ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 17:21:07    
ຈີນ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສັນ​ຕິ​ພາບ​ໃນ​ເຂດ​ດາ​ຟູ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 14 ກັນຍາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເວົ້າ​ວ່າ, ຝ່າ​ຍຈີນ​ສະໜັບ​ສະໜູນ​ຂະ​ບວນ​ການ​ສັນ​ຕິພາບ​ໃນເຂດ​ດາ​ຟູ​ຂອງ​ຊູ​ດັງ, ສະ​ໜັບ​ສະ​ໜູນ​ປະຊາ​ຄົມ​ໂລກ​ທີ່​ທຳ​ຄວາມ​ພະຍາຍາມ​ເພື່ອ​ຜ່ອນ​ຄາຍ​ສະຖານະ​ການ​ຂອງ​ເຂດ​ດັ່ງ​ກ່າວ​ໃນ​ສະ​ເພາະ​ໜ້າ.

ທ່ານ​ເວົ້າ​ວ່າ, ຕໍ່​ການ​ທີ່ອົງການ​ສະຫະ​ປະຊາ​ຊາດ​ແຕ່ງ​ກອງ​ທະ​ຫານ​ຮັກສາ​ສັນ​ຕິ​ພາບ​ໄປ​ເຂດ​ດາ​ຟູ, ຈີນ​ມີ​ຄວາມ​ເຂົ້າ​​ໃຈ​ແລະ​ຄວາມ​ເຫັນ​ຕ່າງ​ກັບ​ບາງ​ປະ​ເທດ. ​ແຕ່​ໃນ​ບັນຫາ​ນີ້, ຝ່າຍ​ຈີນ​ບໍ່​ມີ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຫາກ​ແມ່ນ​ເພື່ອ​ຮັກສາ​ແລະ​ຊຸກ​ຍູ້​​ຕື່ມ​ອີກ​ໃຫ້​ເຂດ​ດາ​ຟູ​ມີ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ, ​ແລະຊຸກ​ຍູ້​ຂະ​ບວນ​ການ​ປອງ​ດອງ​ກັນ​ຂອງ​ຊູ​ດັງ​.

ທ່ານ​ຊິນ​ກາງ​ເວົ້າ​ວ່າ​, ຝ່າຍ​ຈີນ​ຮຽກຮ້ອງ​ໃຫ້​​ຝ່າຍ​ຕ່າງໆທີ່​ກ່ຽວຂ້ອງ​ຈົ່ງແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າ​ງ​ເໝາະ​ສົມ​ດ້ວຍ​ການ​ເປິກສາ​ຫາລື​ແລະ​ການ​ເຈລະຈາ, ຝ່າຍ​ຈີນ​ກໍ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ດາ​ຟູ​.