ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-18 15:47:42    
ງານ​ວາງສະ​ແດງ​ສິລະ​ປະ​ອາຊ​ຽນ​ເຮັດ​ໃຫ້​ຄົນຈີນຮູ້ຈັກ​ອາຊ​ຽນ​ຫຼາຍ​ກວ່າ​ເກົ່າ

cri

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະ​ບາຍ​ດີ, ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ຫວ່າງ​ມໍ່ໆ​ນີ້, ຢູ່​ຫໍ​ວິ​ຈິດ​ຕະ​ກຳຢ​ຽນຮວງ​ປັກ​ກິ່ງ​ໄດ້​ຈັດງານ​ວາງ​ສະ​ແດງ​ທີ່​​ໃຫ້​ຊື່ວ່າ " ສິ່ງ​ມະຫັດສະຈັນ——​ສິລະ​ປະອາຊ​ຽນ". ​ເຄື່ອງ​ວິ​ຈັດ​ຕະກຳ​ທີ່​ມີ​ສີສັນ​ພິ​ເສດ​ຕ່າງໆ​ຂອງ 10 ປະ​ເທດ​ອາຊ​ຽນ​ໃນງານ​ວາ​ງສະ​ແດງ​ໄດ້​ດູດ​ດຶງ​ຜູ້​ຊົມ​ຢ່າງ​ຫຼວງ​ຫຼາຍ. ​ໃນ​ລາຍການ"ຈີນ​ກັບ​ອາຊ​ຽນ" ພາກ​ນີ້, ຜູ້​ດຳ​ເນີນ​ລາຍ​ການ​ຈະ​ພາ​ທ່ານ​ໄປ​ຊົມ​ງານ​ວາງສະ​ແດງພິ​ເສດ​ເທື່ອ​ນີ້, ຕໍ່​ໄປ, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ກ່ຽວຂ້ອງ.

ທ່ານ​ຜູ້​ຟັງ, ​​ເມື່ອ​ຍ່າງ​ຂຶ້ນ​ໄປຮອດ​ຊັ້ນ​ທີ 2 ຂອງ​ຫໍ​ວິຈິດ​ຕະ​ກຳ, ພວກ​ເຮົາ​ກໍ​ໄດ້​ເຫັນ​, ຫໍ​ວາງສະ​ແດງ​ໄດ້​​ແບ່ງ​ອອກ​ເປັນຫ້ອງ​ວາງ​ສະ​ແດງ 10 ຫ້ອງ​ສຳ​ລັບ 10 ປະ​ເທດ​ອາຊ​ຽນ, ຫ້ອງ​ວາງ​ສະ​ແດງ​ຈັດລຽງ​ລຳ​ດັບ​ຕາມ​ພະ​ຍັນ​ຊະ​ນະ​ພາ​ສາ​ອັງກິດ​. ທ່ານ​ຢິນ​ເພິ​ງ ທີ່​ຮັບ​ຜິດ​ຊອບ​ສູນ​ງານ​ວາງ​ສະ​ແດງສິລະ​ປະ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ ​ເຊິ່ງ​ເປັນ​ອົງການ​ທີ່​ຮັບ​ຜິດ​ຊອບ​ການ​ວາງ​ສະ​ແດງ​ເທື່ອ​ນີ້​ແນະ​ນຳ​ວ່າ:

"ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້ໂຮມ​​ເອົາເຄື່ອງ​ວິຈິດຕະກຳ​ທີ່​ມີ​ລັກສະນະ​ແລະ​ສີສັນ​ພິ​ເສດ​ຂອງ​ວັດ​ທະ​ນະ​ທຳ​ 10 ປະ​ເທດ​ອາຊ​ຽນມາ​ວາງ​ສະ​ແດງ. ​ແຕ່ລະ​ປະ​ເທດຕ່າງ​ກໍ​ມີ​ຫ້ອງ​ວາງສະ​ແດງ​ຫ້ອງ​ໜຶ່ງ. ​ເທື່ອ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່ຫໍ​ວິຈິດ​ຕະກຳ​​ອຽນ​ຮວງຈັດ​ງານ​ວາງສະ​ແດງ​ເຄື່ອງ​ວິຈິດ​ຕະກຳ​ອາຊີຂະໜາດ​ໃຫຍ່​ປານ​ນີ້​."

