ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 17:07:56    
ທ່ານເສີນ​ພິງ ຜູ້​ຖີບລົດ​ສາມ​ລໍ້​ຂອງ​ຈີນ

cri Author: sayvanny

ວັນ​ທີ 5 ກໍລະກົດ​ປີ 2006, ​ເວົ້າ​ສຳ​ລັບ​ທ່ານ​ເສີນ​ພິງ ຜູ້​ຖີບລົດ​ສາມ​ລໍ້​ທີ່​ມີອາຍຸ 40 ປີ​ແລ້ວ​ແມ່ນ​ມື້​ພິ​ເສດ. ​ເມື່ອ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​​ແລະ​ກາ​ນລໍ​ຖ້າເປັນ​ເວລາ 20 ປີ​, ທ່ານໄດ້​ຮັບ​ໃບ​ແຈ້ງ​ການ​ຮັບ​ເຂົ້າ​ເປັນ​ນັກ​ສຶກສາ​ປະລິນຍາ​​ໂທ​ໃນ​ທີ່ສຸດ. ຈາກ​ຜູ້​ຖີບ​ລົດ​ສາມ​ລໍ້​ຮອດນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ, ນີ້​ມີ​ຄວາມ​ເປັນ​ມາ​ແນວ​ໃດ​? ຕໍ່​ໄປ, ພວກ​ເຮົາ​ຂໍ​ເລົ່າ​ເລື່ອງ​ນີ້​ສູ່​ຟັງ.

​ໃນ​ມື້ໜຶ່ງ​ຂອງ​ເດືອນ​ເມສາ​ປີນີ້,​ໃນ​ການ​ສຳ​ພາດ​ເພື່ອ​ຂໍເຂົ້າ​ເປັນ​ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ​ທີ່​ຈັດ​ຂຶ້ນ​​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ຢຸນ​ນານ, ນັກ​ສຶກສາ​ທີ່​ອາຍຸ​ອ່າວ​ສູງ​ຜູ້​ໜຶ່ງ​ໄດ້​ເຮັດ​ໃຫ້​ອາ​ຈານ​ທັງ​ຫຼາຍ​ສົນ​​ໃຈ​ນຳ.ທ່ານ​ລີ​ນຊ່າວ​ມີນ ສາ​ສະ​ດາ​ຈານ​ຂອງ​ມະ​ຫາ​ວິທະ​ຍາ​ໄລ​ຢຸນນານ,​ແມ່ນ​ໜຶ່ງ​ໃນ​ອາ​ຈານ​ຕໍ​ທີ່​ເປັນ​ປະ​ທາ​ນຈັດການ​ສຳ​ພາດ,ທ່ານ​ໄດ້​​ເລົາ​ຄືນ​ເລື່ອງ​ນີ້ສູ່​ຟັງ​ວ່າ:

"​ເວລາ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຖາມລາວ​ບັນຫາ​ຈຳນວນ​ໜຶ່ງ​, ລາວ​ເກັ່ງຫຼາຍ​ໃນ​ດ້ານ​ວິຊາ​ການ. ບໍ່​ໜຳ ລາວ​ຍັງ​ມີ​ອຸດົມ​ການ. ຂ້າພະ​ເຈົ້າ​ເຫັນ​ວ່າອຸດົມ​ການ​ຂອງ​ລາວ​ສູງຫຼາຍ, ຄວາມ​ພະຍາຍາມ​ຂອງ​ລາວ​ແລະ​ຄວາມ​ດຸໝັ່ນຂອງ​ລາວກໍ​ດີ​ຄື​ກັນ."

