ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-18 17:13:50    
ທ່ານ​ຮວງ​ອີ້​ຕະກັບ​ເພງ​ຂອງ​ທ່ານ

cri Author: mo


ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ແສງແກ້ວຍິນດີ​ຕ້ອນຮັບທ່ານ​ເຂົ້າສູ່ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ, ໃນ​ລາຍການ​ມື້​ນີ້, ພວກເຮົາ​ຂໍ​ແນະນຳ​ທ່ານ​ຮວງ​ອີ້​ຕະ ນັກ​ຮ້ອງ​ສິງກະ​ໂປ​ກັບ​ເພງ​ຂອງ​ທ່ານ.

ຄົນ​ທັງຫຼາຍໄດ້ຍິນສຽງເພງຂອງ​ທ່ານ​ຮວງ​ອີ້​ຕາຄັ້ງທຳ​ອິດ, ສ່ວນຫຼາຍ​ແມ່ນ​ຢູ່ໃນ​ຮູບ​ເງົາ​ເລື່ອງ"​ລົດ​ໄຟ​ໃຕ້​ດິນ" ​ເຊິ່ງຜະລິດ​ໂດຍທ່ານ​ວາງ​ເຈຍ​ເວີ້​ຍ ຜູ້ກຳກັບ​ການສະ​ແດງ​ທີ່​ມີ​ຊື່ສຽງ​ຂອງຮົງ​ກົງ​ໃນ​ທ້າຍ​ປີ 2003, ​ເວລາ​ນັ້ນ, ທ່ານ​ຮວງ​ອີ້​ຕະ​ໄດ້​ຮ້ອງ​ເພງ​ເປິດສາກຂອງ​ຮູບ​ເງົາ​ເລື່ອງ​ນີ້. ​ໃນຮູບ​ເງົາ​ເລື່ອງ​ນີ້, ທຸກບົດບາດທີ່ສຳຄັນ ກໍຈະມີສຽງຮຶມຮ້ອງຢ່າງຄ່ອຍໆຂອງ​ທ່ານ​ຊ້ອນ​ເຂົ້າຕະຫຼອດ. ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​​ໃຫ້​ແກ່ຜູ້​ຊົມ. ຄຽງ​ຄູ່​ກັບ​ຮູບ​ເງົາ​ເລື່ອງ​ນີ້​ນຳ​ອອກ​ສາຍ​ແລະໂຄສະນາ​ຢູ່​ພາກພື້ນ​ອາຊີ, ຄົນ​ນັບ​ມື້​ນັບຫຼາຍ​ໄດ້​ຮູ້​ຈັກ​ທ່ານ​ຮວງ​ອີ້​ຕະ. ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້ແມ່ນ​ເພງ"​ລົດ​ໄຟ​ໃຕ້​ດິນ" ຂັບ​ຮ້ອງ​ໂດຍ​ທ່ານ​ຮວງ​ອີ້​ຕະ.

ໃນຍາມຮຽນຊັ້ນມັດທະຍົມ, ທ່ານ​ຮວງ​ອີ້​ຕະ​ແມ່ນ​ເດັກ​ທີ່ບໍ່ມັກຮຽນໜັງສື, ​ຢູ່​ສິງກະ​ໂປ​ທີ່​ຖື​ການ​ຮຽນ​ຕໍ່​ເປັນ​ເລື່ອງ​ສຳຄັນ​ນັ້ນ, ​ໃຜ​ກໍ​ເຫັນ​ວ່າ, ລາວ​ບໍ່​ມີ​ຫວັງ​ແລະບໍ່​ມີ​ອະນາຄົດ​, ຈົນ​ລາວ​ເອງ​ກໍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​​ຊີວິດ​ຂອງ​ຕົນ​ໃນອະນາຄົດ. ຈົນ​ມາຮອດ​ມື້ໜຶ່ງ, ​ເອື້ອຍ​ຂອງ​ລາວ​ໄດ້​ຊື້​ກິດ​ຕາ​ໜ່ວຍ​ໜຶ່ງໃຫ້​, ​ໃນ​ຂະນະ​ນີ້, ທ່ານ​ຮວງ​ອີ້​ຕະ​ຈຶ່ງ​ສຳນຶກ​ຮູ້​ວ່າ, ​ໃນ​ຊາດ​ນີ້, ຕົນ​ເອງມີ​ສາຍ​ແນນກັບ​ດົນຕີ, ​ໃນ​ທີ່​ສຸດ, ທ່ານ​ກໍ​ໄດ້​ຊອກ​ພົບ​ເສັ້ນທາງ​ຊີວິດ​ຂອງ​ຕົນ.

