ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 21:47:29    
ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ສີ​ຂຽວ​ຈະ​ໃຊ້​ລົດ​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​(ສຽງ)

cri Author: shuo

​​​​​​​​​​​​
​"ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ"​ແມ່ນ​ໜຶ່ງ​ໃນ​ທັດສະນະ​ຄະຕິ​ສາມ​ຂໍ້​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ2008.ອຳນາດ​ການ​ປົກຄອງ​ນະຄອນ​ປັກ​ກິ່ງ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ສ້າງ ສາ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.​ໃນ​ນັ້ນ,​ການ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ຂອງ​ລົດ​ໃຫ້​ໜ້ອຍ​ລົງ​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ອັນ​ໜຶ່ງ,​ຫວ່າງ​ມໍ່ໆ​ນີ້,​ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກ​ສ່ວນ​ທີ່​ກ່ຽວ ຂ້ອງ​ວ່າ,​ລົດ​ທີ່​ໃຊ້​ໃນ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ​2008​ລ້ວນ​ແຕ່​ແມ່ນ​ລົດ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທັງ​ໝົດ,​ໃນ​ນັ້ນ,​ລົດ​ທີ່​ໃຊ້​​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ທີ່​ຈີນ​ຄົ້ນ​ຄວ້າ​ຜ​ະລິດ​ເອງ​ນັ້ນ​ຍ້ອນ​ບໍ່​ມີ​ສິ່ງ​ເຊື່ອມ​ພິດ​ເດັດ​ຖານ​ຈະ​ເປັນ​ສັນ​ຍະ​ລັກ​ທີ່​ໂຄ​ສະ​ນາ​ທັດ​ສະ​ນະ​ຄະ​ຕິ​"ງານ​ກິ ລາ​ໂອ​ລິມ​ປິກ​ສີ​ຂຽວ"​ຂອງ​ປັກ​ກິ່ງ.​

​ໃນ​ສິບ​ປີ​ມາ​ນີ້,ຄວັນ​ຈາກ​ລົດ​ແມ່ນ​ໃດ້ສ້າງ​ມົນ​ລະ​ພິດ​ທາງ​ອາກາດ​ໃຫ້​ປັກ​ກິ່ງ​ຮ້າຍ​ແຮງ​ກວ່າ​ໝູ່,ນັບ​ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ປີ​ນີ້,​ລົດ​ຍົນ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ມີ​2​ລ້ານ​7​ແສນ​3​ໝື່ນ​ຄັນ,​ຄາດ​ວ່າ​ຮອດ​ທ້າຍ​ປີ​ນີ້​ຈະ​ສູງ​ເຖິງ3​ລ້ານ​ຄົນ.​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ເຄີຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເດັດ​ດ່ຽວ​ວ່າ,​ຈະ​ຄວບ​ຄຸມ​ປະ​ລິ ມານ​ຂອງ​ຄວັນ​ລົດ​ແລະ​ການ​ລະ​ບາຍ​ມົນ​ລະ​ພິດ​ອື່ນໆ​ຢ່າງ​ເຂັ້ມງວດ,​ແລະ​ຮັບປະກັນ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ສະ​ພາບ​ອາກາດ​ທີ່​ບໍ່​ດີ​ກໍ​ຕາມ,​ກໍ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ຄຸນ​ນະພາ​ບອາ ກາດ​ຂອງ​ປັກ​ກິ່ງ​ບັນ​ລຸ​ໄດ້​ຕາມ​ມາດ​ຖາມ​ທີ່​ຄະ​ນະ​ກຳ​ມະ​ການ​ງານ​ກິລາ​ໂອ​ລິ​ມປິກ​ສາກົນ​ວາງ​ໄວ້.ຍ້ອນ​ຄວາມ​ຮັບ​ຜິດ​ຊອບ​ດັ່ງ​ກ່າວ,​ປັກ​ກິ່ງ​ຈຶ່ງ​ຈຳ​ເປັນ​ຕ້ອງ​ພັດ​ທະ​ນາ​ລົດ​ປອດ​ມົນ ລະ​ພິດ​ແບບ​ໃໝ່.​ອີງ​ຕາມ​ທ່ວງ​ທ່າ​ພັດ​ທະ​ນາ​​ໃນ​ໂລກ​ປະ​ຈຸ​ບັນ,​ລົດ​ທີ່​ໃຊ້​ໄຟ​ຟ້າ​ເປັນ​ພະ​ລັງ​ງານ,​ໂດຍ​ສະ​ເພາະ​ແມ່ນ​ລົດ​ທີ່​ໃຊ້​ແຕ່​ໄຟຟ້າ​ເປັນ​ພະ​ລັງ​ງານ​ຢ່າງ​ດຽວ​ທີ່​ບໍ່​ມີ​ຄວັນ​ພິດ​ຈັກ ໜ້ອຍ​ນັ້ນ​ໄດ້​ກາຍ​ເປັນ​ການ​ເລືອກ​ອັນ​ດັບ​ໜຶ່ງ​ຂອງ​ນະ​ຄອນ​ປັກ​ກິງ.