ນັກສຶກສາ​ທີ່​ໄດ້​ຮັບ​ຄ​ວາ​ມຍ້ອງຍໍ​ຈາກ​ສາ​ສະ​ດາ​ຈານ​ລີ​ນຊ່າວ​ມີນນັ້ນກໍ​ແມ່ນທ່ານ​ເສີນ​ພິງ​ທີ່​ອາຍຸ 40 ປີ. ຄວາມ​ດີ​ເດັ່ນ​ຂອງ​ທ່ານໄດ້​ເຮັດ​ໃຫ້​ອາຈານ​ທັງຫຼາຍ​ທີ່​ເຂົ້າ​ຮ່ວມ​ການ​ສຳພາດ​ມີພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​. ຫຼັງການ​ສຳພາດ. ທ່ານ​ເສີນ​ພິງ​ໄດ້​ຮັບ​ໃບ​​ແຈ້ງ​ການ​ຮັບ​ເຂົ້າ​​ເປັນ​ນັກ​ສຶກສາ​ປະລິນຍາ​ໂທ​​ໃນ​ວິຊາ​ປະຫວັດ​ຊົນ​ເຜົ່າ​ຂອງ​ວິທະຍາ​ໄລມະນຸດ​ສາດ​​ແຫ່ງມະຫາວິທະຍາ​ໄລ​ຢຸນນານ​ຢ່າງ​ສະດວກ. ​ແຕ່​ກ່ອນ​ໜ້າ​ນີ້, ທ່ານ​ພັດ​ຖີບ​ລົດ​ສາມ​ລໍ້​ຢູ່​ເມືອງ​ນ້ອຍຈິ​ວຖາ​ຍຂອງ​ແຂວງ​ຈີ​ລີ​ນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ເພື່ອ​ລ້ຽງ​ຊີບ​ມາ​ໄດ້ 6 ປີ​ປາຍ​ແລ້ວ.

ຈາກ​ແຂວງ​ຈີ​ລີ​ນ​ຮອດ​ແຂວງ​ຢຸນ​ນານ, ຫ່າງ​ກັນ​ຫຼາຍ​ພັນ​ກິ​ໂລ​ແມັດ; ຜູ້ຖີບ​ລົດ​ສາມ​ລໍ້​ກັບ​ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ, ​ເສັ້ນ​ທາງ​​ແຫ່ງ​ຊີ​ວິດ​ສອງ​ຢ່າງ​ທີ່​ຕ່າງ​ກັນ​ປານ​ຄົນ​ລະ​ເລື່ອງ, ທ່ານເສີນ​ພິງ​ທີ່​ອາຍຸ 40 ປີ​ ​ໄດ້​ຂ້າມ​ຜ່ານ​ແນວ​ໃດ​ແທ້? ນີ້​ຍັງ​ຕ້ອງ​ໄດ້​ເລົ່າ​ຄືນ​ມາ​ແຕ່​20​ປີກ່ອນ.

ປີ 1986, ຫຼັງຈາກ​ຮຽນ​ຈົບ​ໂຮງຮຽນ​ມັດທະຍົມ​ປາຍ​ແລ້ວ,ທ່ານ​ເສີນ​ພິງ​ກໍ​​ໄດ້​ເຂົ້າຮ່ວມ​ການ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ, ທັງ​​ເສັງ​ໄດ້​ຄະ​ແນນ​ສູງ​ຄື 510ເຊິ່ງ​ໄດ້​ລື່ນ​ກາຍ​ເສັ້ນ​ຄະ​ແນນ​ຮັບ​ເອົາ​ນັກ​ສຶກ​ສາ​ໃນ​ຄາວ​ນັ້ນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​, ​ແຕ່ທ່ານ​ເສີນ​ພິງ​ພັດສະ​ໝັກ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ​ເຊິ່ງ​ມີ ​ເສັ້ນຮັບເອົາ​ນັກ​ສຶກສາ​ຍິ່ງ​ສູງ​ກວ່າ​ນັ້ນອີກ, ສຸດ​ທ້າຍ​,

ທ່ານ​ຈິ່ງ​ບໍ່​ໄດ້​ຖືກ​ມະ​ຫາ​ວິ​ທະ​ຍາ​ໄລ​ສອງ​ແຫ່ງ​ດັ່ງ​ກ່າວ​ຮັບເອົາ. ​ແຕ່​ໝູ່​ທີ່​ຢູ່​ຫ້ອງ​ຮຽນ​ດຽວ​ກັນທີ່​​ໄດ້​ຄະ​ແນນ​ຕ່ຳກ​ວ່າ​ພັດ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ຢ່າງ​ສະ​ດວກ. ກ່ອນ​ເປີດ​ຮຽນ,ທ່ານ​ເສີນ​ພິງ​ໄປ​ສົ່ງ​ໝູ່​ຢູ່​ສະ​ຖານີ​ລົດ​ໄຟ, ພາບໃນ​ຄາວ​ນັ້ນ​ເຮັດ​ໃຫ້​ທ່ານບໍ່ລືມ​ຈົນ​ຮອດ​ປັດຈຸບັນ.ທ່ານ​ເວົ້າວ່າ:

 "​ໃນ​ເວລາ​ລາວ​ໄປ​ຮຽນ, ຂ້ອຍ​ກັບ​ເອື້ອ​ຍ​ລາວ​ຫີ້ວຫີບ​ໜັງ​ສົ່ງ​ລາວ​ໄປ​ຮອດ​ສະ​ຖາ​ນີ​ລົດ​ໄຟ, ພາບ​ໃນ​ຄາວ​ນັ້ນ​ຂ້ອຍ​ບໍ່​ໄດ້​ລືມ​ຈັກ​ເທື່ອ,​ລາວ​ເຂົ້າ​ໂຮງ​ຮຽນ​ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ຂອງ​ຈີນ​ແລ້ວ, ​ແຕ່​ຂ້ອຍ​ພັດ​​ເສັງ​ຕົກ, ສະ​ພາບ​ກົງ​ກັນ​ຂ້າມ​ແນວ​ນີ້​ເຮັດ​ໃຫ້​ຂ້ອຍ​ບໍ່​ເຄີຍ​ລືມ​ໃນ​ຊີ​ວິດ."

ການ​ເສັງ​ຕົກ​ທີ່​ຄິດ​ບໍ່​ເຖິງ​ເທື່ອ​ນີ້​ໄດ້​ກາຍ​ເປັນ​ເງົາ​ມືດ​ທີ່​ລືບ​ບໍ່​ໄດ້​ໃນ​ໃຈ​. ກໍ​ແມ່ນ​ໃນ​ຄາວ​ນັ້ນ, ທ່ານ​ເສີນ​ພິງ​ໄດ້​ຕັ້ງ​ອຸ​ດົມ​ການ​ທີ່​ຍິ່ງ​ສູງ​ກວ່າ​ເກົ່າ​ໃຫ້​ຕົນ​ເອງ​ຄື​ເປັນ​ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ​ໃຫ້​ໄດ້.

ເສັ້ນ​ທາງ​ເສັງ​ເຂົ້າ​ປະ​ລິນຍາ​​ໂທ​ຂອງ​ທ່ານ​ເສີນ​ພິງ​ແມ່ນ​ລຳ​ບາກ​ຍາວ​ນານ.ຍ້ອນ​ວ່າ ​ເງື່ອນ​ໄຂ​ຂອງ​ຄອບ​ຄົວ​ບໍ່​ດີ​ປານ​ໃດ, ທ່ານຈິ່ງຈຳເປັນ​ຕ້ອງ​ທັງ​ເຮັດ​ວຽກ​ທັງ​ຮ່ຳ ຮຽນ. ​ເຖິງ​ວ່າທຳ​ຄວາມ​ພະ​ຍາ​ຍາມ​ຫຼາຍ​ທີ່​ສຸດ​ແລ້ວ​ກໍຕາມ, ​ແຕ່​ປະ​ລິນ​ຍາ​ໂທ​​ແມ່ນ​ເສັງ​ຍາກ, ທ່ານ​ເສີນ​ພິງ​ໄດ້​ເສັງ​ຕົກ​ເທື່ອ​ແລ້ວ​​ເທື່ອ​ເຫຼົ່າ. ​ແຕ່​ວ່າ, ຄວາມ​ຫຍຸ້ງ​ຍາກ​ດ້ານ​ຊີວິດ​ຍັງ​ບໍ່​ພຽງ​ແຕ່​ເທົ່າ​ນີ້. ປີ 2000, ​ໂຮງງານ​ລໍ​ຊໍ​ທີ່​ທ່ານ​ເຮັດ​ວຽກ​ຢູ່​ນັ້ນ​ໄດ້​ລົ້ມ​ລະ​ລາຍ,ທ່ານ​ເສີນ​ພິງ​ທີ່ບໍ່ມີ​ລາຍ​ໄດ້ເລີຍ​ຄິດ​ເຖິງ​ວ່າ​ໄປຖີບ​ລົດ​ສາມ​ລໍ້​ມາຫາ​ເງິນ​ລ້ຽງ​ຄອບຄົວ.ຈາກນັ້ນ​ບໍ່​ດົນ,ທ່ານ​ເສີນ​ພິງ​ໄດ້​ສຳນຶກ​ເຖິງ​ຜົນປະ​ໂຫຍ​ດຂອງ​ການ​ຖີບລົດ​ສາມ​ລໍ້ຄື, ມັນ​ບໍ່​ພຽງ​ແຕ່ຫາ​ເງິນ​ໄດ້, ທັງ​ມີ​ເວລາ​ຫວ່າງ​ຫຼາຍ​ຂຶ້ນ​ເພື່ອ​ອ່ານ​ໜັງ​ສື, ​ເຮັດ​ໃຫ້​ຕົນ​ເອງ​ບັນລຸ​ຄວາມ​ຝັນ​ເສັງເຂົ້າ​ປະລິນຍາ​ໂທ​ໂດຍ​ໄວ.ທ່ານເວົ້າວ່າ:

"​ໃນ​ເວລາ​ບໍ່​ມີ​ຄົນ​ຂີ່​ລົດ​ຂອງ​ຂ້ອຍ,ມັນ​ກໍ​ໄດ້​ກາຍ​ເປັນ​ເວ​ລາ​ທີ່ດີ​ຂອງ​ຂ້ອຍ​ເພື່ອ​ອ່ານໜັງສື​ຢູ່​​​ໃກ້​ລົດ. ​ແລ້ວ​ກໍ​ຄ່ອຍໆ​ກາຍ​ເປັນ​ຄວາມ​ຊິນເຄີຍ​ຄື: ມີ​ຄົນ​ຂີ່ລົດ, ຂ້ອຍ​ກໍ​ເຮັດວຽກ, ບໍ່​ມີ​ຄົນ, ຂ້ອຍ​ກໍ​ ​ຢູ່​ຂ້າງ​ລົດ, ມື​ໜຶ່ງ​ຈັບ​ລົດ,ອີກມື​ໜຶ່ງ​ຈັບ​ໜັງສື. ຖ້າ​ຮູ້​ສຶກ​ວ່າ​ລົດ​ໜັກ​ລົງ​ປັບ, ກໍ​ຮູ້​ໂລດວ່າ​ມີ​ຄົນ​ມາ​ຂີ່​ລົດ​ແລ້ວ, ​ຂ້ອຍ​ກໍ່​ເຮັດ​ວຽກ​ຕໍ່."

ທ່ານ​ເສີນ​ພິງ​ມັກ​ອ່ານ​ໜັງ​ສື, ຈົນ​ຕິດ​ໜັງສື​ເລີຍ, ນີ້​​ແມ່ນ​ເລື່ອງ​ທີ່​ໃຜໆ​ກໍຮູ້​ຈັກ​ກັນ​ໃນ​ໝູ່​ຮ່ວມ​ອາ​ຊີບ​ດຽວ​ກັນ​.

ຕາມ​ທ່ານເສີນ​ພິງ​ນັບເອງ​ວ່າ, ​ໃນ​ເວລາ 6 ປີ, ທ່ານໄດ້ຖີບລົດ​ສາມ​ລໍ້ສົ່ງ 3 ​ໝື່ນ​ກວ່າ​​ເທື່ອ​ຄົນ, ​ໄດ້​ຮັບ​ເງິນ​ປະມານ 4 ​ໝື່ນ​ຢວນ, ອັນ​ໄດ້​ລ້ຽງ​ຄອບຄົວ​ສາມ​ຄົນ. ນອກຈາກ​ຕົນ​ເອງ​ດຸ​ໝັ່ນ​ພະ​ຍາ​ຍາມ​ແລ້ວ, ຄອບ​ຄົວ​ກໍ​ພ້ອມ​ກັນ​ກັບ​ທ່ານ​ທົນ​ຕໍ່​ຄວາມ​ເຈັບ​ແສບ​ທີ່​ປະ​ລາ​ໄຊ​ເທື່ອ​ແລ້ວ​ເທື່ອ​ອີກ.

ນາງ​ລີ​ວຈິ້ງ ​ເມຍ​ຂອງທ່ານ​ບອກ​ວ່າ, ນາງ​ກໍ​​ເຄີຍ​ຈົ່ມຕໍ່ທ່ານ​ເສີນ​ພິງ:

"ເພິ່ນ​ເສັງຫຼາຍ​ເທື່ອ​​ແຕ່​ລ້ວນແຕ່​ຕົກ, ​ເມື່ອ​ປະກາດ​ຄະ​ແນນ​ແລ້ວ, ເພິ່ນເຄີຍຮ້ອງໄຫ້ແທ້, ຂ້ອຍ​​ເວົ້າວ່າ, ​ເຈົ້າ​ເປັນ​ຫຍັງ​ຈິ່ງເລືອກ​ແຕ່​ທາງດຽວນີ້?"

