ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-17 19:57:14    
ເຈົ້າ​ໜ້າ​ທີ່ອົງ​ການ​ທ່ອງ​ທ່ຽວ​ໂລກ​ຂອງ​ສະ​ຫະ​ປະຊາ​ຊາດ​ກ່າວ​ວ່າ ຊາວ​ຈີນ​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ເພີ່ມ​ຫຼາຍ​ຂຶ້ນ​ຢ່າງ​ວ່ອງ​ໄວ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ຊາວ​ຈີນ​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດ​​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຢ່າງ​ວ່ອງ​ໄວ,ທ່ານ​ຟຼານ​ສິສ​ໂກ ຟຼານ​ເກຍລີ ​ເລຂາທິການ​ໃຫຍ່ອົງການ​ທ່ອງ​ທ່ຽວ​ໂລກ​ຂອງ​ສະຫະ​ປະຊາ​ຊາດ​ເຫັນ​ວ່າ,ກະ​ວ່າ,​ເມື່ອ​ຮອດ​ປີ 2020,ຍອດ​ຈຳນວນ​ເທື່ອຄົນຂອງ​ຈີນ​ທີ່​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດຈະ​ບັນລຸ 100 ລ້ານ​ເທື່ອ​ຄົນ.

ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​​ໄປທັດ​ສະ​ນະສຶກ​ສາ​ການ​ທ່ອງ​ທ່ຽວ​ຢູ່​ແຂວງ​ກຸ້ຍ​ໂຈ​ວ ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້ແລະ​ແຂວງ​ອື່ນ​ໆຂອງ​ຈີນ,ທ່ານ​ຟຼານ​ສິສ​ໂກ ຟຼານ​ເກຍລີ​​ຊີ້​ອອກ​ວ່າ,​ເຖິງ​​ແມ່ນ​ວ່າ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ໄດ້​ທຳລາຍ​ການທ່ອງທ່ຽວ​ຂອງ​ທົ່ວ​ພາກ​ພື້ນ​ອາຊີ​ຢ່າງ​ໜັກໜ່ວງ​ກໍ່ຕາມ,​ແຕ່​ວ່າ,ອັດຕາ​​ເພີ່ມຂຶ້ນທີ່​ຄິດສະ​ເລ່ຍຂອງ​ຈຳນວນ​ເທື່ອ​ຄົນ​ທີ່​ໄປ​ທ່ອງ​ທ່ຽວ​ລະຫວ່າງ​ຊາດ​ໃນ​ປີ​ກາຍ​ນີ້ໄດ້​ສູງ​ເຖິງ 5,5%.​​ໃຕ້​ສະພາບ​ເບື້ອງ​ຫຼັງ​ດັ່ງກ່າວ,ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າອອກ​ເມືອງ​ຈີນກໍ່ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ປີ​ກາຍ​ນີ້,​ຊາວ​ຈີນ​ທີ່​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ໄດ້​ມີ​ເຖິງ 31 ລ້ານ​ເທື່ອ​ຄົນ.ປະຈຸ​ບັນ,ມີ 110 ກວ່າ​ປະ​ເທດ​ໄດ້​ເຊັນ​ສັນ​ຍາ​​ເປົ້າ​ໝາຍ​ການ​ທ່ອງ​ທ່ຽວ​ກັບ​ຈີນ,​ໃນ​ນັ້ນ,​ມີ 70 ກວ່າ​ປະ​ເທດ​​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ແລ້ວ.