ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 19:57:59    
ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ15​ກັນຍາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊົງ​ຊວນ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ.

ຫວ່າງ​ມໍ່ໆ​ນີ້,ສະມາຊິກ​ລັດຖະສະພາ​ບາງ​ຄົນ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ,ຈະ​ສືບ​ຕໍ່​ຊຸກ​ຍູ້​ໃຫ້​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ຜ່ານ​ຮັບຮອງ​ຍັດຕິ​ກົດໝາຍ​ທີ່​ເກັບ​ພາ​ສີ​ທີ່​ມີ​ລັກ​ສະ​ນະ​ປັບ​ໄໝ​ຕໍ່​ຜະ​ລິດ​ຕະ​ພັນ​ຈີນ.​ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຊົງ​ຊວນ​ວິຈານ​ວ່າ,​ໃນ​ຂະ​ບວນການ​ທີ່​ການ​ພົວ​ພັນ​ດ້ານ​ເສ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ,​ປະ​ກົດ​ມີ​ບັນ​ຫາ​ແລະ​ການ​ຂັດ​ສີ​ກັນ​ຈຳ​ນວນ​ໜຶ່ງ​ແມ່ນ​ເລື່ອງ​ປົກກະ​ຕິ,​ແຕ່ຖ້າ​ຈຳ​ກັດ​ການ​ຄ້າ​ປົກ​ກະ​ຕິ​ຫຼື​ໃຊ້​ມາດ​ຕະ​ການ​ລັດ​ທິ​ປົກ​ປ້ອງ​ນັ້ນ,​ມີ​ແຕ່​ຈະ​ທຳລາຍ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ,ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ໃຫ້​ຕົກ​ໄປ.

ທ່ານ​ຊົງ​ຊວນ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່າ​ທີ​ຂອງ​ທ່ານ​ເຮັນ​ລີ ປາວ​ຊັນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ຜູ້​ໃໝ່​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນຫາ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ, ຫວ່າງ​ມໍ່ໆ​ນີ້,​ທ່ານ​ປາວ​ຊັນ​​ເຄີຍ​ກ່າວ​ວ່າ,​ທ່ານ​ຈະ​ບໍ່​ວາງ​ກຳ​ແພງ​ການ​ຄ້າ​ຕໍ່​ຈີນ​ຍ້ອນ​ການ​ຄ້າ​ອາ​ເມ​ລິ​ກາ​ເສຍ​ປຽບ​ຕໍ່​ຈີນ.