ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-19 12:57:58    
ຜູ້​ແທນ​ຈີນ​ບັນ​ລະ​ຍາຍ​ເຈດ​ຈຳ​ນົງ​ສີ່​ຂໍ້​ໃນ​ກອງ​ປະ​ຊຸມ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ18​ກັນຍາ,ທ່ານ​ຊຸ່ນຊິນ ຫົວ​ໜ້າ​ອົງການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​​ແຫ່ງ​ຊາດ​ຈີນ​ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຈີນ​ທີ່​ນຳ​ພາ​ຄະ​ນະ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ຄັ້ງ​ທີ​50​ຂອງ​ກອງ​ປະ​ຊຸມ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຢູ່​ນະ​ຄອນ​ວຽນ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ,​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ,​ແລະ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ແລະ​ເຈດ​ຈຳ​ນົງ​ສີ່​ຂໍ້​ເພື່ອ​ຮັບ​ປະ​ກັນ​ໃຫ້​ອົງ​ການ​ພະ​ລັງ​ງານ​ປະລະມານູ​ສາ​ກົນ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ.

ຂໍ້​ສະ​ເໜີແລະ​ເຈດ​ຈຳນົງ​ສີ່​ຂໍ້​ນີ້​ແມ່ນ:ໜຶ່ງ,ອົງການ​ນີ້ຄວນອອ​ກ​ແຮງ​ເພີ່ມ​ທະວີການ​ຮ່ວມ​ມື​ດ້ານ​ເຕັກ​ນິກ;​ສອງ,​ອົງ​ການ​ນີ້​ຄວນ​ສືບ​ຕໍ່​ສ້າງ​ແລະ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຄວາມ​ປອດ​​ໄພ​ນິວ​ເຄຼຍ,​ຊ່ອຍ​​ໃຫ້​ປະ​ເທດ​ພາ​ຄີ​ຍົກ​ລະດັບ​ຄວາມ​ປອດ​ໄພ​ນິວ​ເຄຼຍ​ໃຫ້​ສູງ​ຂຶ້ນ;​ສາມ,​ອົງ​ການ​ນີ້​ຄວນ​ສືບ​ຕໍ່​ສະ​ໜອງ​ການ​ຄ້ຳປ​ະ​ກັນ​ຢ່າງ​ແຂງ​ແຮງ​ໃຫ້​ການ​ບໍ່​ແຜ່​ຜາຍ​ນິວ​ເຄຼຍ​ແລະ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ;​ສີ່,​ອົງ​ການ​ນີ້​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃຫ້​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ຮ້ອນ​ດ້ານ​ນິວ​ເຄຼຍ​ໃຕ້​ຂອບ​ຂອງ​ອົງ​ການ​ດັ່ງ​ກ່າວ,​ຫາ​ລື​ແລະ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ຢ່າງ​ເໝາະ​ສົມ,​ຄື ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ ການ​ສະ​ໜອງ​ວັດ​ຖຸ​ເຊື້ອ​ໄຟ​ນິວ​ເຄຼຍ​ພ້ອມ​ດ້ວຍ​ການ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ.

ກອ​ງປະຊຸມ​ປະຈຳ​ຂອງ​ອົງການ​ພະລັງງານ​ປະ​ລະ​ມາ​ນູ​ສາ​ກົນ​ຄັ້ງ​ນີ້​ໄຂ​ຂຶ້ນ​ໃນ​ວັນ​ທີ​18​ກັນ​ຍາ,​​ແລະ​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ5​ມື້.​ໃນ​ໄລ​ຍະ​ປະ​ຊຸມ,​ຜູ້​ແທນ​ຂອງ​140​ປະ​ເທດ​ພາ​ຄີ​ຂອງ​ອົງ​ການ​ດັ່ງ​ກ່າວ​ຈະ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ປະ​ເທດ​ຕົນ​ຕໍ່​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ,​ຫາ​ລື​ຫົວ​ຂໍ້​ປະ​ຊຸມ​ຕ່າງໆ ​ເຊັ່ນ​ແຜນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ນິວ​ເຄຼຍ​ຂອງ​ໂລກ​ແລະ​ງົບ​ປະ​ມານ​ປີ​2007​ເປັນ​ຕົ້ນ.