ຈີນຈະປະຕິຮູບອັດຕາແລກປ່ຽນເງິນຢວນຈີນຕາມຫຼັກການຄ່ອຍເປັນຄ່ອຍໄປ, ມີປະສິດທິຜົນແລະຄວບຄຸມໄດ້
cri
ຕາມຂ່າວCRI, ວັນທີ17ກັນຍາ, ຢູ່ສິງກະໂປ, ທ່ານໂຈວສຽວຊ່ວນ ຜູ້ວ່າການທະນາຄານປະຊາຊົນຈີນກ່າວວ່າ, ຈີນຈະປະຕິຮູບອັດຕາແລກປ່ຽນເງິນຢວນຈີນຕາມຫຼັກການຄ່ອຍເປັນຄ່ອຍໄປ, ມີປະສິດທິຜົນແລະຄວບຄຸມໄດ້.
ໃນໄລຍະເຂົ້າຮ່ວມກອງປະຊຸມປະຈຳປີຮ່ວມຂອງອົງການກອງທຶນສາກົນແລະທະນາຄານໂລກມື້ວານນີ້, ທ່ານໂຈວສຽວຊວນໃຫ້ສຳພາດຕໍ່ນັກຂ່າວວ່າ, ຈີນແມ່ນປະເທດໃຫຍ່, ຕ້ອງໄດ້ພິຈາລະນາເຖິງພາລະຫາບແບກໃນດ້ານຕ່າງໆຢູ່ພາຍໃນປະເທດ, ພ້ອມກັນນັ້ນ, ຕ້ອງພິຈາລະນາເຖິງໜ້າທີ່ຂອງຈີນໃນເສດຖະກິດໂລກ, ສະນັ້ນ, ການປະຕິຮູບອັດຕາແລກປ່ຽນເງິນຢວນຈີນແມ່ນຂະບວນການແບບຄ່ອຍເປັນຄ່ອຍໄປ.
ທ່ານໂຈວສຽວຊ່ວນເວົ້າວ່າ, ທິດທາງຂອງການປະຕິຮູບອັດຕາແລກປ່ຽນເງິນຢວນຈີນແມ່ນຕ້ອງປະຕິບັດລະບອບອັດຕາແລກປ່ຽນແບບລອຍຕົວທີ່ມີການຄຸ້ມຄອງ, ອັດຕາແລກປ່ຽນຂອງເງິນຢວນຈີນຄວນຮັກສາຄວາມໝັ້ນທ່ຽງໃນຂັ້ນພື້ນຖານໃນລະດັບທີ່ສົມເຫດສົມຜົນແລະດຸນດ່ຽງກັນ, ທິດທາງດັ່ງກ່າວຈະບໍ່ມີການປ່ຽນແປງ.
|
|