ​ກັບ​ສປປ​ເກົາ​ຫຼີ​ຫຼື​ບໍ່,​ທ່ານ​ເຊິນ​ກ່າງ​ເວົ້າ​ວ່າ,​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ກັບ​ສປປ​ເກົາ​ຫຼີ​ຢ່າງ​ບໍ່​ຢຸດ​ຢັ້ງ​ແມ່ນ​ນະ​ໂຍ​ບາຍ​ຂອງ​ຈີນ​ໂດຍ​ຕະ​ຫຼອດ,​ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ແລະ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງ​ການ ພົວ​ພັນ​ໄມ​ຕີ​ຈິດ​ລະ​ຫວ່າງ​ຈີນ​ກັບ​ສປປ​ເກົາ​ຫຼີ,​ຝ່າຍ​ຈີນ​ບໍ່​ໄດ້​ພິ​ຈາ​ລະ​ນາ​ວ່າ​ຈະ​ດັດ​ແກ້​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.

ທ່ານກ່າວເນັ້ນວ່າ,ຝ່າຍຈີນຂະຫຍາຍການພົວພັນກັບສປປເກົາຫຼີແມ່ນເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ,​ປົກປັກຮັກສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫຼມ​ເກົາ​ຫຼີ.