ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-18 14:30:32    
ຄົນ​ຈີນ​ຜູ່​ຫນຶ່ງ​ບາດ​ເຈັບ​ເລັກ​ຫນ້ອຍ​ໃນ​ການ​ລະ​ເບີດ​ຫລາຍ​ເທື່ອ​ທີ່​ເກີດ​ຂຶ້ນ​ຢູ່​ໄທ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 18 ກັນ​ຍາ,ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ປະກາດ​ວ່າ​ວ່າ, ຕາມ​ການ​ລາຍ​ງານ​ຫລ້າ​ສຸດ​ຂອງ​ເຈົ້າ​ຫນ້າ​ທີ່​ຕຳ​ຫລວດ​ໄທ, ​ຄົນ​ຈີນ​ນາມ​ສະ​ກຸນ​ອູ​​ໄດ້​ຮັບ​ບາດ​ເຈັບ​ເລັກ​ຫນ້ອຍ​ໃນ​ການ​ລະ​ເບີດ​ຫລາຍ​ເທື່ອ​ທີ່​ເກີດ​ຂຶ້ນ​ຢູ່​ໄທ, ​ແລະ​ໄດ້​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງ​ຫມໍ​ທ້ອງ​ຖີ່ນ​ນັ້ນ​ແລ້ວ.

ວັນ​ທີ 16 ກັນ​ຍາ, 5 ​ບ່ອນ​ໃນ​ໃຈ​ກາງ​ເມືອງ​ຫາດ​ໃຫຍ່ ພາກ​ໃຕ້​ຂອງ​ໄທ​ໄດ້​ເກີດ​ການ​ລະ​ເບີດ​ລຽນ​ຕິດ​ກັນ, ນັບ​ມາ​ຮອດ​ປັດ​ຈຸ​ບັນ, ​ໄດ້​ມີ​ 4 ຄົນ​ເສຍ​ຊີ​ວິດ,​ເຊິ່ງ​ລວມ​ທັງ​ນັກ​ທ່ອງ​ທ່ຽວ​ກາ​ນາ​ດາ​ຜູ່​ຫນຶ່ງ, 70 ກວ່າ​ຄົນ​ບາດ​ເຈັບ. ​ເຈົ້າ​ຫນ້າ​ທີ່​ຕຳ​ຫລວດ​ໄທ​ກ່າວ​ວ່າ​ອົງ​ການ​ຮຸນ​ແຮງ​ຕັ້ງ​ຫົວ​ຈັດ​ສາ​ສະ​ຫນາ​ອິສ​ລາມ​ເປັນ​ຜູ່​ກໍ່​ເຫດ.

ກົມ​ກົງ​ສູນ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຕືອນ​ໃຫ້​ຄົນ​ຈີນ​ທີ່​ຢູ່​ແຫ່ງ​ນັ້ນ​ຖ້າ​ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ໃຫ້​ຕິດ​ຕໍ່​ກັບ​ສະ​ຖານ​ກົງ​ສູນ​ໃຫຍ່​ຈີນ​ທີ່​ປະ​ຈຳ​ສົງ​ຂລາ.