|
 |
(GMT+08:00)
2006-09-18 20:39:36
|
ວັດຖຸບູຮານທີ່ລ້ຳຄາຂອງວັງບຸດດາລາຂອງເຂດຕິເບດມີຫວັງຈະວາງສະແດງໃນປີໜ້າ
cri
ຕາມຂ່າວສານຊິນຮວາ,ຫໍເພັດນິນຈິນດາຂອງວັງບຸດດາລາເຂດຕິເບດທີ່ພວມສ້ອມແປງຢູ່ນັ້ນຈະສຳເລັດແລະເປີດບໍລິການນັກທ່ອງທ່ຽວໃນປີໜ້າ.ເມື່ອຮອດເວລານັ້ນ,ຫໍເພັດນິນຈິນດາດັ່ງກ່າວຈະວາງສະແດງວັດຖຸບູຮານທີ່ລ້ຳຄາຂອງວັງບຸດດາລາ.
ນີ້ແມ່ນນັກຂ່າວໄດ້ຊາບຈາກພະແນກວັດຖຸບູຮານເຂດຕິເບດປົກຄອງຕົນເອງໃນວັນທີ18ກັນຍາ.ກ່ອນໜ້ານີ້,ຍ້ອນບ່ອນຫວ່າງໃນວັງບຸດດາລາແລະຄວາມສາມາດຫາບແບກນ້ຳໜັກຂອງສິ່ງກໍ່ສ້າງມີຄວາມຈຳກັດ,ວັດຖຸບູຮານຈຳນວນຫຼວງຫຼາຍຈິ່ງບໍ່ສາມາດນຳມາວາງສະແດງໃຫ້ນັກທ່ອງທ່ຽວຊົມເບິ່ງ.
ຫໍເພັດນິນຈິນດາຕັ້ງຢູ່ຕີນດ້ານໜ້າວັງບຸດດາລາ. ເນື້ອທີ່ກໍ່ສ້າງມີ2100ກວ່າແມັດຕາ.
|
|
|