ເພງທີ່ທ່ານພວມຟັງຢູ່ນັ້ນຊື່ ອຸຊຸລີຊວນເກີ່ ຄືເພງເຮືອເທິງແມ່ນ້ຳອຸຊຸລີ,ແມ່ນເພງທີ່ປ່ຽນມາຈາກທຳນອງພື້ນເມືອງຂອງເຜົ່າເຮີ້ເຈີ.ເຜົ່າເຮີ້ເຈີແມ່ນໜຶ່ງໃນຊົນເຜົ່າທີ່ມີປະຊາກອນໜ້ອຍກວ່າໝູ່ໃນ55ຊົນເຜົ່າສ່ວນໜ້ອຍຂອງຈີນ,ດຽວນີ້ມີບໍ່ຮອດ 5000ຄົນ.ເຂົາເຈົ້າອາໄສຢູ່ຕາມແມ່ນ້ຳສາມສາຍທີ່ພາກຕາເວັນອອກສຽງເໜືອຂອງຈີນ,ຄືແມ່ນ້ຳເຫີ່ຍລົງ,ແມ່ນ້ຳອຸຊຸລີແລະແມ່ນ້ຳຊົ່ງຮວ່າ,ທຸກຮຸ່ນຄົນລ້ວນແຕ່ຫາປາແລະລ່າເນື້ອເພື່ອລ້ຽງຊີບ.
ຕອນເຊົ້າ,ນ້ຳໝອກບາງໆປົກຫຸ້ມແມ່ນ້ຳອຸຊຸລີ,ໜ້ານ້ຳງຽບສະຫງັດແລະສົດໃສ.ຄືກັບຍາມທຳມະດາ,ທ່ານຢິວໝິນຈື້ແລະລູກຊາຍ ຊາວປະມົງເຜົ່າເຮີ້ເຈີຂອງຕາ ແສງຊື້ໄພເມືອງຣາວເຮີແຂວງເຫີ່ຍລົງຈ່ຽງໄດ້ຂີ່ເຮືອຫາປານ້ອຍໆຂອງຕົນອອກ ຈາກທ່າ,ແລ້ວເລີ່ມການອອກແຮງງານໃນມື້ໜຶ່ງ.ເມື່ອແລ່ນໄປຕາມແຄມຝັ່ງແມ່ນ້ຳ20ນາທີ,ກໍໄດ້ໄປຮອດເຂດຫາປາ.
ແສງແດດໄດ້ລອດຈາກກ້ອນເມກສ່ອງແສງໄປສູ່ໜ້ານ້ຳອັນກວ້າງຂວາງ, ໝອກກໍຄ່ອຍໆຫາຍໄປ,ນ້ຳສີຂຽວແກ່ກໍໄດ້ກາຍເປັນນ້ຳສີຄຳ.ເຮືອຫາປາລຳທຳອິດໄດ້ເລີ່ມຢາຍມອງຢູ່ເທິງໜ້ານ້ຳ,ເສັ້ນມອງສີຂາວຂວາງໄປຕາມໜ້ານ້ຳ,ຄືເກັດປາທີ່ເຫຼື້ອມລະຍິບລະຍັບ,ບາດຕາຈົນເຮັດໃຫ້ຄົນມືນຕາຍາກ.ຢູ່ເທິງແມ່ນ້ຳນີ້,ຊາວປະມົງເຜົ່າເຮີ້ເຈີຈະໃຊ້ເວລາປະມານ40ນາທີຈາກການຢາຍມອງຈົນຮອດກູ້ມອງຄືນ,ຢູ່ທາງໜ້າທ່ານຢິວໝີນຈື້ຍັງມີເຮືອສອງລຳ,ສະນັ້ນຍັງຕ້ອງຖ້າຊົ່ວໂມງປາຍ.ແຕ່ວ່າໃນເວລາຄອຍຖ້າ,ຊາວປະມົງເຫຼົ່ານີ້ກໍບໍ່ຫງ່ວນເຫງົາ,ເຂົາເຈົ້າມັກລົມເລື່ອງຜົນການຫາປາຂອງຕົນຢ່າງມ່ວນຊື່ນ.
