ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-19 16:13:08    
ຈີນ​ສະ​ແດງຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ເນື້ອ​ໃນ​ທີ່​ພົວ​ພັນ​ເຖິງ​ຈີນ​ໃນ​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ສາ​ກົນ​ປີ​2006

cri
ຕາມ​ຂ່າວສານ​ຊິນ​ຮວາ, ມື້ວາ​ນນີ້(ວັນ​ທີ18​ກັນຍາ), ຢູ່​ປັກ​ກິ່ງ, ​ໃນ​ເວລາ​ທ່ານ​ສິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕອບ​ຄຳ​ຖາ​ມທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ​ນັ້ນ, ທ່ານ​ກ່າວ​ວ່າ, ​ເນື້ອ​ໃນ​ທີ່​ພົວພັນ​ເຖິງ​ຈີນ​ໃນ​ບົດລາຍ​ງານຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາກ່ຽວ​ກັບເສລີພາບ​ທາງ​ສາສະໜາ​ສາກົນ​ສົກ​ປີ2006, ຍັງສືບ​ຕໍ່​ຕິຕຽນ​ນະ​ໂຍບາຍ​ສາສະໜາ​ແລະ​ຊົນ​ເຜົ່າ​ຂອງ​ຈີນ​ຢ່າງ​​​ໄຮ້​ເຫດຜົນ, ​ໄດ້​ລະ​ເມີດຫຼັກ​ການ​ພື້ນຖານ​ຂອງ​ການ​ພົວພັນ​ລະ​ຫວ່າງ​ຊາດ, ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ເລື່ອງນີ້.

ທ່ານ​ສິນ​ກາງ​ກ່າວ​ວ່າ, ລັດຖະບານ​ຈີນ​ປົກ​ປ້ອງ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ​ຂອງ​ພົນລ​ະ​ເມືອງ​ຕາມ​ກົດໝາຍ. ຊົນ​ເຜົ່າງຕ່າງໆ​ແລະ​ປະຊາຊົນ​​ໃນ​ທ້ອງ​ຖິ່ນຕ່າງໆ​ຂອງ​ຈີນ​ມີ​ສິດ​ເສລີພາບ​ຢ່າງ​ເຕັມ​ສ່ວນ​ໃນ​ການເຊື່ອ​ຖື​ສາສະໜາຕາມ​ກົດໝາຍ, ນີ້​ແມ່ນ​ເລື່ອງ​ຈິງ​ທີ່​ບຶດ​​ເບືອນ​ບໍ່​ໄດ້.

ທ່ານ​ສິນ​ກາງ​ເວົ້າ​ວ່າ​, ຝ່າຍ​ຈີນ​ທວງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ປ່ຽນ​ແປງ​ສາຍຕາ​ຂອງ​ຕົນ, ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ສິດ​ເສລີພາບ​ທາງ​ສາສະໜາ​ທີ່​ມີ​ຢູ່​ໃນ​ປະ​ເທດ​ຂອງຕົນ, ຢຸດຕິການ​ໃຊ້​ບັນຫາ​ສາສະໜາ​ເພື່ອ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.