ໃນ​ງານ​ກິລາ​ໂອ​ລິ​ມປິກ​ຫຼາຍຄັ້ງກ່ອນ ​ເຊັ່ນ​ງານ​ກິລາ​ໂອ​ລິມປິກ​ແອັດ​ລັນ​ຕາ​ອາ​ເມ​ລິ​ກາ ​ງານ​ກິລາ​ໂອ​ລິມປິກຊິດ​ນີ​ອົສ​ຕຼາ​ລີ ພ້ອມ​ດ້ວຍ​ງານ​ກິ​ລາ​ໂອ​ລິມປິກ​ອາ​ແຕນ​ເກຼັກ​ກໍ່​ໄດ້​ໃຊ້​ລົດ​ທີ່​ໃຊ້​ແຕ່​ໄຟຟ້າ​ເປັນ​ພະ​ລັງ​ງານ​ຄື​ກັນ.​ຍ້ອນ​ມັນ​ມີ​ລັກ​ສະ​ນະ​ພິ​ເສດ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,ລົດ​ແບບ​ນີ້​ໄດ້​ກາຍ​ເປັນ​ພາ​ຫະ​ນະ​ຕົ້ນຕໍ​ຂອງ​ຕົວ​ເມືອງ​ທີ່​ຈັດ​ງານ​ກິລາ​​ໂອລິ​ມປິກ​ໃຊ້​ມາ​ໂຄສະນາ​ຫົວ​ຂໍ້​ສີຂຽວ.

ນະຄອນ​ປັກ​ກິ່ງ​ທີ່​ຖື​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ​ເປັນ​ເປົ້າໝາຍ​ນັ້ນຍ່ອມ​ຈະ​ນ້ອຍ​ໜ້າ​ເມືອງ​ອື່ນ​ບໍ່​ໄດ້.ທ່ານ​ເຈີ້​ງຈີ​ຊຸ່ນ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ນະ​ຄອນ​ປັກ​ກິ່ງ​ທີ່​ຮັບ​ຜິດ​ຊອບ​ຄົ້ນ​ຄວ້າ​ພັດ​ທະ​ນາ​ລົດ​ທີ່​ໃຊ້​ໄຟຟ້າ​ເປັນ​ພະລັງງານ​ນັ້ນ​ໄດ້ ແນະ​ນຳ​ແຜນ​ການ​ໃຊ້​ລົດ​ຂອງ​​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ​2008,​ທ່ານ​ເວົ້າ​ວ່າ:​"ຕາມ​ການ​ຊາບ​ຈາກ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ໃນ​ໄລຍະ​​ງານ​ກິລາ​ໂອ​ລິມ​ປິກ​ປີ​2008​ຈະ​ໃຊ້​ລົດ1​ພັນ5​ຮ້ອຍ​ຄັນ.​ຕາມ​ຄວາມ​ຮຽກ​ຮ້ອງ,​ລົດ​1500​ຄັນ​ນີ້​ຕ້ອງ​ແມ່ນ​ລົດ​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ທັງ​ໝົດ.​ລົດ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ມີ​ຫຼາຍ​ຊະ​ນິດ,​ເຊິ່ງ ລວມທັງ​ລົດ​ທີ່​ໃຊ້​ນ້ຳມັ​ນ​ເປັນ​ພະ​ລັງ​ງານ ລົດ​ທີ່​ໃຊ້​ນ້ຳ​ມັນ​ແລະ​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ປົນ​ກັນ​ແລະ​ລົດ​ທີ່​ໃຊ້​​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ.​ລົດ​ທີ່​ບໍລິການ​ງານ​ກິ​ລາ​ໂອ​ລິມ​ປິກ​ໂດຍ​ກົງ​ຕ້ອງ​ຕອບ​ສະ​ໜອງ​ຕາມ​ເງື່ອນ​ໄຂ​ຂອງ​​ງານ​ກິລາ​ໂອ​ລິມ​ປິກ ຄື ຕ້ອງ​ຊ່ອຍ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.​ສັງ​ເກດ​ຈາກ​ສະ​ພາບ​ການ​ໃນ​ຫຼາຍ​ປີ​ມາ​ນີ້ ຄື ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ປັກ​ກິ່ງ​ສະ​ໜັບ​ສະ​ໜູນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ລົດ​ເມ​ໃຫຍ່​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ ງານ​ຢ່າງ​ດຽວ​ນັ້ນ​ເຫັນ​ໄດ້​ວ່າ,​ຮອດ​ປີ​2008,​ພວກ​ເຮົາ​ສາ​ມາດ​ເອົາ​ລົດ​ເມ​ໃຫຍ່​ທີ່​ໃຊ້​ແຕ່​ໄຟ ຟ້າ​ເປັນ​ພະ​ລັງ​ງານ​ປະ​ມານ​50​ຄັນ​ບໍ​ລິ​ການ​ໃນ​ເຂດ​ໃຈ​ກາງ​ຂອງ​​ງານ​ກິ​ລາ​ໂອ​ລິມ​ປິກ.​ລົດ​ເຫຼົ່າ​ນີ້​ແມ່ນ​ກາຈີນ​ແລະ​ມີ​ລິ​ຂະ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ​ຢ່າງ​ສົມ​ບູນ."