ເພື່ອ​ເພີ່ມຄວາມ​ຮູ້​ທາງ​ດ້ານ​ດົນຕີ, ​ໃນ​ຄາວອາຍຸ 15 ປີ​, ທ່ານ​ຮວງ​ອີ້​ຕະ ທີ່​ໄດ້​ອອກ​ຈາກໂຮງຮຽນທຳ​ມະ​ດາ ​ໄປ​ຮຽນ​ຢູ່​ໂຮງຮຽນ​ດົນຕີ​ຂອງ​ທ່ານ​ລີ​ສື່​ຊົງ​ກັບ​ທ່ານ​ລີ​ເວີຍ​ຊົງ ນັກ​ດົນຕີ​ທີ່​ມີ​ຊື່​ສຽງ​ຂອງສິງກະ​ໂປ. ທ່ານ​ເລີ່​ມຮຽນ​ຄວາມ​ຮູ້​ດົນຕີ​ຢ່າງດຸໝັ່ນ, ​ແລະ​ຮຽນ​ດີດກິດ​ຕາ​ແລະ​ຫຼິ້ນເປຍ​ໂນຢ່າງ​ທໍລະ​ຫົດ​ອົດທົນ, ພ້ອມ​ນີ້, ຍັງ​ລອງ​ແຕ່ງ​ເພງ​ນຳອີກ. ປີ 2004, ທ່ານ​ຮວງ​ອີ້​ຕະ​ໄດ້​ເຊັນ​ສັນຍາ​ກັບ​ບໍລິສັດ​ແຜ່ນສຽງ​ໂຊ​ນີ, ບໍ່​ດົນ, ກໍ​ໄດ້​ນຳ​​ແຜ່ນCDສ່ວນ​ຕົວ​ແຜ່ນ​ທຳ​ອິດ​ອອກ​ຈຳໜ່າຍ. ​ໃນ​CD​ຊຸດ​ນີ້, ທ່ານ​ຮວງ​ອີ້​ຕະ​ບໍ່​ໄດ້​ໄປ​ນຳ​ລົດ​ນິຍົມ​ດົນຕີ​ເອ​ເລັກ​ໂຕຼນິກ ​ດົນຕີ​ຮິບ​ຮັອບ​ແລະ​ດົນຕີ​ແຣັບ, ​ແຕ່​​ເພິ່ນໃຊ້​ດົນຕີ​ຣອກ​ແອັນ​ໂຣນປະສົມກັບ​ດົນຕີ​ເຄື່ອງສາຍ, ​​ເອົາ​ດົນຕີ​ພື້ນ​ເມືອງ ດົນຕີສະ​ໄໝ​​ໃໝ່​ກັບ​ດົນຕີ​ຣອກ​ແອນ​ໂຣນປະສົມ​ກົມ​ກືນເຂົ້າ​ກັນ​ເປັນ​ຢ່າງ​ດີ. ​ໃນ​CD​ແຜ່ນ​ນີ້, ມີຫຼາຍ​ເພງ​ ແຟນ​ເພງ​ມັກ​ຫຼາຍ, ຄື​ເພງ​"ຄວາມ​ຮັກ​ໃຕ້​ກ້ອງ​ຈຸນລະທັດ"ທີ່​ວາດ​ພາບຈິດ​ໃຈ​ຂອງ​ຄົນ​ອົກ​ຮັກ, ​ເພງ"​ທ້ອງຟ້າ​ສີ​ຄາມ"ທີ່​ສະ​ແຫວງ​ຫາ​ຄວາມ​ຮັກ​ແທ້​, ​ແລະ​ເພງ​"ຄົນ​ໜ້າ​ຮັກ​ທີ່ບໍ່​ເຜີຍ​ຊື່" ​ເຊິ່ງສະ​ແດງ​ໃຫ້​ເຫັນວິທີ​ຂັບ​ຮ້ອງ​​ແບບ​ມື​ອາຊີບຂອງ​ທ່ານ​ຮວງ​ອີ້​ຕະ​.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​"ຄວາມ​ຮັກ​​ໃຕ້​ກ້ອງ​ຈຸນລະທັດ", ຂັບ​ຮ້ອງ​ໂດຍ​ທ່ານ​ຮວງ​ອີ້​ຕະ. ​ເນື້ອ​ເພງ​ມີ​ຢູ່​ວ່າ: "ສຽງ​ນ້ຳ​ຝົນ​ຢອດ​ບັອກບັອກ, ຄື​ສຽງ​ທ້ອງຟ້ານ້ຳ​ຕາ​ຕົກ, ​ລ້າງ​ຄວາມ​ຝັນ​ຖີ້ມສ່ວນ​ໜຶ່ງ​, ​ເອົາ​ມັນ​ຝັງ​ໄວ້​ໃນ​ເມືອງ. ຈົດໝາຍ​ກ້ານ​ໜຶ່ງ, ​ເສື້ອ​ແລັນ​ເກົ່າ​ຜືນ​ໜຶ່ງ, ອັນ​ໃດ​ແມ່ນ​ຂອງ​ລະ​ລຶກຂອງ​ໃຜ? ເອົາ​ຫຍັງ​ມາ​ຫວນ​ຄຶດ? ນ້ຳຝົນຢອດໃສ່ຕາ, ຖາມ​ຕົນ​ເອງ​ວ່າ, ຖ້າ​ບໍ່​ມີ​ເຈົ້າຈະ​ທົນ​ໄດ້​ບໍ່? ​ເບິ່ງ​ຄວາມ​ຮັກ​ໃນ​ກ້ອງ​ຈຸນ​ລະ​ທັດ, ມັນ​ຂະຫຍາຍຄວາມ​ຮັກທັງ​ໝົດຢ່າງ​ທາລຸນ​. ​ເມື່ອ​ພໍ້​ເຈົ້າ​ແລ້ວກໍ​ຮັກ​ເຈົ້າ, ​ແລ້ວ​ຊັງ​ເຈົ້າຈົນ​ເຂົ້າກະດູກ, ​ທີ່​ຈິງ, ຄວາມ​ຮັກ​ແມ່ນ​ການທ່ອງທ່ຽວ​ທີ່​ກັບ​ຄືນ​ບໍ່​ໄດ້."

