ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 16:10:18    
ທ່ານ​ຖາງ​ເຈຍ​ສວນ​ເວົ້າ​ວ່າ ຂໍ​ກະ​ແຈ​ແຫ່ງ​ການ​ປົວ​ແປງ​ການ​ພົວ​ພັນ​ຈີນ​ຍີ່ປຸ່ນ​ໃຫ້​ດີ​ຂຶ້ນ​ນັ້ນ​ແມ່ນ​ຜູ້ນຳ​ຍີ່ປຸ່ນ​ໃນ​ຊຸດ​ໜ້າທຳ​ການ​ວິນິດ​ໄສດ້ານ​ການ​ເມືອງ​ຢ່າງ​ສະຫຼາດ

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:ວັນ​ທີ 14 ກັນ​ຍາ,ຢູ່​ປັກ​ກິ່ງ,ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ເວົ້າ​ວ່າ,​​ໃນ​ຕໍ່ໜ້າ,ການ​ພົວ​ພັນ​ຈີນ​ຍີ່ປຸ່ນຈະ​ຂະ​ຫຍາ​ຍ​ໄປສູ່ທິດໃດ,ຈະ​ມີ​ຜົນ​ສະທ້ອນ​ສຳຄັນ​ແລະ​ຍາວ​ໄກ​ຕໍ່​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ​ແລະ​ສັນຕິ​ພາບ​ແລະ​ການ​ພັດ​ທະນາ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ.​ຝ່າຍ​ຈີນ​ໄດ້​ແລະ​ຈະ​ສືບຕໍ່​ທຳ​ຄວາມ​ພະ​ຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ລົບ​ລ້າງ​ອຸປະ​ສັກ​ທາງ​ການ​ເມືອງ ປັບປຸງການ​ພົວພັນ​ຈີນ​ຍີ່ປຸ່ນ​ໃຫ້​ດີ​ຂຶ້ນ,ຫວັງ​ໃຫ້​ຝ່າຍຍີ່ປຸ່ນ​ຈົ່ງ​ຫັນ​ໜ້າ​ເຂົ້າ​ຫາ​ກັນ.ຂໍ​ກະ​ແຈ​​ແມ່ນ​ຜູ້ນຳ​ຍີ່ປຸ່ນ​ໃນ​ຊຸດໜ້າທຳ​ການວິນິດ​ໄສດ້ານ​ການ​ເມືອງ​ຢ່າງ​ສະຫຼາດ.

ທ່ານ​ຖາງ​ເຈຍ​ສວນ​ກ່າວ​ເນັ້ນ​ວ່າ,ຝ່າຍ​ຍີ່ປຸ່ນ​ຄວນ​ຮັບ​ຮູ້​ບັນຫາ​ປະຫວັດ​ສາດຢ່າງ​ຖືກຕ້ອງ​ແລະແກ້​ໄຂຢ່າງ​ເໝາະ​ສົມ,ຢ່າ​​ເຮັດ​ເລື່ອງ​ທີ່​ບາດ​ໃຈ​ປະຊາຊົນ​ຈີນ;​ເຄົາລົບ​ຫຼັກ​ໝັ້ນ​ແລະ​ເຈດ​ຈຳນົງ​ຂອງ​ຝ່າຍ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ,ຢ່າ​ເຮັດ​ເລື່ອງ​ທີ່​ຈະທຳລາຍ​ພາລະກິດທ້ອນໂຮມ​ຈີນ​​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ.