ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-19 17:01:56    
ເລື່ອງ​ທີ່​ບໍ່​ຄວນ​ເຮັດ​ຫຼັງ​ອາຫານ​ເພາະ​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ

cri

ທຸກ​ຄົນ​ຄົງ​ຈະຮູ້​ແລ້ວ​ວ່າ​ຖ້າ​ອາຫານ​ການ​ກິນ​ບໍ່ຖືກຕ້ອງ​ອາດ​ຈະ​ພາ​ໃຫ້​​ເປັນ​ພະຍາດ​ທີ່​ຮ້າຍ​ແຮງ, ​ແຕ່ພັດຍັງ​ປະໝາດ​ຄວາມ​ຊິ​ຍ​ເຄີຍ​ນ້ອຍ​ບາງ​ຢ່າງ​ຫຼັງກິນເຂົ້າ​​ແລ້ວ. ​ທ່ານ​ຮູ້​ບໍ່​ວ່າ, ຄວາມ​ຊິ​ນ​ເຄີຍ​ອັນບໍ່​ດີ​ບາງ​ຢ່າງ, ອາດ​ຈະ​ເປັນຜົນ​ຮ້າຍ​ຕໍ່​ສຸຂະພາບ​ຂອງ​ທ່ານ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​ຄວາມ​ຊິນ​ເຄີຍ8​ຢ່າງ​ທີ່​ຈະ​ເປັນຜົນ​ຮ້າຍ​ຕໍ່​ສຸຂະພາບ​ຂອງຄົນ​ເຮົາ, ຄິດວ່າ​ຄວາມ​ຮູ້​ເຫຼົ່າ​ນີ້​ຄົງຈະ​ມີ​ຜົນ​ດີ​ຕໍ່​ຊີວິດ​ການ​ເປັນ​ຢູ່ຂອງ​ທ່ານ.

1, ຫຼັງຈາກ​ກິນ​ເຂົ້າ​ແລ້ວບໍ່​ຄວນ​ກິນ​ໝາກ​ໄມ້​ໂລດ. ຄົນ​ສ່ວນຫຼາຍ​ເມື່ອ​ກິນ​ເຂົ້າ​ແລ້ວ​ກໍກິນ​ໝາກ​ໄມ້​​ໂລດ, ​ເພາະບໍ່​ຮູ້​ວ່າ, ນີ້​ແມ່ນ​ຄວາມ​ຊິນ​ເຄີຍ​ທີ່​ຜິດພາດ​ຢ່າງ​ໜຶ່ງ. ພາຍຫຼັງ​ກິນອາຫານ​​​ແລ້ວ, ກະ​ເພາະ​ຕ້ອງການ​​ເວລາປະມານ​ຊົ່ວ​ໂມງ​ໜຶ່ງເພື່ອ​ລະລາຍອາຫານ. ຖ້າກິນ​ເຂົ້າ​ແລ້ວກໍ​ກິນ​ໝາກ​ໄມ້​ທັນທີ, ໝາກ​ໄມ້​ກໍ​ຈະ​ໄປ​ຄ້າງ​ໃນ​ທ້ອງ, ​ເພາະວ່າ​ອາຫານ​ທີ່​ກິນ​ເຂົ້າ​ໄປ​ກ່ອນ​ຍັງ​ບໍ່​ຍ່ອຍ​ເທື່ອ, ​ເມື່ອ​ເປັນ​ແນວ​ນີ້ດົນ​​ແລ້ວ, ກໍຈະ​ພາ​ໃຫ້​ຍື່ງ​ທ້ອງຫຼື​ຖອກທ້ອງ.

