ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-16 20:30:40    
ອິສ​ຣາ​ແອນ​ກ່າວ​ວ່າ ຖ້າ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕີນ​ຮັບ​ເອົາ​ເງື່ອນ​ໄຂ​ຂອງ​ປະຊາ​ຄົມ​ໂລກ ກໍ່ຈະ​ຟື້ນ​ຟູ​ການ​ເຈລະ​ຈາ​ສັນ​ຕິ​ພາບ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 15 ກັນ​ຍາ,ທ່ານ​ມາກ ​ເຣ​ເກ​ຟ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອິສຣາ​ແອນ​ເວົ້າ​ວ່າ,ຖ້າ​ລັດ​ຖະ​ບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​ປະກອບ​ສ້າງຂຶ້ນ​ໃໝ່ຮັບ​ເອົາ​ເງື່ອນ​ໄຂ 3 ຂໍ້​ທີ່​ປະຊາ​ຄົມ​ໂລກ​ສະ​ເໜີ​ອອກ​ມາ​ກ່ອນ​ໜ້າ​ນີ້,ຄືຮັບ​ຮອງ​ອິສຣາ​ແອນ ປະລະ​ກຳລັງ​ຮຸນ​ແຮງ ຮັບ​ເອົາ​ສົນ​ທິ​ສັນຍາ​ສັນຕິ​ພາບ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​ທີ່​ເຊັນ​ກັນໃນ​ເມື່ອ​ກ່ອນ,ປາ​ເລັສ​ຕີນ​ກັບ​ອິສຣາ​ແອນ​ກໍ່ຈະ​ຟື້ນ​ຟູ​ການ​ເຈລະຈາ,​ແລະ​ຈະ​ຊຸກຍູ້​ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ທີ່​ພວມ​ຢຸດ​ສະ​ງັກ.

ອາທິດ​ນີ້,ອົງການ​ອານ​ຟາ​ຕາ​ແລະ​ອົງການ​ຮາ​ມັດສ໌ ສອງພັກ​ຝ່າຍ​ຕົ້ນຕໍຂອງ​ປາ​ເລັສຕີນ​ໄດ້​ເຊັນ​ສັນ​ຍາ,ຈະ​ປະກອບ​ສ້າງ​ລັດຖະບານ​ປະສົມ​ແຫ່ງ​ຊາດ,​ເພື່ອ​ເຂົ້າ​ແທນລັດຖະບານ​ປົກຄອງ​ຕົນ​ເອງ​ຂອງ​ປາ​ເລັສຕີນ​ທີ່​ນຳ​ໂດຍ​ອົງການ​ຮາ​ມັດສ໌​ໃນ​ສະ​ເພາະ​ໜ້າ​ນີ້.