ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-18 15:57:59    
ມີ​ແຕ່​ຜູ້​ທີ່​ສາ​ມາດ​ຜ່ານ​ການ​ເຝິກ​ຝົນ​ຫຼໍ່​ຫຼອມ​ໃນ​ຊີ​ວິດ, ​ຈຶ່ງ​ຈະໄດ້​ຮັບ​ຜົນ​ສຳ​ເລັດ

cri


ສະ​ບາຍ​ດີ, ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ສົມ​ບູນ ຜູ້​ດຳ​ເນີນ​ລາຍ​ການ​ໄດ້​ມາ​ພົບ​ກັບ​ທ່ານ​ຕາມ​ເຄີຍ​ໃນ​ລາຍ​ການ​ຄາລົມ​ຄົມ​ຄາຍ​. ກ່ອນ​ອື່ນ, ທ່ານ​ຈະ​​ໄດ້​ຟັງ​ນິທານ​ກ້ອມ​ເລື່ອງ​ໜຶ່ງ:

​ແຕ່​ກ່ອນ, ມີ​ເຫຼັກ​ກ້ອນໜຶ່ງ, ຖືກ​ຖີ້ມ​ໄວ້ຢູ່​ແຈ​​ເຮືອນ​ແຕ່​ດົນ​ມາ​ແລ້ວ.

ມີ​ມື້ໜຶ່ງ, ​ເຈົ້າ​ຂອງ​ໄດ້​ເອົາ​ມັນ​ຖີ້ມ​ໃສ່​ເຕົາ​ໄຟ, ມັນ​ຮູ້ສຶກ​ຮ້ອນຫຼາຍ​ຈົນ​ທົນ​ບໍ່​ໄຫວ, ຈຶ່ງ​ເວົ້າ​ນຳເຕົາ​​ໄຟ​ວ່າ:"ອ້າຍ​​ເຕົາໄຟ​ເອີ້​ຍ, ຂໍ​ໃຫ້​ອ້າຍຜ່ອນ​ຄວາມ​ຮ້ອນ​ລົງ​ຈັກໜ້ອຍ​ໄດ້​ບໍ່?"

​ອ້າຍ​ເຕົາ​ໄຟ​ໃຈ​ອ່ອນ, ອີຕູ​ຕົນມັນຫຼາຍ, ​ເລີຍ​ເຫັນ​ດີ​ເຮັດ​ໃຫ້​ໄຟ​ອ່ອນ​ລົງ.

ບຶດດຽວ​, ​ເຫຼັກ​ກ້ອນ​ນີ້ກໍ​ຖືກ​ຄີບ​ອອກ​ຈາກ​ເຕົາ​ໄຟ, ​ໄປ​ວາງ​ໄວ້​ເທິງ​ເຫຼັກ​ໜ້າ​ທັ່ງ​ຖືກ​ຄ້ອນທຸບ​ຕີ​ຢ່າ​ງຮຸນ​ແຮງ. ບໍ​ພໍ​ບຶດ, ​ແຜ່ນ​ເຫຼັກ​ກໍທົນ​ບໍ່​ໄຫວ, ​ແລ້ວ​ອ້ອນ​ວອນ​ນຳ​ຄ້ອນ​ເຫຼັກ​ວ່າ:"ອ້າຍ​ຄ້ອນ​ເອີ້​ຍ, ຂໍ​ໃຫ້​ອ້າຍ​​ຕີ​ຊ້າ​ແດ່​, ຄ່ອຍ​ແດ່ໄດ້​ບໍ່? ​​​ຢ່າ​ສູ່​ໃຫ້ນ້ອງ​ເຈັບຫຼາຍ?"

ຄຳ​ຮ້ອງ​ຂໍ​ດັ່ງ​ກ່າວ​ກໍ​ເຮັດ​ໃຫ້​ຄ້ອນ​ຕີ​ອີ​ຕົນ​ເຫຼັກ​ກ້ອນ​ນີ້, ​ເລີຍ​ເຫັນ​ດີ. ​​​ເປັນອັນວ່າ, ​ໃນ​ທີ່ສຸດ​, ​ເຫຼັກ​ກ້ອນ​ນີ້​ບໍ່ໄດ້​ຖືກ​ຫຼໍ່​ຫຼອມ​ຢ່າງ​ສົມ​ບູນ​ກໍ​ຖືກ​ສົ່ງ​ອອກ​ຈາກ​ໂຮງ​ງານ.

​ແຕ່​ວ່າ, ຜ່ານ​ໄປບໍ່​ດົນ, ​ເຫຼັກ​ກ້ອນ​ນີ້​ກໍ່​ເຂົ້າ​ຂີ້​ໝ້ຽງ, ກາຍ​ເປັນ​ເຫຼັກ​ເສດ​ກ້ອນ​ໜຶ່ງທີ່​ໃຊ້​ການບໍ່​ໄດ້​ແລ້ວ​ຖືກ​ສົ່ງ​​ຄືນໂຮງ​ງານ​​ໄປ​ຫຼໍ່​ຫຼອມ​ໃໝ່.