2, ​ເມື່ອກິນ​ເຂົ້າ​ແລ້ວບໍ່​ຄວນ​ດື່ມ​າ​ປຸກ. ​ເພາະວ່າ​ຖ້າກິນ​ເຂົ້າ​ແລ້ວ​ດື່ມ​ນ້ຳ​ຊາ, ຈະ​ເຮັດ​ໃຫ້​ນ້ຳ​ກະ​ເພາະ​ຈາງ​ລົງ, ກະທົບກະ​ເທືອ​ນການ​ລະລາ​ຍອາຫານ. ນອກ​ນີ້, ​ໃນ​ໃບຊາ​ຍັງມີ​ທາດ​ກົດ​ຕານ​ນິກຢ່າງ​ຫຼວງ​ຫຼາຍ, ທາດ​ກົດ​ຕານ​ນິກຖ້າ​ໄປ​ປະສົມ​ກັບໂປຼຕິນທີ່​ຍັງ​ບໍ່​ທັນ​ລະລາຍ​ໃນ​ກະ​ເພາະ​ກໍ​ຈະ​ກາຍ​ເປັນ​ຕະກອນ​ທີ່​ລະລາຍ​ຍາກ, ກະທົບ​ກະ​ເທືອ​ນການ​ດູດ​ຊຶມ​ເອົາ​ທາດ​ໂປຼຕິນ. ​ໃບ​ຊາ​ຍັງ​ກີດຂວາງ​ການ​ດູດ​ຊຶມ​ເອົາ​ທາດ​ເຫຼັກ, ຖ້າ​​ເປັນ​ແນວ​ນີ້ເລື້ອຍໆ, ກໍ​ຈະ​ພາ​ໃຫ້​​ເລືອດ​ຈາງ​ຍ້ອນຂາດ​​ທາດ​ເຫຼັກ.

3, ບາງ​ຄົນ​ມັກສູບຢາຫຼັງ​ຈາກ​ກິນ​ເຂົ້າ. ສູບຢາ​ຫຼັງ​ຈາກ​ກິນ​ເຂົ້າ, ຜົນ​ຮ້າຍ​ຂອງ​ມັນ​ຍັງ​ແຮງກວ່າສູບ​ຍາມ​ທຳ​ມະ​ດາ10​ເທົ່າ! ນີ້​ແມ່ນ​ຍ້ອນ​ວ່າ​ເມື່ອ​ກິນ​ເຂົ້​າ​ແລ້ວ​ເລືອດ​ໃນ​ຊ່ອງລະລາຍອາຫານ​ໄຫຼ​ໝູນວຽນ​ຫຼາຍ​ຂຶ້ນ, ຈິ່ງ​ດູດ​ຊຶມ​ເອົາ​ທາດ​ມີ​ພິດ​ໃນ​ຢາ​ຢ່າງ​ຫຼວງ​ຫຼາຍ, ​ເປັນ​ໂທດ​ຕໍ່​ຕັບ, ສະໝອງ​ແລະ​ເສັ້ນ​ເລືອດຫົວໃຈ, ​ແລ້ວພາ​ໃຫ້​ເປັນ​ພະຍາດ​​ໃນອະ​​ໄວ​ຍະ​ວະ​ເຫຼົ່າ​ນີ້.

4, ບາງ​ຄົນກິນ​ເຂົ້າ​ແລ້ວ​ກໍອາບ​ນ້ຳ​ໂລດ. ນີ້​ກໍ​ແມ່ນ​ຄວາມ​ຊິນ​​ເຄີຍທີ່​ບໍ່​ຖືກຕ້ອງ. ຖ້າກິນ​ເຂົ້າ​ແລ້ວ​ກໍອາບ​ນ້ຳ​ໂລດ, ຈະ​ເຮັດ​ໃຫ້​ເລືອດ​​ໄຫຼ​ຢູ່​ຕາມ​ຊັ້ນ​ຜິວໜັງ​ຫຼາຍ​ຂຶ້ນ, ​ພ້ອມ​ນີ້, ກໍ​ຈະ​ພາເລື​ອດທີ່​ໄຫຼ​ຕາມ​ກະ​ເພາະ​​ລຳ​ໄສ້​​ໜ້ອຍ​ລົງ, ​ແລ້ວພາ​ໃຫ້ລະບົບລະລາຍອາຫານ​ອ່ອນ​ລົງ, ອາຫານຈິ່ງ​ບໍ່​ຍ່ອຍ.
5, ​ໃນ​ເວລາກິນ​ເຂົ້າ​, ບາງ​ຄົນຍ້ອນ​ກິນຫຼາຍ​ໂພດ​ຈົນຮູ້ສຶກ​ຄັດ​ທ້ອງ, ​ແລ້ວ​ມັກຍະ​ສາຍແອວ​ອອກ. ​ເຮັດ​ແນວ​ນີ້​ເຖິງ​ວ່າ​ຮູ້ສຶກ​ທ້ອງ​ສະບາຍ​ແດ່, ​ແຕ່​ອາດ​ຈະ​ເຮັດ​ໃຫ້​ຄວາມ​ກົດ​ດັນ​ໃນ​ໂຜ້ງ​ທ້ອງ​ເບົາ​ລົງ, ​ແລ້ວ​ພາໃຫ້​ກະ​ເພາະ​​ຢ່ອນ​, ​ເປັນ​ແນວ​ນີ້ດົນ​ແລ້ວ​​ກະ​ເພາະ​ກໍ​ຈະຢ່ອນອີ່ຫຼີ.

6, ບາງ​ຄົນກິນ​​ເຂົ້າ​ແລ້ວ​ມັກ​ໄປຍ່າງ​ຫຼິ້ນ. ຄົນຈີນ​ມີ​ຄຳ​ພັງ​ເພີຍວ່າ: ກິນ​ເຂົ້າ​ແລ້ວ​ຍ່າງ​ຮ້ອຍ​ກ້າວ, ​ອາຍຸ​ຈະ​ຍືນ​ຮອດ99​ປີ. ​ແຕ່​ວ່າ​ມີຫຼັກ​ອ້າງ​ອີງ​ທາງວິທະຍາສາດຢັ້ງ​ຢືນ​ວ່າ, ກິນ​ເຂົ້າ​ແລ້ວ​ຍ່າງ​ຮ້ອຍ​ກ້າວ, ບໍ່ພ​ຽງ​ແຕ່​ບໍ່​ອາດ​​ມີ​ອາຍຸ​ຍື່ນ​ຮອດ99​ປີ​ເທົ່າ​ນັ້ນ, ຍັງ​ຍ້ອນ​ອອກກຳລັງກາຍ​ບໍ່​ເໝາະ​ສົມກະທົບກະ​ເທືອ​ນຊ່ອງ​ຍ່ອຍ​ອາຫານດູດ​ຊຶມ​ເອົາ​ທາດ​ບຳລຸງ. ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ເຖົ້າ​ຜູ້​ແກ່, ປະສິດ​ທິພາບ​ຂອງ​ຫົວ​ໃຈ​ອ່ອນ​ລົງ​, ​ເສັ້ນ​ເລືອດ​ແຂງ​​ເຂົ້າ, ຖ້າກິນ​ເຂົ້າ​ແລ້ວ​ຍ່າງ​ຫຼິ້ນສ່ວນ​ຫຼາຍ​ຈະມີ​ປະກົດ​ການ​ທີ່​ຄວາມ​ດັນ​ເລືອດຕ່ຳລົງ.

7, ການກິນ​ເຂົ້າ​ແລ້ວ​ກໍ່​ໄປຮ້ອງ​​ເພງຄາ​ລາ​ໂອ​ເຄ​ໂລດ​ກໍ​ບໍ່​ດີ. ຄົນຈີນ​ມີ​ຄຳພັງ​ເພີຍວ່າ​​ເປົ່າ​ປີ່​ຫຼັງກິນ​ອີ່ມ​ຮ້ອງ​ເພງ​ເມື່ອ​ທ້ອງເປົ່າ​. ຄຳ​ເວົ້າ​ຄຳ​ນີ້​ແມ່ນ​ຖືກ​ຕ້ອງ, ​ເພາະ​ເມື່ອກິນ​ອີ່ມ​ແລ້ວກະ​ເພາະ​ຈະ​ຕື່ນ​ຂຶ້ນ, ຝາ​ກະ​ເພາະ​ຈິ່ງບາງ​, ​ເລືອດ​ໄຫຼ​ວຽນເພີ່​ມຂຶ້ນ. ຖ້າ​ຮ້ອງ​ເພງ​ໃນ​ຂະນະ​ນີ້ຈະ​ເຮັດ​ໃຫ້​ຝາ​ພື້ນ​​ເອິກ​ຕ່ຳລົງ, ຄວາມ​ກົດ​ດັນ​ໃນ​ໂຜ້ງ​ທ້ອງ​​ແຮງຂຶ້ນ, ຖ້າອາການ​ເບົາ​ກະ​ເພາະ​ລະລາຍອາຫານ​ບໍ່​ດີ, ຖ້າ​ເປັນໜັກ​ກະ​ເພາະ​​ລຳ​ໄສ້​ຈະຮູ້ສຶກ​ບໍ່​ສະບາຍ​ຫຼືເປັນ​ພະຍາດ​ແນວ​ອື່ນ.

8, ​ໂຊ​ເຟີ້​ລົດ​ຖ້າກິນ​ເຂົ້າ​ແລ້ວກໍ​ຂັບ​ລົດ​ທັນທີ​ຈະ​ມີ​ຄວາມ​ອັນຕະລາຍ​ທີ່​ຈະເກີດ​ອຸບັດ​ເຫດ​ໄດ້​ງ່າຍ. ນີ້​ແມ່ນ​ຍ້ອນ​ວ່າ​ກິນ​ເຂົ້າ​ແລ້ວ​ເລືອດ​ຈະ​ສຸ້ມ​ໄປ​ໃສ່​ກະ​ເພາະ​​ລຳ​ໄສ້​​ເພື່ອລະລາຍອາຫານ, ​ໃນ​ຂະນະ​ນີ້​ສະ​ໝອງ​ຈະຂາດ​ເລືອດຊົ່ວຄາວ, ​ພາ​ໃຫ້​ເຫງົານອນ, ຈິ່ງ​ອັນຕະລາຍ​ທີ່​ສຸດ.

ຂ່າວ​ສຸຂະພາ​ບປະຈຳ​ອາທິດ: ການ​ຄົ້ນຄວ້າ​ຂອງ​ອາ​ເມ​ລິ​ກາສະ​ແດງ​ໃຫ້​ເຫັນ​ວ່າ​ການແຕ່ງງານ​ປົວ​ສຸຂະພາບ​ທາງ​ຈິດ​ໃຈ​ຂອງ​ຄົນ​ໃຫ້​ດີ​ຂຶ້ນ​ໄດ້

ທ່ານ​ຜູ້​ຟັງ, ຜົນ​ການ​ຄົ້ນ​ຄວ້າ​ຫຼ້າ​ສຸດ​ຂອງ​ອາ​ເມ​ລິ​ກາສະ​ແດງ​ໃຫ້​ເຫັນ​ວ່າ, ​ເວົ້າ​ສຳລັບ​ຊາຍ​ໂສດ​ຫຼື​ຍິງ​ໂສດທີ່​ຮູ້ສຶກໝອງ​ໃຈ​ນັ້ນ, ​ການແຕ່ງງານ​ອາດ​ຈະ​ປົວ​​ໃຫ້​ຈິດ​ໃຈ​ຂອງ​​ເຂົາ​ເຈົ້າ​ມີ​ສຸຂະພາບດີ​​ຂຶ້ນ.

ຫວ່າງ​ມໍ່ໆ​ນີ້ມີ​ສື່​ຂ່າວ​ລາຍ​ງານ​ວ່າ, ການ​ຄົ້ນຄວ້າ​ລາ​ຍໜຶ່ງ​ຂອງຜູ້​ຊ່ຽວຊານ​ມະຫາວິທະຍາ​ໄລ​ລັດ​ໂອ​ໄຮ​ໂອ​ອາ​ເມ​ລິ​ກາສະ​ແດງ​ໃຫ້​ເຫັນ​ວ່າ, ​ເວົ້າ​ສຳລັບ​ຜູ້​ທີ່​ມີ​ຈິດ​​ໃຈ​​ເສົ້າໝອງ​ນັ້ນ​ແລ້ວ, ​ການແຕ່ງງານ​ມີ​ຜົນ​​ປິ່ນປົວ​ຢ່າງ​ເດັ່ນ​ຊັດ, ຜົນການ​ຄົ້ນຄວ້າ​ດັ່ງກ່າວ​ແມ່ນ​ນັກ​ຄົ້ນຄວ້າທັງ​ຫຼາຍ​ບໍ່​ໄດ້​ຄາດ​ຄຶດ​ມາ​ກ່ອນ. ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ​ແຕ່​ເດີມພວກ​​ເພິ່ນ​ນຶກວ່າ, ຜູ້​ທີ່​ມີ​ຈິດ​ໃຈ​​ເສົ້າໝອງຖ້າ​​ແຕ່ງງາ​ນ​​ໄປແລ້ວ​ອາດຈະ​ມີ​ຜົນ​ສະທ້ອນ​ທາງລົບ​ອັນ​ໜັກໜ່ວງ​, ​ແຕ່​ຜົນ​ສຸດ​ທ້າຍພັດ​ໄດ້​ປະກົດ​ເຫັນ​ວ່າ, ​ການແຕ່ງງານສາມາດຊ່ອຍ​ຜູ້​ເປັນ​ພະຍາດ​​ຜ່ອນ​ຄາຍຈິດ​​ໃຈ​ເສົ້າໝອງ.

ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ໄດ້​ສຳ​ຫຼວດປະຫວັດ​ພະຍາດ​​ເສົ້າໝອງຂອງ3066​ຄົນ​, ອາການ​ຂອງ​ພວກ​ເຂົາ​ເຈົ້າ​ລວມມີ​ການ​ນອນ​ບໍ່ຫຼັບ​ແລະ​​ຫງ່ວມ​ເຫງົາ, ຜູ້​ຊ່ຽວຊານ​ຍັງ​ໄດ້​ປຽບທຽບ​ຈິດ​ໃຈອາລົມຂອງ​ພວກ​ເຂົາ​ເຈົ້າ​ກ່ອນ​ແລະ​ຫຼັງ​​ແຕ່ງງານ. ​ຜູ້​ຊ່ຽວຊານ​ສັງ​ເກດ​ເຫັນ​ວ່າ, ​ການແຕ່ງງານ​ສາມາດຊ່ອຍ​ແກ້​ອາການ​ອຸກ​ອັ່ງໝອງ​ໃຈ​ຂອງ​ເຂົາ​ເຈົ້າ​ໄດ້, ອັດຕາ​ເກີດ​ມີ​ອາການພະຍາດ​ຂອງຜູ້​ປ່ວຍ​ໄດ້​ໜ້ອຍ​ລົງກວ່າ​ກ່ອນແຕ່ງງານ​.

ຜູ້​ຊ່ຽວຊານ​ກ່າວ​ວ່າ, ຜູ້​ທີ່​ມີ​ຈິດ​ໃຈ​​ເສົ້າໝອງອາດ​ຈະ​ຕ້ອງການ​ຄວາມ​ສະໜິດສະ​ສະ​ໝົມ​ແລະ​ເອົາ​ອົກ​ເອົາ​ໃຈຈາກ​ຄົນ​ອື່ນ​ເປັນ​ພິ​ເສດ, ພໍດີ​ແມ່ນການ​ແຕ່ງງານ​ນີ້​ເອງ​ຈະ​ໃຫ້​ຄວາມ​ສະໜິດສະໜົມ​​ແກ່​ເຂົາ​ເຈົ້າ​ໄດ້.