ປະທານາທິບໍດີອາເມລິກາແລະສ.ເກົາຫຼີກ່າວຢ້ຳວ່າ ຈະສຸມກຳລັງເພື່ອແກ້ໄຂບັນຫານິວເຄຼຍຂອງແຫຼມເກົາຫຼີດ້ວຍສັນຕິວິທີ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 14 ກັນຍາ,ຢູ່ທຳນຽບຂາວ,ທ່ານບຸສ ປະທານາທິບໍດີອາເມລິກາໄດ້ເຈລະຈາກັບທ່ານໂຣມູຢຸນ ປະທານາທິບໍດີສ.ເກົາຫຼີທີ່ໄປຢ້ຽມຢາມ.ຫຼັງຈາກການເຈລະຈາ,ທ່ານບຸສໃຫ້ສຳພາດຕໍ່ສື່ມວນຊົນວ່າ,ອາເມລິກາແລະສ.ເກົາຫຼີລ້ວນແຕ່ຈະສຸມກຳລັງເພື່ອຟື້ນຟູການເຈລະຈາ 6 ຝ່າຍແລະແກ້ໄຂບັນຫານິວເຄຼຍຂອງແຫຼມເກົາຫຼີດ້ວຍສັນຕິວິທີ.
ພ້ອມກັນນັ້ນ,ທ່ານບຸສຍັງຮຽກຮ້ອງໃຫ້ຜູ້ນຳສ.ປ.ປ.ເກົາຫຼີປະລະແຜນການອາວຸດນິວເຄຼຍ,ເພື່ອແລກປ່ຽນການຊ່ວຍເຫຼືອດ້ານພະລັງງານແລະການຮັບປະກັນຄວາມປອດໄພ.
ທ່ານໂຣມູຢຸນເວົ້າວ່າ,ສ.ເກົາຫຼີແລະຝ່າຍຕ່າງໆທີ່ກ່ຽວຂ້ອງລ້ວນແຕ່ພວມພະຍາຍາມຊຸກຍູ້ໃຫ້ຟື້ນຟູການເຈລະຈາ 6 ຝ່າຍ.ທ່ານກ່າວເນັ້ນວ່າ,"ດຽວນີ້ຍັງບໍ່ທັນຮອດເວລາທີ່ຈະກ່າວວ່າການເຈລະຈາ 6 ຝ່າຍອາດຈະລົ້ມເຫຼວ".
|
|