ລົດ​ທີ່​ໃຊ້​ໄຟຟ້າ​ເປັນ​ພະລັງງານ​ໝາຍ​ເຖິງ​ລົດ​ທີ່​ໃຊ້​ພະລັງງານ​ໄຟຟ້າ​ສ່ວນ​ໜຶ່ງ​ ຫຼື​ໃຊ້​ແຕ່​ພະ​ລັງ​ງານ​ໄຟ​ຟ້າ​ເປັນ​ແມ່​ແຮງ,​ອີງ​ຕາມ​ຫຼັກ​ມູນ​ແລະ​ທິດ​ພັດທະນາ​ຂອງ​ລົດ​ຍົນ,​ໃນ​ໂລກ​ປະຈຸ​ບັນ,ລົດ​ທີ່​ໃຊ້​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ທີ່​ໃຊ້​ໄດ້​ຢ່າງ​ແທ້​ຈິງ​​ແບ່ງ​ເປັນ​ສອງ​ປະ​ເພດ ຄື​ລົດ​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ພຽງ​ຢ່າງ​ດຽວ​ແລະ​ລົດ​ທີ່​ໃຊ້​ໄຟຟ້າ​ແລະ​ນ້ຳ​ມັນ​ເປັນ​ພະ​ລັງ​ງານ​ປົນ​ກັນ.​ໃນ​ສອງ​ປະ​ເພດ​ນີ້,​ລົດ​ທີ່​ໃຊ້​ໄຟຟ້າ​​ແລະ​ນ້ຳມັນ​ເປັນ​ພະ​ລັງ​ງານ​ປົນ​ກັນ​ນັ້ນ​ໄດ້​ຖືກ​ນຳ​ໃຊ້​ຫຼາຍ​ກວ່າ​ໝູ່,​ເພາະ​ວ່າ​ມັນ​​ໃຊ້​ສອງ​ແມ່​ແຮງ ຄື ພະ​ລັງ​ໄຟ​ຟ້າ​ແລະ​ນ້ຳ ມັນ,​ຍ້ອນ​ໃຊ້​ນ້ຳມັນ​ຈຶ່ງ​ບໍ່​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຄື​ລົດ​ທີ່​ໃຊ້​ແຕ່​ໄຟ​ຟ້າ ​ແລ່ນ​ບໍ່​ໄກ​ປານ​ໃດ ​ແລະ​ແລ່ນ​ຊ້າ​ເປັນ​ຕົ້ນ.​ແຕ່​ຍ້ອນ​ວ່າ​ມັນ​ໃຊ້​ນ້ຳ​ມັນ​ເປັນ​ພະລັງ​ງານ,​ຍ່ອມ​ຈະ​ລະ​ບາຍ​ຄວັນ​ພິດ​ອອກ​ມາ​ໜ້ອຍ​ໜຶ່ງ.

ສ່ວນ​ລົດ​ທີ່​ໃຊ້ແຕ່ໄຟຟ້າເປັນພະລັງງານນັ້ນ,ມັນຈະບໍ່​ມີ​ຄວັນ​ພິດ​ເລີຍ,​ແມ່ນ​ລົດ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຢ່າງ​ແທ້​ຈິງ.ແຕ່ຍ້ອນ​ວ່າ​ເຕັກ​ນິກ​ຍັງ​ບໍ່​ສູງ,​ລົດ​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ຢ່າງ​ດຽວ​ຍັງ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຫຼາຍ​ອັນ,ເຊັ່ນ ແລ່ນ​ບໍ່​ໄດ້​ໄກ​ປານ​ໃດ​ແລະ​ສາກ​ໄຟ​ຍາກ​ເປັນ​ຕົ້ນ.​ແຕ່​ວ່າ​ເມື່ອ​ໄດ້​ປັບ​ປຸງ​ຫຼາຍ​ເທື່ອ​ແລ້ວ,​ເຕັກ​ນິກ​ທຸກ​ຂໍ້​ຂອງ​ລົດ​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ທີ່​ຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ປັກ​ກິ່ງ​ຈັດ​ຕັ້ງ​ຄົ້ນ​ຄວ້າ​ພັດ​ທະ​ນາ​ນັ້ນ​ໄດ້​ດີ​ຂຶ້ນ​ຫຼາຍ.​ທ່ານ​ເຈີ້ງ​ຈີ​ຊຸ່ນ​ເວົ້າ​ວ່າ:​"ເຕັກ​ນິກ​ຂອງ​ພວກ​ເຮົາ​ແມ່ນ​ນຳ​ໜ້າ​ໃນ​ຈີນ,​ກໍ​ໄດ້​ບັນ​ລຸ​ລະ​ດັບ​ກ້າວ​ໜ້າ​ໃນ​ໂລກ.​ປະ​ຈຸ​ບັນ​ນີ້,​ລວມ​ທັງ​ລົດ​ທີ່​ໄດ້​ໃຊ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,​ເຂົາ​ເຈົ້າ​ລ້ວນ​ແຕ່​ໃຊ້​ໝໍ້​ໄຟ​ຊືນ​ກົດ,​ແຕ່​ລົດ​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ຂອງ​ພວກ​ເຮົາ​ໃຊ້​ໝໍ້​ໄຟ​ອີ​ອົງ​ລິ​ຕຽມ,​ໝໍ້​ໄຟ​ປະ​ເພດ​ນີ້​ບໍ່​ເຄີຍ​ໃຊ້​ຈັກ​ເທື່ອ​ໃນ​ຈີນ ກໍ​ຄື​ປະ​ເທດ​ອື່ນ."