ຊາວປະມົງເຫຼົ່ານີ້ສ່ວນຫຼາຍໄດ້ຫາປາຢູ່ເທິງແມ່ນ້ຳມາສິບກວ່າປີແລ້ວ,ຈົນກະທັ້ງຫຼາຍສິບປີ,ໃນແມ່ນ້ຳມີປາຊະນິດໃດແດ່,ໄປຫາປາດ້ວຍຮູບການໃດ,ເຂົາເຈົ້າສາມາດເລົ່າສູ່ຟັງຢ່າງສະບາຍ,ແມ່ນແຕ່ທ້າວຢິວຈຸ້ນທ່າວທີ່ອາຍຸໜຸ່ມກວ່າໝູ່ກໍ່ສາມາດເລົ່າສູ່ຟັງຢ່າງມີເຫດມີຜົນໃນດ້ານການຫາປາ.ທ້າວຢິວຈຸ້ນທ່າວແມ່ນລູກຊາຍຂອງທ່ານຢິວໝິນຈື້,ເບິ່ງແລ້ວລາວຕ່າງກັນກັບຄົນເຮີ້ເຈີທົ່ວໄປ,ເພາະເຄີຍອາໄສໃນຕົວເມືອງໃຫຍ່ເປັນເວລາຫຼາຍປີ,ຜົມຍາວໄດ້ຍ້ອມເປັນສີເຫຼືອງ,ໃນຖົງມີຢາສູບ,ທ່າຕໍ່ກອກຢາແລະສູບຢາກໍຄືແບບໄວລຸ້ນ.ລາວເວົ້າວ່າ,
ປີນີ້ຂ້ອຍ23ປີແລ້ວ.ດຽວນີ້ກໍຫາປາຢູ່ນີ້,ຮອດລະດູໜາວແລ້ວຍັງເຮັດເຄື່ອງຫັດຖະກຳຈັກໜ້ອຍ,ເຊັ່ນແຕ້ມພາບໃສ່ເປືອກຕົ້ນບູໂລເປັນຕົ້ນ.ຄອບຄົວຂອງຂ້ອຍໄດ້ເຮັດພາບນີ້ມາຫຼາຍເຊັ່ນຄົນແລ້ວ,ປູ່ເຮັດ,ພໍ່ເຮັດ,ອາວແລະພໍ່ລຸງກໍເຮັດ,ຮອດລຸ້ນນີ້ກໍມີແຕ່ຂ້ອຍເຮັດ,ໃນເວລາຫວ່າງກໍເຮັດ,ກໍສົມຊື່ທີ່ເປັນຄົນເຜົ່າເຮີ້ເຈີອີຫຼີ.
ທ້າວຢິວຈຸ້ນທ່າວບອກນັກຂ່າວວ່າ,ແຕ່ກ່ອນເຜົ່າເຮີ້ເຈີໄປຫາປາແມ່ນໃຊ້ເຮືອໄມ້ນ້ອຍທີ່ເຮັດເອງ,ແລະໃຊ້ໄມ້ພາຍ.ແຕ່ດຽວນີ້ທຸກຄອບຄົວໄດ້ຊື້ຈັກແລ້ວ,ແຕ່ພໍ່ທີ່ໄດ້ໃຊ້ໄມ້ພາຍມາຕະຫຼອດຊີວິດແລ້ວນັ້ນຮຽນແນວໃດກໍໃຊ້ຈັກບໍ່ເປັນ.ສ່ວນທ້າວຢິວຈຸ້ນທ່າວເອງກໍຮຽນໄດ້ໄວ,ບໍ່ດົນກໍໃຊ້ເປັນແລ້ວ,ພໍ່ກໍພູມໃຈທີ່ສຸດ.
ຮອດເວລາທີ່ເຮືອຂອງທ່ານຢິວໝິນຈື້ຢາຍມອງແລ້ວ,ເຮືອໄຫຼໄປຄ່ອຍໆໄກໆ,ຍັງມີຮ່ອງຮອຍອັນຈະແຈ້ງຢູ່ເທິງໜ້ານ້ຳ,ຮູບພາບຂອງສອງພໍ່ລູກຄ່ອຍໆໄກອອກໄປ,ແຕ່ຍັງໄດ້ຍິນສຽງເພງຫາປາທີ່ອອນຊອນ.
ເມື່ອຮອດຕອນທ່ຽງ,ມີຝົນຄ່ອຍໆຕົກລົງມາ,ຟ້າກໍມືດລົງ,ສອງພໍ່ລູກຂອງຄອບຄົວທ່ານຢິວໝິນຈື້ໄດ້ກູ້ມອງຄືນເປັນເທື່ອທຳອິດໃນມື້ນີ້. ຢູ່ທ່າເຮືອ,ຜູ້ຄ້າຂາຍປາກໍຫຸ້ມເຂົ້າມາໃສ່,ເລືອກເອົາປາຊະນິດຕ່າງໆທີ່ຍັງເຕັ້ນຢູ່ໃນກະບຸງ,ບໍ່ພໍຄາວທ່ານຢິວໝິນຈື້ກໍໄດ້ຂາຍ100ກວ່າຢວນແລ້ວ.
ນັກຂ່າວໄດ້ກິນເຂົ້າທ່ຽງຢູ່ເຮືອນຂອງທ່ານຊຸ່ນ,ເພິ່ນກໍແມ່ນເຜົ່າເຮີ້ເຈີ,ເຄື່ອງໃນເຮືອນມີລັກສະນະຊົນເຜົ່າຫຼາຍທີ່ສຸດ,ນອກຈາກເຮືອນດິນ ເຕົາດິນແລ້ວ,ຜະລິດຕະພັນໜັງປາກໍເຫັນຢູ່ທຸກບ່ອນ.ທ່ານຊຸ່ນຍັງສາມາດເວົ້າພາສາເຜົ່າເຮີ້ເຈີໄດ້ຊຶ່ງມີໜ້ອຍຄົນທີ່ສຸດຍັງເວົ້າໄດ້ໃນປະຈຸບັນນີ້.ເຜົ່າເຮີ້ເຈີບໍ່ມີຕົວໜັງສືຂອງຕົນ,ແຕ່ວ່າເຂົາເຈົ້າໄດ້ປະດິດສ້າງພາສາຂອງຊົນເຜົ່າເອງໃນຊີວິດການຫາປາແລະລ່າເນື້ອເປັນເວລາຍາວນານ.ແຕ່ວ່າຜູ້ເວົ້າພາສາເຜົ່າເຮີ້ເຈີເປັນນັ້ນຍັງເຫຼືອໜ້ອຍທີ່ສຸດແລ້ວ.ເພິ່ນເວົ້າວ່າ,
ຂ້ອຍປີນີ້54ປີ,ບາງເທື່ອກໍເວົ້າພາສາເຮີ້ເຈີ,ພໍ່ແລະແມ່ກໍເວົ້າ.ຍ້ອນບໍ່ມີຕົວໜັງສື,ພາສາກໍສືບທອດກັນມາຍາກທີ່ສຸດ.
ເມື່ອໄດ້ກິນເຂົ້າທ່ຽງແລ້ວ,ຝົນພັດຕົກແຮງຂຶ້ນ,ຢູ່ເທິງໜ້ານ້ຳເຕັມແຕ່ຂຸມນ້ຳນ້ອຍໆ,ນ້ຳໝອກໄດ້ກັບຄືນມາໃໝ່.ເມື່ອເບິ່ງຊອດຊັ້ນໝອກບາງໆນັ້ນ,ຈະເຫັນເຄື່ອງໝາຍເດີນເຮືອແລະປ້ອມຍາມຢູ່ຝັ່ງກົງກັນຂ້າມໄກຄິມມິມ,ຢູ່ຝັ່ງນັ້ນກໍແມ່ນດິນແດນຂອງຣັດເຊຍ.