ງານ​ວາງ​ສະ​ແດງ​ເທື່ອ​ນີ້ຈັດ​ວາງ​ໄດ້​ດີ​ຫຼາຍ, ພວກ​ເຮົາ​ໄດ້​ເຫັນ​ລະ​ຫວ່າງ​ຫ້ອງ​ວາງ​ສະ​ແດງ​ຂອງ​ຫວ​ຽດນາມ​ແລະ​ລາວ, ​ໄດ້​ໃຊ້ຮູບ​ຈຳ​ລອງ​ຕ່າງ​ໆ, ​ເຊັ່ນ, ກໍໄຜ່, ຂົວ​ໄມ້, ​ແລະ​ເຮືອນ​ຕູບ​ເປັນ​ຕົ້ນສັບຫວ່າງ, ບວກ​ກັບ​ເຄື່ອງ​ວິຈິດ​ຕະກຳ​ອັນລຽບ​ງ່າຍ​ຂອງ​ເຂົາ​ເຈົ້າ, ປະ​ກອບ​ເປັນຮູບ​ພາບ​ຂອງ​ບ້ານ​ນາ​ຜຳ​ສຸກ​ອັນ​ສວຍ​ງາມ​ໜ້າ​ຊົມ. ​ສ່ວນ​ຫ້ອງ​ວາງສະ​ແດງ​ຂອງ​ອິນ​ໂດ​ເນ​ເຊຍ, ກຳປູ​ເຈຍ​ແລະ​ໄທ​, ​ໄດ້​ຕົບ​ແຕ່ງ​ດ້ວຍ​ແສງ​ໄຟ​ແລະ​ແຜ່ນ​ພາບ​ແຕ້ມທີ່​ມີ​ຮູບ​ພະ​ທາດ​ແລະ​ວັດວາ​ເກົ່າ​ແກ່ບູຮານ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ມູນ​ເຊື້ອ​ອັນ​ເລິກ​ເຊິ່ງ​​ແຫ່ງ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ​ຂອງ​ປະ​ເທດ​ທີ່​ມີ​ອາລະຍະ​ທຳ​ເກົ່າ​ແກ່​ດັ່ງ​ກ່າວ. ຮູບ​ຄວັດ​ຫົວ​ສິງ​ຫາງ​ປາ​ທີ່ສູງ​ໃຫຍ່​ຕັ້ງສະ​ຫງ່າ​ຢູ່​ໜ້າ​ຫ້ອງ​ວາງສະ​ແດງ​ຂອງ​ສິງກະ​ໂປນັ້ນ, ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຍັງ​ບໍ່​ທັນ​ເຂົ້າ​ຊົມ​ເທື່ອກໍ່​ໄດ້​ມີ​ຄວາມຮູ້​ສຶກ​ເຖິງ​ວັດທະນະທຳຫຼາຍ​ເຊື້ອ​ຊາດ​ຂອງສິງກະ​ໂປ​ເຊິ່ງ​ເປັນ​ປະ​ເທດ​ລັດ​ຖະ​ນະຄອນ​ນີ້​ແລ້ວ. ຍັງ​ມີ​ຮູບ​ຊ້າງ​ທີ່​ປະ​ຊາ​ຊົນ​ອາຊີ​ອາ​ຄະ​ເນ​ຮັກ​ແພງ​ຫຼາຍ, ​​ເມື່ອ​ໄດ້​ຕົບແຕ່ງ​ເປັນພິ​ເສດ​ແລ້ວ, ​ໄດ້​ກາຍ​ເປັນ​ຕູ້​​ໂຊ​ທີ່ວາງສະ​ແດງ​ເຄື່ອງ​ວິຈິດ​ຕະກຳ​ຂອງ​ໄທ​ແລ​ະລາວ​. ສິ່ງ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ກວ່າ​ໝູ່​ແມ່ນ​​ແສງໄຟ​ສີຟ້າ​ລະຫວ່າງ​ 10 ຫ້ອງ​ວາງສະ​ແດງ, ​ເບິ່ງ​ເໝືອນ​ດັ່ງ​​ແມ່ນ້ຳ​ສາຍ​ໜຶ່ງ​ໄຫຼ​ຜ່ານ​ຫຼາຍ​ປະ​ເທດ​ອາ​ຊຽນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງທີ່​ວ່າ​, ບັນດາ​ປະ​ເທດ​ອາ​ຊຽນ​ມີ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຕັ້ງ​ແຕ່​ບູຮານ​ນະ​ການ, ມີ​ສາຍ​ພູ​ສາຍ​ນ້ຳ​ຕິດ​ຈອດ​ກັນ​ແລະ​ເກາະ​ແຂນຮ່ວມ​ມື​ກັນ​.


