ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 17:35:26    
ການ​ເພີ່ມ​ທະ​ວີ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ຕໍ່​ເນື່ອງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ15​ກັນຍາ,ທ່ານ​ເຢ້​ເຄີ້ຕົ່ງ ຮອງ​ຫົວໜ້າ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ,​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ,​ຈະ​ສົ່ງ​ຜົນ​ສະ​ທ້ອນ​ອັນ​ສຳ​ຄັນ​ຕໍ່​ການ​ຍົກ​ຄວາມ​ສາ​ມາດ​ຕ້ານ​ຄວາມ​ສ່ຽງ​ຕ່າງໆ​ຂອງ​ວິ​ສາ​ຫະ​ກິດ​ສອງ​ຝັ່ງ​ໃຫ້​ສູງ​ຂຶ້ນ,​ແລະ​ຕໍ່​ການ​ພັດ​ທະ​ນາ​ເສດ ຖະ​ກິດ​ຂອງ​ສອງ​ຝັ່ງ​ຢ່າງ​ຕໍ່​ເນື່ອງ​ແລະ​ໝັ້ນ​ທ່ຽງ.

ທ່ານ​ເຢ້​ເຄີ້ຕົ່ງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວທີ​ປາ​ໄສການ​ພັດທະນາ​ແລະ​ຮ່ວມ​ມື​ຂອງ​ວິ​ສາ​ຫະ​ກິດ​ສອງ​ຝັ່ງ​ຊ່ອງ​ແຄບ​ຄັ້ງທີ2​ທີ່​ອັດ​ລົງ​ໃນວັນ​ທີ15​ກັນຍາ.

ບຸກຄົນ​ຂອງ​ສອງ​ຝັ່ງ​ທີ່​ມາ​ເຂົ້າຮ່ວມ​ເວ​ທີ​ປາ​​ໄສ​ກ່າວ​ວ່າ,​ໂດຍ​ປະ​ເຊີນ​ກັບ​ທ່ວງ​ທ່າ​ໂລ​ກາ​ວິ​ວັດ​ດ້ານ​ເສດ​ຖະ​ກິດ,​ປະ​ຊາ​ຊົນ​ຈີນ​ທີ່​ຢູ່​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຕ້ອງ​ເກາະ​ແຂນ​ກັນ​ໃຫ້​ແໜ້ນ,​ຈຶ່ງ​ຈະ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທັງ​ສອງ​ຝ່າຍ.