ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-18 16:44:40    
ການ​ເດີ​ນທາງ​ຢູ່​ຈີນປະ​ທັບ​ໃຈບໍ່​ມີ​ວັນ​ລືມ——ສຳພາດ​ຄະນະສຳ​ມະ​ນາກ​ອນກະຊວງ​ປ.​ກ.ສ.ລາວ

cri

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີ​ນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ",ມື້​ນີ້,ສັງຂານ ຈູມ​ຄຳ​ພັນເປັນ​ຜູ້​ດຳ​ເນີນ​ລາຍການຕາມ​ເຄີຍ.ຫວ່າງ​ມໍ່​ໆ​ນີ້,ທ່ານ​ບຸນ​ຊູ ພົງ​ສະຫວັດ​ມີ​ໄຊ ຫົວໜ້າກົມ​ເຕັກນິກ​ອາຍາ​ຂອງ​ກົມ​ໃຫຍ່​ຕຳ​ຫຼວດກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ສຸກຂອງ​ລາວ​ໄດ້ນຳພາສຳ​ມະ​ນາກ​ອນຈາກກະຊວງປ.​ກ.ສ.ລາວ​ເຊິ່ງມີ​ສະມາຊິກ10ຄົນມາ​​ເຂົ້າ​ຮ່ວມ"ຊຸດ​ອົບ​ຮົມ​ປະຕິ​ບັດ​ກົດໝາຍ​ແລະເຕັກ​ນິກ​ອາຍາ​ຈີນ​ກັບ​ອາຊ​ຽນ"ທີ່ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ເປັນ​ເ​ຈົ້າພາບ,ຫຼັງ​ຈາກຊຸດ​ອົບຮົມ​,ຝ່າຍ​ຈີນ​ໄດ້​ຈັດ​​ໃຫ້​ສຳ​ມະ​ນາກ​ອນໄປ​ທັດສະນະ​ຈອນ​ຢູ່ນະຄອນຫຼວງ​ປັກ​ກິ່ງ​ແລະ​ເມືອງ​ຄູນ​ມີ​ງ​​ແຂວງ​ຢຸນນານ,​ເມື່ອ​ໄດ້ສຳຜັດ​ກັບທັດສະນີ​ຍະສະ​ຖານ​ແລະ​ພາບ​ວິວທິວ​ທັດ​ທຳ​ມະ​ຊາດ​ຂອງ​ຈີນ​ແລ້ວ, ທຸກ​ຄົນ​ລ້ວນ​ແຕ່​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ມີ​ໂອກາດມາ​ທັດສະນະ​ຈອນ​ຢູ່​ຈີນ.​ໃນ​ໄລຍະ​ທັດສະນະ​ຈອນ​ແລະ​ທ່ຽວ​ຢູ່ເມືອງ​ຈີນ,ນັກ​ຂ່າວCRI​ໄດ້​ສຳພາ​ດບັນດາ​ສຳ​ມະ​ນາກ​ອນທັງຫຼາຍ,ຜູ້​ໃຫ້​ສຳພາດ​ທຸກ​ຄົນ​ກໍ່​​ໄດ້ເວົ້າ​ເຖິງ​ຜົນ​ໄດ້​ຮັບ​ໃນການ​ເດີນທາງ​ເທື່ອ​ນີ້​ແລະ​ພາບ​ປະ​ທັບ​ໃຈ​ອັນ​ດີງາມ​ຕໍ່​ຈີນ​ດ້ວຍ​ຄວາມ​ຕື້ນ​ເຕັ້ນ​.​ໃນ​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ"ມື້​ນີ້,ທ່ານ​ຈະ​ໄດ້​ຟັງພວກ​​ເພິ່ນ​ເວົ້າ​ເຖິງສິ່ງທີ່​​ໄດ້​ຮູ້ໄດ້ຫັນ​ຢູ່​ຈີນ.(ດົນຕີ​ຂັ້ນ)

ທ່ານ​ວົງ​​ເຊ​ໂດນ ພັນທະ​ແກ້ວ​​ເປັນ​ຫົວໜ້າ​ຫ້ອງ​ການຄູ​ເຕັກນິກ​ອາຍາ​ຂອງ​ໂຮງຮຽນ​ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ລາວ,​ເມື່ອ​ເວົ້າ​ເຖິງການ​ເດີນທາງ​ຢ້ຽມຢາມ​ຈີນ​ເທື່ອ​ນີ້,ທ່ານກໍ່ໜ້າ​ເບີກ​ຕາ​ບານ​ແລະ​ເວົ້າ​ວ່າ,​ເທື່ອນີ້​,ມີ​ໂອກາດ​ມາຮຽນ​ຢູ່​ຈີນ​ແລະ​ໄປ​ທ່ຽວ​ຢູ່ສະ​ຖານ​ທີ່​ຕ່າງໆຂອງ​ຈີນ,ຮູ້ສຶກມີ​ກຽດ​ຫຼາຍ,ສ່ວນສິ່ງ​ທີ່​​ເປັນ​ພາບປະ​ທັບ​ໃຈ​ທີ່ລືມ​ບໍ່​ໄດ້​ນັ້ນ​ກໍ່​ແມ່ນ​ກຳ​ແພງ​ຍັກ.ທ່ານ​ເວົ້າ​ວ່າ,(ສຽງ1)    ທ່ານ​ອຳ​ໄອ ຫຼວງ​ປາກ​ດີ ຫົວໜ້າ​ໜ່ວຍ​ງານ​ເຕັກ​ນິກອາຍາ​ປ.ກ.ສ.ນະຄອນຫຼວງ​ວຽງ​ຈັນ​ແມ່ນມາ​​ປະ​ເທດ​ຈີນ​ເທື່ອ​ທຳ​ອິດ,