ຕໍ່​ໄປ, ຜູ້​ດຳ​ເນີນ​ລາຍການຈະ​ນຳ​ທ່ານ​ໄປ​ຊົມ​ການ​ວາງສະ​ແດງ​ອັນ​ດີ​ເລີດຂອງ​​ບາງ​ປະ​ເທດ.ທ່ານ​ຜູ້​ຟັງ, ທີ່​ທ່ານພວມ​ຟັງ​ຢູ່​ນີ້​ແມ່ນ​ສຽງລະນາດເຊິ່ງ​ເປັນ​ເຄື່ອງ​​ເສບ​​ພື້ນ​ເມືອງ​ຂອງຫວ​ຽດນາມ, ດຽວ​ນີ້, ຜູ້​ຈັດ​ລາຍການ​ພວມໄດ້​ນຳ​ທ່ານ​ມາ​ຊົມ​ຢູ່​ຫ້ອງ​ວາງສະ​ແດງ​ຂອງຫ​ວຽດນາມ, ສຽງ​ລະນາດ​ອັນມ່ວນ​ຫູ​ຈາກ​ຫ້ອງ​ນີ້​ໄດ້​ດຶງ​ດູດ​ຜູ້ຊົມ​ຢ່າງ​ຫຼວງ​ຫຼາຍ.

ຕໍ່​ໄປ, ​ແມ່ນ​ຫ້ອງ​ວາງ​ສະ​ແດງ​ຂອງ​ໄທ, ການສະ​ແດງ​ຫຸ່ນ​ກະ​ບອກ​ທີ່​ມີສີສັນ​ພິ​ເສດ​ຂອງ​ໄທ​ນັ້ນ​ໄດ້​ດູດ​ດຶງ​ຜູ້​ຊົມ​ຫຼາຍ​ສົມ​ຄວນ. ທ່ານ​ນາງດາຣຸນີ ທຳ​ໂພ​ດົນ, ນັກ​ວິ​ຊາ​ການ​ວັດ​ທະ​ນະ​ທຳ​ພົວ​ພັນ​ກັບ​ຕ່າງປະ​ເທດ​ຂອງ​ກະ​ຊວງ​ວັດ​ທະ​ນະ​ທຳ​ຂອງ​​ໄທ​​ແນະນຳ​ວ່າ:

 "​ເຄື່ອງ​ວິຈິດ​ຕະກຳ​ທີ່ພວກ​ຂ້າ​ພະ​ເຈົ້າ​ນຳ​ມາຮ່ວມ​ງານວາງສະ​ແດງ​ເທື່ອ​ນີ້, ບໍ່​ວ່າ​ຄັນ​ຮົ່ມ, ​ເຄື່ອງ​ປັ້ນດິນ​ເຜົາຫຼືວ່າ​ແມ່ນ​​ແພ​ແສ່ວ, ກໍ​ມີ​ສີ​ສັນ​ພິ​ເສດ​ຂອງ​ໄທ​. ຫຸ່ນ​ກະບອກຂອງ​ພວກ​ເຮົາ​ແມ່ນ​ເຄື່ອງ​ວາງສະ​ແດງ​ທີ່​ພົ້ນ​ເດັ່ນ, ມີ​ຄົນ​ສະ​ແດງສະ​ເພາະ, ມັນ​ມີ​ສີສວຍ​ງາມຕົບ​ແຕ່ງ, ປານີດ, ມີ​​ເອກະລັກ​ຊົນ​​ເຜົ່າ​ເຂັ້ມ​ຂຸ້ນແລະໜ້າ​ຊົມຫຼາຍ."