ໃນCDຊຸດທຳ​ອິດ​ຂອງ​ທ່ານ​ຮວງ​ອີ້​ຕະ​ທີ່​ໃຫ້​ຊື່ວ່າ"ບໍ່​ສາມາດ​ຕີ​ຄວາມ​ໝາຍ​"ນັ້ນ, ມີ​ເພງ"ມັກ​ເຈົ້າ"ທີ່​ວາດ​ພາບ​ຄວາມ​ຮັກ​ຄັ້ງ​​ແລກ, ການ​ຂັບ​ຮ້ອງ​ຂອງ​ທ່ານ​ຮວງ​ອີ້​ຕະ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ລະມຸມລະ​ໄມ​ຂອງ​ຜູ້​ຊາຍ, ​ເພງ​ນີ້, ຟັງ​ແລ້ວ​ພາ​ໃຫ້​ຄົນ​ຫວນ​ຄຶດ​ເຖິງ​ຄວາມ​ຮັກ​ຄັ້ງ​ແລກ​ທີ່​ດີງາມ. ​ຕໍ່​ໄປ​ເຊີນ​ຟັງ​ເພງ"ມັກ​ເຈົ້າ"。

ປີ2005, ທ່ານ​ຮວງ​ອີ້​ຕະ​ໄດ້​ອັດ​​CDຊຸດ​ທີ​ສອງ​ທີ່​ຊື່ວ່າ: ​ລະຫັດລັບ​ສະ​ເພາະ. ​ໃນCDຊຸດ​ນີ້, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເອກະລັກ​ດົນຕີ​ຂອງ​ທ່ານ​ຮວງ​ອີ້​ຕະ ​ຢ່າງ​ຈະ​ແຈ້ງ​​.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"​ລະຫັດ​ລັບ​ສະ​ເພາະ" ຂັບ​ຮ້ອງ​ໂດຍ​ທ່ານ​ຮວງ​ອີ້​ຕະ. ​ໃນ​ເພງ​ນີ້, ທ່ານ​ຮວງ​ອີ້​ຕະ​ໄດ້​ສະ​ແດງນ້ຳໃຈ​ຂອງ​ຕົນ​ທີ່ຍຶດໝັ້ນຄວາມ​ຝັນ​ແຫ່ງ​ດົນຕີ. ​ເນື້ອ​ເພງ​ມີ​ຢູ່​ວ່າ: ທຸກວິນາທີ, ດົນຕີ​ແມ່ນ​ການ​ເລີ່​ມຕົ້ນຂອງທຸກ​ສິ່ງທຸກ​ຢ່າງ. ບໍ່​ວ່າ​ໄກ​ປານ​ໃດ, ​ເມື່ອ​ເມື່ອຍ​ແລ້ວ, ຮ້ອງ​ເພງ​​​ກໍ​ດີ​​ໂລດ. ຄວາມ​ເຊື່ອຖື​ແມ່ນ​ຄວາມ​ໝັ້ນຄົງ, ​ເມື່ອຍ​ປານ​ໃດ​ຂ້ອຍ​ກໍ​ຍິ້ມ​. ຂ້ອຍ​ຮູ້​ວ່າ, ມື້ໃດມື້ໜຶ່ງ, ຄວາມ​ຝັນ​ຫາກ​ຈະ​ກາຍ​ເປັນຄວາມ​ຈິງ."

ໃນ​CDຊຸດ​: ​ລະ​ຫັດ​ລັບ​ສະ​ເພາະ, ມີ​ເພງ​ໜຶ່ງ​ຊື່ວ່າ"Set me free" ​ເຊິ່ງທ່ານ​ຮວງ​ອີ້​ຕະ​ຮ້ອງ​ຮ່ວມ​ກັບ​ນາງ​ມໍ້ເວີນ​ເວີ້​ຍ ນັກ​ຮ້ອງ​ຮົງ​ກົງ. ນາງ​ມໍ້ເວີນ​ເວີ້​ຍ​ເປັນ​ຜູ້​​ເວົ້າ​ພາສາ​ຝຣັ່ງ​ໃນ​ເພງ. ສຸດ​ທ້າຍ​ເຊີນ​ຟັງ​ເພງ​ນີ້​ນຳ​ກັນ.

ທ່ານ​ຜູ້​ຟັງທີ່​ຮັກ​ແພງ, ທີ່​ຟັງ​ມານັ້ນ​ແມ່ນ​ເພງ​ຂອງທ່ານ​ຮວງ​ອີ້​ຕະ ນັກ​ຮ້ອງ​ສິງກະ​ໂປ​, ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ພາກ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ສະບາຍດີ.