ນັກຂ່າວໄດ້ຂຶ້ນເຮືອຂອງທ່ານກ່າວເວີນ ຊາວປະມົງເຜົ່າເຮີ້ເຈີອີກຜູ້ໜຶ່ງແລະສືບຕໍ່ສຳພາດ.ເມື່ອເຫັນເຮືອຫາປາຫຍັບເຂົ້າໄປມໍ່ກາງແມ່ນ້ຳ,ນັກຂ່າວກໍເປັນຫ່ວງເປັນໃຍນຳ,ເພາະວ່ານີ້ແມ່ນແມ່ນ້ຳແບ່ງຊາຍແດນລະຫວ່າງຈີນກັບຣັດເຊຍ,ການກະທຳໃດໆທີ່ຂ້າມເສັ້ນແບ່ງຊາຍແດນລ້ວນແຕ່ມີຄວາມອັນຕະລາຍ.ແຕ່ວ່າທ່ານກ່າວເວິນຫາກມີຄວາມໝັ້ນໃຈທີ່ສຸດ.ທ່ານເວົ້າວ່າ,
ເບິ່ງແມ້,ເຄື່ອງໝາຍເດີນເຮືອສອງອັນນີ້ລຽນເປັນສາຍໜຶ່ງ,ຢູ່ຂ້າງນັ້ນແມ່ນດິນແດນຂອງຣັດເຊຍ,ຂ້າງນີ້ແມ່ນຂອງຈີນ,ຂ້ອຍຫາປາ20ກວ່າປີມານີ້,ບໍ່ເຄີຍຂ້າມກາຍຈັກເທື່ອ.ຢູ່ນີ້ອັນໃດກໍດີ,ພູເຂົາກໍສວຍງາມສະຫງ່າ,ດິນດຳນ້ຳຊຸ່ມ,ແມ່ນ້ຳສວຍສົດງົດງາມ,ຮາໆ.
ສຽງໂຫວດຢູ່ແຄມຝັ່ງໄດ້ດັງຂຶ້ນ,ເຮືອຫາປາອີກລຳໜຶ່ງຈະອອກເດີນທາງໃນທັນທີ,ເຮືອຂອງທ່ານກ່າວເວິນຄວນກູ້ມອງຄືນແລ້ວ,ເທື່ອນີ້ຊາວປະມົງເຮີ້ເຈີຜູ້ນີ້ກໍໄດ້ປາເຕັມເຮືອ.
ເມື່ອກັບຄືນສູ່ແຄມຝັ່ງ,ສອງພໍ່ລູກຂອງທ່ານຢິວໝີນຈື້ພວມໂບກມືຕໍ່ນັກຂ່າວ,ນີ້ແມ່ນເຂົາເຈົ້າຢາຍມອງເທື່ອທີສອງໃນມື້ນີ້,ຖ້າໄລ່ຕາມມື້ລະ4ເທື່ອແລ້ວ,ມື້ນີ້ເຂົາເຈົ້າຈະເຮັດວຽກຈົນຮອດກາງຄືນ.ຢູ່ຕາມແຄມຝັ່ງ,ເຮືອນຄອບຄົວເຜົ່າເຮີ້ເຈີກໍໄດ້ມີຄວັນໄຟຄົວກິນລຸກຂຶ້ນ,ສຽງເພງຈາກເຮືອຫາປາເທິງແມ່ນ້ຳຍັງສົ່ງສຽງຕໍ່ໄປຢ່າງບໍ່ສິ້ນສຸດ.
|