ຜູ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຂອງຝ່າ​ຍ​ມາ​ເລ​ເຊຍ​ແນະນຳ​ວ່າ:

"​ເຄື່ອງ​ວິຈິດ​ຕະກຳ​ທີ່​ພວກ​ເຮົາ​ເລືອກ​​ມາ​​ວາງສະ​ແດງ​ເທື່ອ​ນີ້​ແມ່ນ​ຫາ​ຍາກ​, ມີ​ຄ່າ​ສູງ, ​ແລະ​ໄດ້​ສະ​ແດ​ງ​ໃຫ້​ເຫັນ​​ຫັດຖະກຳດັ້ງ​ເດີມ​ຂອງ​ພວກ​ເຮົາທັງ​ໝົດ."

ເຄື່ອງ​ວາງສະ​ແດງ​ຂອງ 10 ປະ​ເທດ​ອາຊຽນຕ່າງ​ມີ​ຈຸດ​ພິ​ເສດ​ຂອງ​ໃຜ​ມັນ, ທັງ​ເຊື່ອມ​ໂຍງ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ. ບໍ່ພ​ຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ພິ​ເສດ​ແລະ​ມີຫຼາຍຮູບ​ແບບ​ສິລະ​ປະ​ຂອງ​ບັນດາ​ປະ​ເທດ​ອາຊ​ຽນ, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸດ​ຄື​ກັນ​ຂອງ​ວັດທະນະທຳ​ພາກ​ພື້ນ.
ຫຸ່ນ​​ເຊີດ​ພື້ນ​ເມືອງຂອງ​ອິນ​ໂດ​ເນ​ເຊຍ​ມ່ວນ​ຊື່ນແລະ​ໜ້າ​ຮັກ, ໜ້າກາກຄວັດ​ດ້ວຍ​ໄມ້​ໜ້າ​ຕາປະຫຼາດ​ແລະ​ເລິກ​ລັບ, ພະພຸ​ທະ​ຮູບ​ຂອງ​ກຳປູ​ເຈຍ​​ໄດ້​ຊາບ​ຊຶມ​ໄປ​ດ້ວຍ​ຜົນ​ສະທ້ອນ​ຂອງ​ສິລະ​ປະ​ອິນ​ເດຍ, ທັງ​ມີ​ລັກສະນະ​ໜ້າ​ຕາ​ຂອງ​ຄົນ​ຂະ​​ເມນ. ຮູບ​ແກະສະຫຼັກ​ໄມ້​ຂອງ​ລາວ​ມີລວດລາຍສະຫຼັບສັບ​ຊ້ອນ, ສີມື​ປານີດ; ​​ເຄື່ອງນຸ່ງ​ຂອງ​ຖື, ​​ເຄື່ອງແສ່ວດ້ວຍລູກ​ປັດຂອງ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຊາວ​ຈີນ​ສິງກະ​ໂປ​​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ແຫຼ່ງວັດ​ທະນະ​ທຳ​ຈີນແລະ​ການຮັບ​ເອົາ​ຮີດຄອງ​ປະ​ເພນີ​ທ້ອງ​ຖິ່ນ​ຂອງ​ຊາວ​ຈີນສິງກະ​ໂປ​​; ຍັງ​ມີ​ຫັດຖະກຳ​​ຫວາຍ​ຂອງ​ຟິລິບ​ປີນ​ແລະ​ມາ​ເລ​ເຊຍ, ​​ເຄື່ອງດິນ​ເຜົາ​ຂອງ​ໄທ​ແລະ​ຫວຽດນາມ, ລ້ວນ​ແຕ່​ມີ​ທຳນອງ​ຊົນ​ຊາດ​ອັນ​ເຂັ້ມຂຸ້ນ. ພ້ອມ​ກັນນັ້ນ, ​ປະ​ເທດ​ຕ່າງໆທີ່​ເຂົ້າຮ່ວມ​ງານວາງສະ​ແດງຍັງ​ໄດ້​ເອົາ​ເຄື່ອງ​ຖັກ​ແສ່ວ, ​ເຄື່ອງ​ນຸ່ງ​ຂອງ​ຖື​ແລະ​ສິລະ​ປະ​ຍ້ອມ​ດ້ວຍ​ໄຂສີ​ທີ່​ມີ​ສີ​ສັນລວດລາຍ​ສວຍ​ງາມພິ​ເສດ​ນັ້ນມາ​ວາງສະ​ແດງ. ນັກສິລະ​ປະ​ຂອງ​ມາ​ເລ​ເຊຍ​ແລະ​ສິງກະ​ໂປ​​ຍັງ​ໄດ້​ສາທິດການ​ຖັກ​ແສ່ວ​ຢູ່​ກັບ​ບ່ອນ.

ທ່ານນາງ​ເຈີ້​ງ​ເວີນ​ຮຸ້ຍ ຫົວໜ້າຫໍວິຈິດ​ຕະກຳຢຽນ​ຮວງ​ກໍ​​​ໄດ້ໄປ​ຊົມ​ການວາງສະ​ແດງ, ​ເພິ່ນ​ຕີ​ລາຄາ​ວ່າ:

"ຂ້າພະ​ເຈົ້າຍ້ອງຍໍ​ເຄື່ອງ​ສິລະ​ປະ​ເຫຼົ່ານີ້ທີ່​ສຸດ, ງາມຫຼູຫຼາ​ແທ້ໆ. ນີ້​ແມ່ນ​ງານວາງສະ​ແດງ​ສິລະ​ປະ​ແລະ​ຊົນ​ຊາດ, ​ໄດ້​ສະ​ແດງ​ໃຫ້​ເຫັນສະພາບ​ພັດທະນາ​ຂອງວັດທະນະທຳ​, ປະຫວັດສາດ, ເສດຖະກິດ​ແລະ​ມະນຸດ​ສາດຂອງ​​ແຕ່ລະ​ຊົນ​ຊາດ​. ​ແຕ່​ລະ​ຊົນ​ຊາດ​ຕ່າງກໍ​ມີ​ຈຸດ​ພິ​ເສດ​ຂອງ​ໃຜລາວ, ຈຸດ​ພິ​ເສດ​ເຫຼົ່ານີ້​ໄດ້​ປະກອບ​ເປັນ​ວັດທະນະທຳ​ດຽວ​ກັນ​ທັງ​ມີຫຼາຍ​ເຄົ້າຂອງ​ອາຊີ​ພວກ​ເຮົາ."

