ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-16 20:09:00    
ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​​ເວົ້າ​ວ່າ ​ການ​ເອົາ​ອັດ​ຕາ​ແລ​ກປ່ຽນ​ເງິນ​ຕາ​ພົວ​ພັນ​ກັບ​ບັນຫາ​ການ​ຄ້າ​ນັ້ນບໍ່​ມີ​ຜົນ​ປະ​ໂຫຍດຕໍ່​ຈີນ​ແລະ​ອາ​ເມລິ​ກາ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 15 ກັນຍາ,ທ່ານ​ສົງ​ສວນ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ,ການ​ພົວພັນ​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​​ເກີດ​ມີ​ຄວາມ​ຂັດ​​ແຍ່ງ​ກັນ​ນັ້ນ,​ແມ່ນ​ເລື່ອງ​ປົກ​ກະຕິ,ຖ້າ​ເອົາ​ອັດຕາ​ແລ​ກປ່ຽນ​​ເງິນຕາ​ພົວພັນ​ກັບ​ບັນຫາ​ການ​ຄ້າ,ຈະບໍ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ທັງ​ສອງ​ຝ່າຍ.

ທ່ານສົງ​ສວນແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນກອງ​ປະຊຸມຖະ​ແຫຼງ​ຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ຕາມ​ໄດ້​ຊາບ,ວັນ​ທີ 15 ກັນຍາ,ທ່ານ​ຈາລີສ ຊູ​ເມີ​ແລະ​ທ່ານ​ລີ​ນດ໌​ເຊ ​ເກຼຮາມ ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ​ເວົ້າ​ວ່າ,​ເນື່ອງ​ຈາກໃນ​ຫຼາຍ​ເດືອນ​ມາ​ນີ້,ຈີນ​ມີຄວາມ​ຄືບ​ໜ້າໜ້ອຍ​ທີ່​ສຸດໃນ​ດ້ານ​ການ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນຕາ,ພວກ​ເຂົາ​ເຈົ້າ​ຈະ​ຊຸກຍູ້​ໃຫ້​ລົງ​ຄະ​ແນນ​ສຽງຕໍ່ຍັດຕິ​​ເກັບ​ພາສີ​​ແບບລົງ​ໂທດ​ຕໍ່​ຜະລິດ​ຕະພັນ​ຂອງ​ຈີນ.ພາຍຫຼັງ​ໄດ້​ມາ​ຢ້ຽມຢາມ​ຈີນ​ໃນ​ເດືອນ​ມີນາ​ປີ​ນີ້​ແລ້ວ,ພວກ​ເຂົາ​ເຈົ້າ​ເຄີຍ​ເວົ້າ​ວ່າ,​ເວລາ​ລົງ​ຄະ​ແນນ​ສຽງຕໍ່ຍັດຕິ​ດັ່ງກ່າວ​ຈະ​ເລື່ອນ​ໄປ​ຮອດ​ວັນ​ທີ 29 ​ເດືອນ​ກັນຍາ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ,ທ່ານສົງ​ສວນ​ເວົ້າ​ວ່າ,ການ​ໃຊ້​ມາດ​ຕະການ​ຈຳກັດ​ແລະ​ລັດທິ​ປົກ​ປ້ອງ​ໃດໆ​ໃນ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງຈີນ​ອາ​ເມ​ລິ​ການັ້ນ,ລ້ວນ​ແຕ່​ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ຝ່າຍ,ຝ່າຍ​ຈີນ​ຫວັງຜ່ານ​ຈາກ​ການ​ຫາລື​ກັນ​ຢ່າງ​ສະ​​ເໝີ​ພາບ​ມາ​​ແກ້​ໄຂ​ບັນຫາ.