ເມື່ອ​ເຫຼັກ​ກ້ອນ​ນີ້​ສົ່ງ​ກັບ​ເມືອ​ໂຮງ​ງານ​​​ແລ້ວ, ກໍ​ພົບ​ກັບ​​ເຕົາໄຟ​ແລະ​ຄ້ອນ​ຕີ​ເຫຼັກ​ອີກ, ມັນ​ອຸທານ​ອອກ​ມາ​ວ່າ: "ໂອ່! ດຽວ​ນີ້, ຂ້ອຍ​ຈຶ່ງ​ເຂົ້າ​ໃຈ​ວ່າ, ​ຢູ່ໃນ​ຊີວິດ, ມີ​ອຸ​ປະ​ສັກ​ບາງ​ຢ່າງ​ແມ່ນ​ຫຼົບ​ຫຼີກ​ບໍ່​ໄດ້​, ມີ​ແຕ່​​ໄດ້​ຜ່ານ​ຂັ້ນ​ຕອນ​ເຫຼົ່າ​ນີ້​ແລ້ວ​ຈຶ່ງ​ສາມາດ​ທົນ​ຕໍ່​ຄວາມ​ລຳ​ບາກ​ຕ່າງ​ໆ​ໄດ້."

ຈີນ​ມີ​ຄວາມ​ເວົ້າ​ບູຮານ​ຄວາມ​ໜຶ່ງ​​ເນື້ອ​ໃນ​ໃຈ​ຄວາມ​ແມ່ນ​ຄື​ກັບ​ນິ​ທານ​ທີ່​ກ່າວ​ມາ, ນັ້ນ​ກໍ​ຄື:"yu bu zhuo bu cheng qi", ​​ໝາຍ​ຄວາມ​ວ່າ, ​ແກ້ວ​ມໍ​ລະ​ກົດ​ຈະ​ງາມ​ປານໃດ, ຖ້າ​ບໍ່​​ເຈຍລະ​ໄນ​ກໍ​ບໍ່​ຕ່າງ​ຫຍັງ​ກັບຫີນ​ທຳ​ມະ​ດາ​, ມີ​ແຕ່​ຜັດ​ໃຫ້​ເຫຼື້ອມ​ໃຫ້​ເປັນ​ລ່ຽມ, ມັນຈຶ່ງ​ກາຍ​ເປັນ​​ແກ້ວ​ງາມທີ່​ລ້ຳຄ່າ​ໄດ້, ຄົນ​ທັງ​ຫຼາຍ​ມັກ​ຍົກ​ຄວາມ​ເວົ້າ​ຄວາມ​ນີ້​ມາ​ສອນຊາວ​ໜຸ່ມ, ​ໃຫ້​ເຝິກ​ຝົນ​ຕົນ​ເອງ​ໃນ​ຊີວິດ​ຢ່າ​ງທໍລະ​ຫົດ​ອົດທົນ, ​​ຈຶ່ງຈະໄດ້​ຮັບ​ຜົນ​ສຳ​ເລັດ. ດັ່ງ​ສຸພາສິດ​ລາວ​ທີ່​ເວົ້າ​ວ່າ: "​ແກ້ວ​ອົດ​ເກົ້າ​ເຍື້ອນ​ຫາກ​ຈະ​ໄດ້​ທ່ອນ​ຄຳ".