ປະຈຸບັນນີ້,ຄະນະກຳມະການວິທະຍາສາດເຕັກນິກນະຄອນປປັກກິ່ງ​ໄດ້​ສຳ​ເລັດ​ການ​ອອກ​ແບບ ພັດ​ທະ​ນາ​ແລະ​ກວດ​ກາ​ຢັ້ງ​ຢືນ​ຄຸນ​ນະ​ພາບ​ຂອງ​ລົດ​ຫຼາຍ​ແບບ​ຕາມ​ລຳ​ດັບ,​ໄດ້​ຮັບ​ໝາກ​ຜົນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຕ່າງໆ​ແລະ​ມີ​ລິ​ຂະ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ.​ພາຍ​ຫຼັງ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ພິ​ຈາ​ລະ​ນາ​ອະ​ນຸ​ມັດ​ແລ້ວ,​ຈະ​ທົດ​ລອງ​ແລ່ນ​ເຄິ່ງ​ປີ,​ຈຶ່ງ​ຈະ​ອະ​ນຸ​ມັດ​ໃຫ້​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ.​ທ່ານ​ເຈີ້ງ​ຈີ​ຊຸ່ນ​ກ່າວ​ວ່າ,ເຂົາ​ເຈົ້າ​ໄດ້​ຮັບ​ໝາກ​ຜົນ​ຄົ້ນ​ຄວ້າ​ໄວ້​ແນວ​ນີ້,​ກໍ່​ຍ້ອນ​ມີ​ການ​ຊີ້ນຳ​ແລະ ສະ​ໜັບ​ສະ​ໜູນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ປັກ​ກິ່ງ​ແລະ​ຂອງ​ລົດ​ຢ່າງ​ໃກ້​ຊິດ.​ທ່ານ​ເວົ້າ​ວ່າ:​"ລັດ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ຄົ້ນ​ຄວ້າ​ລົດ​ທີ່​ໃຊ້​ໄຟ​ຟ້າ​ເປັນ​ພະ​ລັງ​ງານ,​ໃນ​ແຜນ​ພັດ​ທະ​ນາ​ຫ້າ​ປີ​ຄັ້ງ​ທີ​10,​ກະ​ຊວງ​ວິ​ທະ​ຍາສາດ​ເຕັກ​ນິກ​ກໍ​ໄດ້​ເລີ່ມ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ລົດ​ທີ່​ໃຊ້​ໄຟ​ຟ້າ​ເປັນ​ພະ​ລັງ​ງານ.ນະ​ຄອນ​ປັກ​ກິ່ງ​ຮັບ​ຜິດ​ຊອບ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ລົດ​ເມ​ໃຫຍ່​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ,​ກໍ​ເປັນ​ການ​ສະ​ໜັບ​ສະ​ໜູນ​ການ​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ເປັນ​ງານ​ກິລາ​ໂອ​ລິມ​ປິກ​ສີ​ຂຽວ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ມີ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ.​ນະ​ຄອນ​ປັກ​ກິ່ງ​ໄດ້​ລົງ​ທຶນ​ເກືອບ​200​ລ້ານ​ຢວນ ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ລົດ​ທີ່​ໃຊ້​ໄຟ​ຟ້າ​ເປັນ​ພະ​ລັງ​ງານ."

ຕາມທ່ານເຈີ້ງຈີຊຸ່ນເວົ້າ​ສູ່​ຟັງ​ວ່າ,​ຜ່ານ​ການ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການວິທະຍາ​ສາດ​ເຕັກ​ນິກ​ນະ​ຄອນ​ປັກ​ກິ່ງ​ກັບ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ, ສອງ​ຝ່າຍ​ໄດ້​ຕົກ​ລົງ​ໃນ​ຂັ້ນ​ພື້ນ​ຖານ​ວ່າ,​ລົດ​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ພຽງ​ຢ່າງ​ດຽວ ທີ່​ຄົ້ນ​ຄວ້າ​ພັດ​ທະ​ນາ​ໂດຍ​ຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ນະ​ຄອນ​ປັກ​ກິ່ງ​ນັ້ນ​ຈະ​ບໍ​ລິ​ການ​ໃນ​ບ້ານ​ນັກ​ກິ​ລາ ບ້ານ​ນັກ​ຂ່າວ ພ້ອມ​ດ້ວຍ​ເສັ້ນ​ທາງ​ຕ່າງໆ​ທີ່​ຈາກ​ບ້ານ​ນັກ​ກິ​ລາ ໄປ​ຮອດ​ສະ​ໜາມ​ກິ​ລາ​ສຳ​ຄັນ.​ຄາດ​ວ່າ,​ຮອດ​ເວ​ລາ​ນັ້ນ,​ລົດ​ທີ່​ໃຊ້​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ທີ່ ຮັບ​ໃຊ້​ໃຫ້​ນັກ​ກິ​ລາ ເຈົ້າ​ໜ້າ​ທີ່​ແລະ​ນັກ​ຂ່າວ​ນັ້ນ​ຈະ​ມີ​50​ຄັນ.​ເຊື່ອ​ໝັ້ນ​ວ່າ,​ເມື່ອ​ຮອດ​ເວ​ລາ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ​2008,​ລົດ​ທີ່​ໃຊ້​ແຕ່​ໄຟ​ຟ້າ​ເປັນ​ພະ​ລັງ​ງານ​ຈະ​ກາຍ​ເປັນ ພາບ​ທີ່​ສວຍ​ງາມ​ໃນ​ຖະ​ໜົນ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ.