ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-19 17:00:35    
ຂົວ​ທາງ​ອາກາດ060918

cri

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ລາຍການ"ຂົວ​ທາງ​ອາກາດ"​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີຍ,​ເປັນ​ຈັ່ງ​ໃດ?ທ່ານ​ຜູ້​ຟັງ​ໃນ​ວັນ​ເສົາ​ວັນ​ອາທິດ​ຜ່ານ​ມາ​ນີ້​ໄດ້​ໄປ​ຫຼິ້ນ​ໄປ​ທ່ຽວ​ໃສ​ແດ່?​ມ່ວນ​ຫຼາຍ​ບໍ່?ອາທິດ​ແລ້ວ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍຂອງນ້ອງ​ສຸລິນ ​ໄຊ​ຍະ​ສອນ ທີ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ຮຸນ ​ແຂວງ​ອຸດົມ​ໄຊ,​ໃນ​ຈົດໝາຍ​ນ້ອງ​ສຸລິນ​ຂຽນ​ວ່າ:"ນ້ອງ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮັບ​ຈົດໝາຍ​ຈາກ​ອ້າຍ,ນ້ອງ​ບໍ່​ມີ​ໂອກາດ​ຕອບ​ດ່ວນ,​ເພາະວ່າ,ນ້ອງ​ອອກ​ປະຕິບັດ​ໜ້າ​ທີ່​ຂອງ​ນ້ອງ​ຢູ່​​ເຂດ​ຊົນນະບົດ​ຫ່າງ​ຈາກ​ຕົວ​ເມືອງ​ໄປ​ຫຼາຍ​ກິ​ໂລ​ແມັດ,ຈົນ​​ເຖິງ​ປະຈຸ​ບັນ​ກໍ່​ຍັງ​ບໍ່​ທັນ​ສຳ​ເລັດ​ເທື່ອ.ສະນັ້ນ,​ໃນ​ໂອກາດ​ນີ້,ນ້ອງ​ມີ​ເວລາ​ເຂົ້າມາ​ໃນ​ເມືອງ,ຈິ່ງ​ຂຽນ​ຈົດໝາຍ​ສະບັບ​ນີ້​ຕອບ​ອ້າຍ,ເຖິງ​ວ່າ​ນ້ອງ​ຈະ​ອອກ​ຈາກ​ຕົວ​ເມືອງ​​ໄກ​ປານ​ໃດ​ກໍ່ຕາມ,ນ້ອງ​ແລະ​ໝູ່​ເພື່ອນ​ຫຼາຍ​ຄົນ​ກໍ່​ຍັງ​ຮັບ​ຟັງ​ແລະ​ຕິດຕາມ​ລາຍການ CRI ຂອງ​ພວກ​ເຮົາ​ເປັນປະຈຳ​,ທຸກ​ວັນບໍ່​ຂາດ​."

ນ້ອງ​ສຸລິນ ​ໄຊ​ຍະ​ສອນ​ພໍ​ມີ​ເວລາ​ໜ້ອຍ​ໜຶ່ງ​ກໍ່​ຂຽນ​ຈົດໝາຍ​ມາ​ຫາ​ພວກ​ເຮົກ​ໂລດ,​ເຮັດ​ໃຫ້ພວກ​ເຮົາ​ຮູ້​ສຶກດີ​ໃຈ​ຫຼາຍ,ພ້ອມ​ກັນ​ນີ້,ກໍ່​ຂອບ​ໃຈ​ນ້ອງ​ສຸລິນ​ແລະ​ເພື່ອນ​ມິດ​ຂອງ​ນ້ອງທຸກ​ຄົນ​ທີ່ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ວິທະຍຸCRI​ເປັນປະຈຳ.ຜູ້​ຟັງ​ຫຼາຍ​ທ່ານ,ຍ້ອນ​ວ່າ​ໃນ​ຍາມ​ປົກ​ກະ​ຕິ​ຂັດ​ວຽກ​ງານ​ຫຼາຍ,ຈິ່ງ​ບໍ່​ມີ​ເວລາ​ຝາກ​ຈົດໝາຍ​ມາ​ຫາ​ພວກ​ເຮົາ,ພວກ​ເຮົາ​ເຂົ້າ​ໃຈ​ດີ,​ວຽກ​ງານ​ແມ່ນ​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ,ພວກ​ທ່ານ​ຕິດຕາມຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ທຸກ​ມື້,ກໍ່​ໄດ້​ເຮັດ​ໃຫ້ພວກ​ເຮົາ​ຮູ້ສຶກ​ມີ​ກຳລັງ​ໃຈ​ຫຼາຍ​ແລ້ວພວກ​ເຮົາ​ມີ​ຄວາມຍິນ​ດີ​ທີ່​ສຸດ​ທີ່​ໃນ​ເວລາ​ຫວ່າງ​ທ່ານ​ຍາດ​​ເວລາ​ຂຽນ​ຈົດໝາຍ​ເຂົ້າ​ສູ່​ເອົາລະ,​ໃນຕອນ​ທ້າຍ​ຂອງ​ລາຍການ​ມື້​ນີ້,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງສູ່​ທ່ານ​ຟັງ,​ເພງ​ນີ້​ຊື່ວ່າ"ຊີ່​ງກວ່າ​ງ",​ແປ​ວ່າ"​ແສງ​ດາວ",ຫວັງ​ວ່າ​ຄ່ຳ​ຄືນ​ນີ້​ຄົງ​ຈະ​ເປັນ​ຕອນ​ຄ່ຳ​ທີ່​ດີງາມ​ສຳລັບຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້.ພົບ​ກັນ​ໃໝ່​​ໃນ​ມື້​ອື່ນ,ສະບາຍດີ.