ຢູ່​ຕໍ່ໜ້າ​ຄວາມ​ຫຼົ້ມ​​ເຫຼວ​ແລະ​ຄວາມ​ຫຍຸ້ງ​ຍາກ​ມີ​ຄົນ​ 2 ປະ​ເພດ, ປະ​ເພດ​ໜຶ່ງ​ ​ຢ້ານ​ຄວາມຫຼົ້ມ​​ເຫຼວ, ພະ​ຍາ​ຍາມ​ຫຼົບ​ຫຼີກ, ຄື​​ກັບ​ເຫຼັກ​ກ້ອນ​ນັ້ນໃນ​ນິທານ​, ​ແລະ​ຜົນ​ສຸດ​ທ້າຍກໍ​ຖືກ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ເອົາ​ຊະ​ນະ, ​ເຫຼັກ​ທີ່​ເຂົ້າ​ຂີ້​ໝ້ຽງ​ສົ່ງ​ກັບ​ຄືນ​ໂຮງ​ງານ​ຫຼໍ່​ຫຼອມ​ໃໝ່​ໄດ້, ​ແຕ່​ຊີວິດ​ຂອງ​ຄົນ​ເຮົາ​ຫວນ​ຄືນ​ໃໝ່​ບໍ່​ໄດ້. ຍັງ​ມີ​ຄົນ​ອີກ​ປະ​ເພດ​ໜຶ່ງ​ພັດ​ກ້າ​ຫັນ​ໜ້າ​ສູ້​ກັບ​ຄວາມຫຼົ້ມ​ເຫຼວ, ​ຍິ່ງ​ຕໍ່​ສູ້ທໍ່​ໃດ​ກໍ​​ຍິ່ງ​ກ້າ​​ແກ່ມ, ແລະ​ເອົາ​ຊະນະ​ມັນ​ໃນ​ທີ່​ສຸດ, ຄົນ​ປະ​ເພດ​ນີ້​ຈຶ່ງ​ສາ​ມາດ​ກາຍ​ເປັນຄົນ​ເກັ່ງ. ຢູ່​ຈີນ​ຍັງ​ມີ​ຄວາມ​ເວົ້າ​ຄວາມ​ໜຶ່ງ​ຄົນ​ທັງ​ຫຼາຍ​ມັກ​ເວົ້າ​ເລື້ອຍໆ, ນັ້ນ​ກໍ​ຄື: "​chi de ku zhong ku,fang wei ren shang ren", ໝາຍ​ຄວາມ​ວ່າ, ຜູ້​ທີ່​ສາມາດ​ອົດ​ທຸກ​ທົນ​ຍາກ​ແລະ​ຜ່ານ​ຜ່າ​ອຸ​ປະ​ສັກ​ແລະ​ຄວາມ​ທຸກ​ທໍລະ​ມານ​ອັນ​ໃຫຍ່​ຫຼວງ​ທີ່​ຄົນ​ທຳ​ມະ​ດາ​ອົດທົນ​ບໍ່​ໄດ້​ນັ້ນ, ຈຶ່ງ​​ແມ່ນຜູ້​ທີ່​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ

ເຫຼັກ​ກ້ອນ​ນ້ອຍ​ຢາກ​ກາຍ​ເປັນ​ເຫຼັກ​ກ້າ​ທີ່​ດີ, ຕ້ອງ​ຜ່ານ​ການ​ຫຼໍ່​ຫຼອມ​ໃນເຕົາ​ໄຟ ​ແລະ​ການ​ທຸບ​ຕີ​ດ້ວຍ​ຄ້ອນ​ເຫຼັກ, ຫີນ​ແກ້ວ​ມໍ​ລະ​ກົດ​ຈະ​ກາຍ​ເປັນ​ແກ້ວ​ທີ່​ລ້ຳ​ຄ່າ, ກໍ​ຕ້ອງ​ຜ່ານ​ການ​ເຈຍລະ​ໄນ​ຢ່າງ​ລະ​ອຽດ​ປານີດ, ຄົນ​ກໍ​ຄື​ກັນ, ຕ້ອງ​ຜ່ານ​ການ​ເຝິກ​ຝົນ​ຫຼໍ່​ຫຼອມ​ໃນ​ຊີ​ວິດ, ​ຈຶ່ງ​ຈະໄດ້​ຮັບ​ຜົນສຳ​ເລັດ.

ຊີ​ວິດ​ຈະ​ສົມ​ບູນ​ງົດ​ງາມ​ຫຼາຍ​ສີ ຫຼາຍ​ສັນ, ​ບໍ່ພ​ຽງ​ແຕ່​ຕ້ອງມີດິນ​ດຳ​ນ້ຳຊຸ່ມ, ​ແຕ່ຍັງ​ຕ້ອງມີ​ຟ້າ​ຝົນ​ລົມ​ແດງ, ບໍ່​ຽງ​ແຕ່ມີ​ຄວາມ​ສະ​ດວກ​ສະ​ບາຍ, ຍັງ​ຕ້ອງມີ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ. ດັ່ງ​ນັ້ນ, ບໍ່​ຕ້ອງ​ຢ້ານ​ຄວາມ​ຫຼົ້ມ​ເຫຼວ​ແລະ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ໃນ​ຊີວິດ, ​ເພາະ​ສິ່ງ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ຫຼັກ​ສູດ​ທີ່​ຕ້ອງ​ຮຽນ​ໃນ​ຊີວິດ​ຂອງ​ເຮົາ, ​ບອກຕົນ​ເອງ​ວ່າ, ມີ​ແຕ່​​ເມື່ອພວກ​ເຮົາ​ຕໍ່​ສູ້​ກັບສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້​ຢ່າງ​ກ້າ​ຫານ​ແລະ​ເອົາ​ຊະນະ​ມັນ​ແລ້ວ, ພວກ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ຮຽນຈົບ​ຈາກ​​ມະ​ຫາ​ວິ​ທະ​ຍາ​ໄລ​​ແຫ່ງ​ຊີວິດ​ໄດ້.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ລາຍ​ການ"ຄາລົມ​ຄົມ​ຄາຍ" ພາກ​ນີ້​ກໍ​ຈົບ​ລົງ​ພ​ຽງທໍ່​ນີ້, ສົມບູນ​ແລະ​ວິ​ໄລ​ວັນ​ຜູ້​ຮຽບຮຽງ​ຂອບ​​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ວັນ​ເສົາ​ໜ້າ, ສະບາຍດີ!