|
 |
(GMT+08:00)
2006-09-17 17:58:15
|
 |
ຮານິເຢກ່າວວ່າລັດຖະບານປະສົມແຫ່ງຊາດປາເລັສຕິນທີ່ຈະສ້າງຕັ້ງຂຶ້ນໃນໄວໆນີ້ບໍ່ຮັບຮອງສັນຍາປາເລັສຕິນອິສຣາແອນ
cri
ຕາມຂ່າວສານຊິນຮວາ, ວັນທີ16ກັນຍາ ຢູ່ກາຊາ,ທ່ານຮານິເຢ ນາຍົກລັດຖະມົນຕີລັດຖະບານປົກຄອງຕົນເອງຂອງປາເລັສຕິນກ່າວວ່າ,ລັດຖະບານປະສົມແຫ່ງຊາດປາເລັສຕິນທີ່ຈະສ້າງຕັ້ງຂຶ້ນໃນໄວໆນີ້ຈະບໍ່ຮັບຮອງສັນຍາຕ່າງໆທີ່ປາເລັສຕິນກັບອິສຣາແອນໄດ້ເຊັນກັນແລ້ວນັ້ນ.
ທ່ານຮານິເຢກ່າວວ່າ,ລັດຖະບານປາເລັສຕິນຊຸດໃໝ່ຈະຊຳລະສັນຍາທີ່ມີຜົນດີຕໍ່ຜົນປະໂຫຍດສູງສຸດຂອງປະຊາຊົນປາເລັສຕິນ,ແຕ່ນີ້ບໍ່ໄດ້ໝາຍຄວາມວ່າລັດຖະບານຊຸດໃໝ່ຂອງປາເລັສຕິນຈະຮັບຮອງສັນຍາຕ່າງໆທີ່ປາເລັສຕິນກັບອິສຣາແອນໄດ້ເຊັນກັນແລ້ວນັ້ນ.
ຕັ້ງແຕ່ຂະບວນການຕໍ່ຕ້ານອິສຣາມປາເລັສຕິນຫຼືອົງການຮາມາສຂຶ້ນຄອງອຳນາດໃນເດືອນມີນາປີນີ້ເປັນຕົ້ນມາ,ສິ່ຝ່າຍທີ່ກ່ຽວຂ້ອງກັບບັນຫາຕາເວັນອອກກາງຄືສະຫະປະຊາຊາດ ສະຫະພາບເອີລົບ ອາເມລິກາແລະຣັດເຊຍເປັນເອກະສັນກັນຮຽກຮ້ອງໃຫ້ລັດຖະບານອົງການຮາມາສຕອບສະໜອງຄວາມຮຽກຮ້ອງສາມຂໍ້ຄືປະລະການໃຊ້ກຳລັງຮຸນແຮງ,ຮັບຮອງອິສຣາແອນ,ຮັບເອົາສັນຍາສັນຕິພາບທີ່ປາເລັສຕິນກັບອິສຣາແອນໄດ້ເຊັນກັນແລ້ວນັ້ນ,ແຕ່ອົງການຮາມາສຈົນຮອດປັດຈຸບັນກໍ່ຍັງບໍ່ທັນໄດ້ໃຫ້ຄຳຕອບຢ່າງຕັ້ງໜ້າເທື່ອ.
|
|
|