ປີ​ນີ້​ແມ່ນ​ຈີນ​ກັບ​ອາ​ຊຽນສ້າງຕັ້ງ​ການ​ພົວພັນ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ຄົບຮອບ 15 ປີ, ພ້ອມ​ທັງ​ເປັນ​ປີ​ຮ່ວມ​ມືມິດຕະພາບ​ຈີນ​ອາຊຽນ. ​ເພື່ອ​ສະຫຼອງ​ເຫດການ​ສຳຄັນ​ດັ່ງກ່າວ, ​ໃນ​ງານ​ສິລະ​ປະ​ອາຊີ​ຄັ້ງທີ 8 ທີ່​​ໄດ້ອັດ​ລົງ​ໃນ​ວັນ​ທີ 6 ກັນຍາ, ​ກໍ​ໄດ້​ສຸມ​ສາຍຕາ​ໃສ່​ວັດທະນະທຳ​ອາຊຽນ, ​​ໄດ້ຈັດ​ໃຫ້​ມີກິດຈະກຳ​ຕ່າງໆ​ທີ່​ສະ​ແດງ​​ໃຫ້​ເຫັນວັດ​ທະນະ​ທຳ​ອາຊຽນ. "​ສິ່ງ​ມະຫັດສະຈັນ​ອາຊີ——ງານ​ວາງສະ​ແດງສິລະ​ປະ​ອາຊຽນ" ກໍ​ແມ່ນ​ເນື້ອ​ໃນ​ສຳຄັນ​ອັນໜຶ່ງ. ງານ​ວາງສະ​ແດງ​ສິລະ​ປະ​ມີ​ຈຸດ​ປະ​ສົງ​​ເປີດ​ປ່ອງຢ້ຽມ​ມໍລະດົກ​ວັດ​ທະນະ​ທຳ​ອັນ​ອຸດົມສົມ​ບຸນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ​​ໃຫ້​ຊາວ​ຈີນ​ນັບ​ມື້​ນັບ​ເຂົ້າ​ໃກ້​ອາຊຽນຫຼາຍກວ່າ​ເກົ່າ, ​ເຂົ້າ​ໃຈ​ວັດທະນະທຳ​ອາ​ຊຽນທີ່​ມີ​ຫຼາຍສີຫຼາຍສັນ, ທັງ​ຫວັງ​ໃຫ້ການ​ຮ່ວມ​ມືມິດຕະພາບລະຫວ່າງ​ຈີນ​ກັບ​ອາ​ຊຽນຍິ່ງ​ໝັ້ນຄົງຂະໜົງ​ແກ່ນ.

ໃນ​ເວລາ​ໃຫ້ສຳພາດ​ຕໍ່ນັກ​ຂ່າວCRIພວກ​ເຮົາ, ທ່ານ​ອົງ​ເຄັງ​ຢົງ ​ເລຂາທິການ​ໃຫຍ່​ອາ​ຊຽນທີ່​ເຂົ້າຮ່ວມ​ງານວາງສະ​ແດງ​ສິລະ​ປະອາ​ຊຽນກ່າວວ່າ:

"​ດ້ວຍ​ຮູບ​ການ​ແລກປ່ຽນ​ຄື​ງານວາງສະ​ແດງ​ສິລະ​ປະ​​​ວິຈິດຕະກຳ​ອາຊ​ຽນຄັ້ງ​ນີ້, ​ເຮັດ​ໃຫ້ພວກ​ເຮົາ​ໄດ້​​ມາເຕົ້າ​ໂຮມ​ກັນ, ຖອດຖອນ​ບົດຮຽນແລະ​ຮ່ຳຮຽນ​ເຊິ່ງກັນ​ແລະ​ກັນ, ພ້ອມ​ກັນ​ປະດິດ​ສ້າງ. ​ຈາກງານ​ສິລະ​ປະ​ອາຊີ​​ເທື່ອ​ນີ້, ພວກ​ເຮົາ​ສາມາດ​ສ້າງ​ໃຫ້​ສິລະ​ປະ​ອາຊີບັນລຸ​ເຖິງ​ລະດັບ​ສຸດ​ຍອດ. ພວກ​ເຮົາ​ຖື​ງານ​ນີ້​ເປັນຈຸດເລີ່​ມຕົ້ນ, ຫວັງ​ວ່າ​ງານ​ສິລະ​ປະ​ອາ​ຊຽນ​ໃນ​ອະນາຄົດ​ຄົງຈະ​ເປັນ​​ເວທີສະ​ແດງ​ວັດທະນະທຳ​ອາຊ​ຽນ​, ​ແລະ​ເປັນເວທີແລກປ່ຽນ​ວັດທະນະທຳ​​​ກັບ​ຈີນຍິ່ງຫຼາຍກວ່າ​ເກົ່າ."

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມານັ້ນ, ​ແມ່ນ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ງານ​ວາງສະ​ແດງ​ສິລະ​ປະອາຊຽນ​ເຮັດ​ໃຫ້​ຊາວ​ຈີນເຂົ້າ​ໃນອາຊຽນຫຼາຍກວ່າ​ເກົ່າ​. ລາຍການ​ຈີນ​ກັບ​ອາຊຽນພາກ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.