ທ່ານປະຫຼາດ​ໃຈ​ນຳ​ພາບ​ວິວທິວ​ທັດ​ທຳ​ມະ​ຊາດ​ແລະ​ວັດທະນະ​ທຳ​ຂອງ​ຈີນ​ຫຼາຍ,​ແລະຮູ້​ສຶກຕື້ນຕັນ​ໃຈ​ຕໍ່​ຄວາມ​​ເປັນ​ມິດຂອງ​ປະຊາຊົນ​ຈີນ.ທ່ານ​ອຳ​ໄອ​ເວົ້າ,(ສຽງ2)    ທ່ານ​ສີ​ເວີນ​ ພຸດ​ທະ​ວົງ​ສີ​ແມ່ນ​ວິຊາ​ການ​ຂອງ​ກະຊວງ​ປ.ກ.ສ.ລາວ,ທ່ານບອກ​ນັກ​ຂ່າວ​ວ່າ,​​ແຕ່​ກ່ອນ,ພຽງ​ແຕ່​ເຄີຍ​ເຫັນ​ຫຼື​ເຄີຍ​ຍິນ​ຂ່າວ​ກ່ຽວ​ກັບ​ຈີນ​ໃນ​ໂທລະພາບ​ແລະ​ວິທະຍຸ​ເທົ່າ​ນັ້ນ,​ແຕ່​ບໍ່​ເຄີຍ​ມາ​ຮອດ​ຈີນ,​ເທື່ອ​ນີ້​ໄດ້​ເຫັນ​ປະ​​ເທດ​ຈີນຕົວ​ຈິງ,​ໄດ້​ຮູ້ສຶກ​ເຖິງ​ຫົວຄິດປະດິດ​ສ້າງທີ່​ມີ​ມາຫຼາຍ​ພັນ​ປີ​ຂອງ​ປະຊາຊົນ​ຈີນ, ຍິ່ງ​ໃຫຍ່​​ແທ້​ໆ.ທ່ານ​ເວົ້າ​ວ່າ,

ນາງ​ທິບ​ພາວັນ​ ພຽນ​ມະນີກໍ່​ແມ່ນ​ວິຊາ​ການ​ຂອງ​ກະຊວງ​ປ.ກ.ສ.ລາວ,ນາງສົນ​ໃຈ​ນຳວັດທະນະທຳ​ສະ​ໄໝ​ບູຮານ​ຂອງ​ຈີນ​ຫຼາຍ,​ແຕ່​ພະຣາຊະ​ວັງໃຕ້​ດິນຄືສຸສານ​ຕີ້​ງລີງ​ຂອງ​​ເຈົ້າ​ຊີວິດສະ​ໄໝ​ລາດ​ຊະ​ວົງ​ມີ​ງຮອດ​ພະລາດ​ຊະ​ວັງ​ບູຮານ​ທີ່​​ໃຫຍ່​ໂຕ,ກໍ່​ເຮັດ​ໃຫ້​ນາງ​ຕື່ນ​​ເຕັ້ນ​ແລະອອນຊອນ​ໃຈ​ນຳ​ຫຼາຍ.ນາງ​ເວົ້າ​ວ່າ,(ສຽງ4

ໃນ​ເວລາ​ສຳພາດ,ນັກ​ຂ່າວ​ໄດ້​ຮູ້​ວ່າ​ທ່ານ​ບຸນ​ຊູ ພົງ​ສະຫວັດ​ມີ​ໄຊ ຫົວໜ້າ​ກົມ​ເຕັກ​ນິກອາຍາຂອງ​ກົມ​ໃຫຍ່​ຕຳຫຼວດ​ກະຊວງ​ປ.ກ.ສ.ລາວ​ພ້ອມ​ດ້ວຍ​ທ່ານ​ວົງ​ເຊ​ໂດນ ພັນທະ​ແກ້ວ​ແລະ​ທ່ານ​ອຳ​ໄວ ຫຼວງ​ປາກ​ດີ​ກໍ່​ແມ່ນ​ຜູ້​ຟັງ​ຂອງວິທະຍຸCRI,​ເນື່ອງ​ໃນ​ໂອກາດ​ນີ້,​ເຂົາ​ເຈົ້າ​ກໍ່ໄດ້​ສະ​ເໜີ​ຄຳ​ຄິດ​ຄຳ​ເຫັນທີ່​ດີ​ຫຼາຍ​ອັນຕໍ່ລາຍການ​ຂອງ​ພວກ​ເຮົາ,ທ່ານ​ບຸນ​ຊູ​ໄດ້​ຕີ​ລາຄາ​ຢ່າງ​ດີງາມ​ຕໍ່​ລາຍການ​ຂອງ​CRI,​ແລະ​ສະ​​ເໜີ​ໃຫ້​ພວກ​ເຮົາ​ຈົ່ງເພິ່ມລາຍການ​ດ້ານ​ກົດໝາຍ​ຂອງ​ຈີນ.ທ່ານ​ເວົ້າ​ວ່າ,(ສຽງ5)