ຕໍ່ຄຳ​ຖາມ​ຂອງ​ເມຍ, ທ່ານ​ເສີນ​ພິງ​ຕອບ​ວ່າ:

"ຂ້ອຍ​ຮູ້ສຶກ​ວ່າ, ຂ້ອຍ​ຈະ​ຄິດ​ຫຼາຍບໍ່ໄດ້ເພາະວ່າ, ​ບໍ່​ມີ​ເວລາ​ໄປ​ຄຶດ​ວ່າ​ໄດ້​ຫຍັງ​ເສຍ​ຫຍັງ, ມີ​ແຕ່​ບຸກ​ໄປ​ໜ້າ, ​ພາດແລ້ວ​ກໍບຸກ​ໄປ​​ໃນ​ທັນທີ."

ຕໍ່​ການສູ້ຊົນບຸກບືນຂອງທ່ານ​ເສີນ​ພິງ, ຄົນ​ທັງ​ຫຼາຍມີ​ຄວາມ​ເຫັນ​ຕ່າງ​ກັນ. ບາງ​ຄົນ​ຮູ້ສຶກ​ວ່າ, ​ເວລາ​ເກືອບ 20 ປີ​ແມ່ນ​ລ້ຳ​ຄ່າ​ທີ່​ສຸດ​ສຳລັບ​ຄົນ​ຜູ້​ໜຶ່ງ, ສາມາດ​ນຳ​ໃຊ້​ໃຫ້​ດິກ​ວ່ານີ້. ​ແຕ່​ວ່າ, ກໍ​ມີຫຼາຍຄົນ​ສະ​ແດງ​ຄວາມ​ເຂົ້າ​ໃຈ​ຕໍ່​ການ​ກະທຳ​ຂອງ​ທ່ານ. ທ່ານ​ເວີ້​ຍຊຸນ ​ຊາວ​ເມືອງ​ ​ຄຸນ​ມິ​ງ​ແຂວງ​ຢຸນນານ​ເວົ້າວ່າ:
ຖ້າ​ເວົ້າ​ໃນ​ດ້ານ​ເສດຖະກິດ​ແລ້ວ, ຂ້ອຍ​ເຫັນ​ວ່າບໍ່ຄຸ້ມ. ​ແຕ່​ຖ້າ​ເວົ້າ​ໃນ​ດ້ານ​ຈິດ​ໃຈ​ແລ້ວ, ແມ່ນຄຸ້ມຢູ່. ບາງ​ຄົນ​ດຳລົງ​ຊີວິດ​ບໍ່​ແມ່ນ​ເພື່ອຫາ​ເງິນ​ລ້ວນໆ. ການ​ທ້າ​ທາຍຕໍ່​ຕົນ​ເອງ, ບັນລຸ​ການສະ​ແຫວ​ງຫາ​ດ້ານ​ຈິດ​ໃຈ​ອາດ​ຈະ​ແມ່ນ​ຄວາມ​ຮູ້ສຶກ​ພໍ​ໃຈ​ຫຼາຍກວ່າ​ໝູ່ໃນ​ຊີວິດຄົນ​ເຮົາ."

ບໍ່​ວ່າ​ຜູ່​ອື່ນ​ຈະ​ມີ​ຄວາມ​ເຫັນ​ແນວ​ໃດ, ທ່ານ​ເສີນ​ພິງ​ໄດ້​ມ້ຽນ​ເຄື່ອງ​ຂອງ​ຮຽບ​ຮ້ອຍ​ແລ້ວ, ກຽມ​ໄປ​ຮຽນ​ຢູ່​ແຂ​ວງ​ຢຸນ​ນານ​. ທ່ານ​ພິງ​ບອກ​ນັກ​ຂ່າວວ່າ, ບໍ່​ໄດ້​ຄິດ​ວ່າ​ເສັງ​ເຂົ້າ​ນັກ​ສຶກ​ສາ​ປາ​ລິນ​ຍາ​ໂທ​ແລ້ວ​ຈະ​ສາ​ມາດ​ປ່ຽນ​ແປງ​ຊີວິດ​​ຂອງ​ຕົນ​ໃນ​ພາຍ​ໜ້າ, ​ເຮັດ​ແນວ​ນີ້​ແມ່ນ​ຢາກ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ບັນລຸ​ຜົນ​ເປັນ​ຈິງ. ຖ້າ​ຮຽນ​ຈົບ​ແລ້ວ​ຫາ​ວຽກ​ທີ່​ສົມ​ຫວັງ​ບໍ່​ໄດ້, ທ່ານ​ຍັງ​ຈະ​ກັບ​ບ້ານ​ເກີດ​ໄປ​ຖີບ​ລົດ​ສາມ​ລໍ້​ອີກ.