ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 20:08:27    
ມູນ​ຄ່າ​ເຕັກ​ນິກ​ທີ່​ຈີນ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ

cri Author: shuo
ຕາມ​ຂ່າວCRI:​ແຕ່​ເດືອນມັງກອນ​ຮອດ​ເດືອນ​ສິງຫາ​ປີ​ນີ້,ມູນ​ຄ່າ​ເຕັກນິກ​ທີ່​ຈີນ​ນຳ​ເຂົ້າ​ໄດ້ ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ມັນ​ລວມ​ແລ້ວ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ດ້ານ​ການ​ນຳ​ເຂົ້າ​ເຕັກ​ນິກ​ຕົກ​ເປັນ​ມູນ​ຄ່າ​16​ຕື້​420​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​55%​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ນັກ​ຂ່າວ​ໄດ້​ຮູ້​ຂ່າວັ່ງກ່າວຈາກ​ກະຊວງ​ການ​ຄ້າ​ຈີນ​ໃນວັນ​ທີ15​ກັນ​ຍາ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,ສະຫະພາບ​ເອີ​ລົບ​ໄດ້​ກາຍ​ເປັນ​ບ່ອນ​ທີ່​ຈີນນຳ​ເອົາ​ເຕັກນິກ​ຫຼາຍ​ກວ່າ​ໝູ່​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ສິງ​ຫາ​ປີ​ນີ້,​ມູນ​ຄ່າ​​ໃນ​ຂໍ້​ຜູກ​ພັນ​ນຳ​ເຂົ້າ​ເຕັກ​ນິກ​ທີ່​ຈີນ​ເຊັນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ກວມ​40%​ຂຶ້ນ​ໄປ​ຂອງ​ຍອດ​ມູນ​ຄ່າ​ໃນ​ຂໍ້​ຜູກ​ພັນ​ນຳ​ເຂົ້າ​ເຕັກ​ນິກ​ຂອງ​ຈີນ,​ຍີ່​ປຸ່ນ​ເປັນ​ທີ​2,​ແລະ​ອາ​ເມ​ລິ​ກາ​ເປັນ​ທີ​ສາມ.​ເມື່ອ​ສັງ​ເກດ​ຈາກ​ຂະ​ແໜງ​ການ​ແລ້ວ​ເຫັນ​ວ່າ,​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ແມ່ນ​ຂະ​ແໜງ​ການ​ທີ່​​ເຕີບ​ໂຕ​ໄວ​ກວ່າ​ໝູ່​ຂອງ​ຈີນ​ໃນ​ການ​ນຳ​ເຂົ້າ​ເຕັກ​ນິກ.