ທ່ານ​ວົງ​ເຊ​ໂດນ ພັນທະ​ແກ້ວຢາກ​ໃຫ້ລາຍການ​ດົນຕີ​ມີ​ເພງ​ຈີນ​ກັບ​ເພງ​ລາວ​ສະ​ລັບ​ກັນ,ທ່ານ​ເວົ້າ​ວ່າ,ທ່ານ​ອຳ​ໄອ  ຫຼວງ​ປາກ​ດີ​ເຫັນ​ວ່າ​ຈີນ​ມີ​ປະ​ຫວັດ​ສາດອັນ​ຍາວ​ນານ​ແລະສະຫງ່າ​ລາສີ,​ໃນ​ຫຼາຍ​ປີ​ມາ​ນີ້,​ເສດຖະກິດ​ຂອງ​ຈີນ​ກໍ່​ພັດທະນາ​ຢ່າງ​ວ່ອງ​ໄວ,ສະ​ນັ້ນ,ສະ​ເໜີ​ໃຫ້​ພວກ​​ເຮົາຈົ່ງ​ແນະນຳ​ປະຫວັດສາດ,ວັດທະນະທຳຈີນ,​​ແລະຖ່າຍ​ທອດ​ບົດຮຽນ​ການ​ປະ​ຕິ​ວັດ​ຂອງ​ຈີນ​ ໃນ​ລາຍການ​ຂອງ​ພວກ​ເຮົາ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ",ພວກ​ເຮົາ​ໄດ້​ສຳ​ພາດ​​ຄະນະ​ສຳ​ມະ​ນາກ​ອນລາວ​ທີ່​ເຂົ້າ​ຮຽນ​ຢູ່"ຊຸດ​ອົມ​ຮົມ​ປະຕິບັດ​ກົດໝາຍ​ແລະ​ເຕັກນິກ​ອາຍາ​ຈີນ​ກັບ​ອາຊ​ຽນ​ແລະ​​ໄປ​ທັດສະນະ​ຈອນ​ຢູ່​ຈີນ​ນັ້ນ,​ໃຫ້​ພວກ​ເຂົາ​ເຈົ້າ​ເລົ່າ​ສິ່ງທີ່​ໄດ້​ຍິນ​ໄດ້​ເຫັນ​ຢູ່​ຈີນ,ພ້ອມ​ກັນ​ນັ້ນ,ພວກ​ເຂົາ​ເຈົ້າກໍ່​ໄດ້ສະ​ແດງ​ຄວາມ​ເຫັນ​ອັນ​ດີງາມ​ຕໍ່​ລາຍການ​CRI.ລາຍການ​ພາກ​ນີ້​ກໍ່​ຂໍ​ສ້ຽວ​ສຸດ​ລົງພ​ຽງທໍ່​ນີ້,ຕໍ່​ໄປ​ພວກ​ເຮົາ​ມາ​ຢ່ອນ​ອາລົມນຳ​ກັນ,ມາ​ຟັງ​ເພງ​ມ່ວນໆ​ເພງ​ໜຶ່ງ,​ເພງ​ນີ້​ຊື່ວ່າ"ສ່ຽນຫຼີ​ຈື່​ວ້າຍ",​ແປ​ວ່າ"ຫ່າງ​ໄກ​ແສນ​​ໂຍດ",

ເຖິງ​ວ່າ​ພວກ​ເຮົາ​ຫ່າງ​ໄກ​ກັນຫຼາຍ,​ແຕ່ກະ​ແສຄື່ນ​ໄຟຟ້າ​ພັດ​​ເຮັດໃຫ້​ພວກ​ເຮົາ​​​ໄດ້ເປັນ​ເພື່ອນ​ມິດທີ່ດີ.​ວັນ​ສຸກ​ໜ້າ​​ເວລາ​ດຽວ​ກັນ​ນີ້​ຈຶ່ງ​ພົບ​ກັບລາຍການ"​ເພື່ອນມິດ​ຜູ້​ຟັງໃໝ່ຢ່າ​ລືມ​ ຖ້າ​ມີ​ເວລາ​ຫວ່າງ​ ກໍ່​ຂຽນ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ​ເດ່,ສະບາຍດີ!