|
|
(GMT+08:00)
2006-09-18 19:37:05
|
|
ທ່ານລິວສີປາວແລະທ່ານລູປິ່ນພົບປະທ່ານຈ່າງສ້ຽວຊິນ ປະທານກຸ່ມບໍລິສັດສາງຊິງແຫ່ງມາເລເຊຍ
cri
ຕາມຂ່າວໜັງສືພິມກວາງຊີຢື້ປ້າວ, ວັນທີ17ກັນຍາ,ທ່ານລິວສີປາວເລຂາຄະນະພັກກອມມູນິດເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີແລະທ່ານລູປິ່ນ ປະທານເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຂອງຈີນໄດ້ພົບປະທ່ານຈ່າງສ້ຽວຊິນປະທານບໍລິຫານງານກຸ່ມບໍລິສັດສາງຊິງແຫ່ງມາເລເຊຍພ້ອມຄະນະ.
ທ່ານລິວສີປາວກ່າວວ່າ,ກວາງຊີແມ່ນຊຸມທາງແລະຂົວສະພານທີ່ສຳຄັນທີ່ເຊື່ອມຕໍ່ຈີນກັບອາຊຽນ.ງານເອັກສໂປຈີນອາຊຽນໄດ້ຈັດຂຶ້ນຢູ່ເມືອງນານນິງເຂດກວາງຊີຢ່າງສຳເລັດຜົນສອງເທື່ອແລ້ວ ,ໄດ້ຮັບໝາກຜົນດ້ານເສດຖະກິດການຄ້າຢ່າງພົ້ນເດັ່ນ.ໃນທ້າຍເດືອນຕຸລາປີນີ້,ກອງປະຊຸມຍຸດຍອດລະລຶກຈີນອາຊຽນສ້າງການພົວພັນສົນທະນາຄົບຮອບ15ປີແລະງານເອັກສໂປຈີນອາຊຽນຄັ້ງທີສາມ,ກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນອາຊຽນຄັ້ງທີສາມຈະພ້ອມກັນຈັດຂຶ້ນຢູ່ເມືອງນານນິງ,ເຊິ່ງຍ່ອມຈະຊຸກຍູ້ຢ່າງແຂງແຮງໃຫ້ ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນກັບອາຊຽນລົງສູ່ລວງເລິກ.
|
|
|