ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-19 17:03:07    
ເຕັກ​ໂລ​ໂນ​ຊີຂໍ້​ມູນ​ຂ່າວ​ສານ​ສະ​ໜັບ​ສະ​ໜູນ​ກາ​ນ​ພັດ​ທະ​ນາ​ຂອງ​ຊົນ​ນະ​ບົດ​ຈີນ

cri

ທ່ານຜູ່​ຟັງ​ທີ່​ໂຄລົບ, ​ຈີນ​ມີ​ພົນລະ​ເມືອງ 1 ຕື້ 3​00 ລ້ານ​ຄົນ​, ​ໃນ​ນັ້ນ, ມີ 800 ລ້ານ​ກວ່າ​ຄົນ​ຢູ່​​ເຂ​ດຊົນນະບົດ, ສະນັ້ນ, ລັດຖະບານ​ຈີນ​ໄດ້​ຖືກະສິກຳ​ແລະຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ນາ​​ເປັນ​ວຽກ​ງານຈຸດ​ໜັກ​ຂອງ​ ​ໂດຍ​ຕະຫຼອດ. ​ໃນຫຼາຍປີ​​ຜ່ານ​ມາ, ຄຽງ​ຄູ່​ກັບ​ຂໍ້​ມູນຂ່າວສານ​ຂອງ​ຈີນ​ໄດ້​ມີ​ການ​ພັດທະນາຢ່າງບໍ່​ຢຸດ​ຢັ້ງ, ກໍ່​ໄດ້​ສົ່ງຜົນ​ສະທ້ອນ​ຕໍ່​ການ​ພັດທະນາ​ຂອງຊົນນະບົດ​​ເທື່ອລະ​ກ້າວ, ​ໃນ​ລາຍການແຈ້ງ​ຂ່າວ​ເສດຖະກິດ​ຈີນ​ພາກ​ນີ້, ພວກ​ເຮົາ​ຈະ​ສະ​ເໜີ​ສະພາບ​ການ​ທີ່​ກ່ຽວຂ້ອງສູ່​ທ່າ​ນຟັງ.

ທ້າຍ​ປີ​ກາຍນີ້, ນະຄອນ​ປັກ​ກິ່ງ​ໄດ້​ເລີ່​ມ​ສ້າງໂຄງກາ​ນຂໍ້​ມູນຂ່າວສານ​​ເວ​ບ​ໄຊອ້າຍໂນ​ງ​ຊີ້ນ​ຊີ​ອີ້​ຈ້າ​ນເພື່ອ​ຍົກ​ສູງ​ລະດັບ​ຂໍ້​ມູນ​ຂ່າວສານ​ຂອງ​ຊົນນະບົດ​ຊານ​ເມືອງ. ຕາມ​ໂຄງການ​ດັ່ງກ່າວ​ນີ້​ຈະ​ສ້າງ​ສະຖານ​ນີຫຼືຈຸດບໍ​ລິ​ການ​ຂໍ້​ມູນ​ຂ່າວສານປະມານ 300 ​ແຫ່ງຢູ່​ຕາ​ແສງ​ຊານ​ເມືອງ​ປັກ​ກິ່ງ, ສະໜອງ​ຂໍ້​ມູນຂ່າວສານ​​​ເວ​ບ​ໄຊ​ໃຫ້​ແກ່​ຊາວນາ. ການ​ສ້າງສຳ​ເລັດ​ແລະ​ເລີ່​ມ​ໃຊ້​ເວ​ບ​ໄຊ ອ້າຍໂນ​ງຊີ້ນ​ຊີ​ອີ້​ຈັ້ນນັ້ນຈະ​ນຳ​ຄວາມ​ສະ​ດວກ​ຢ່າງຫຼວງຫຼາຍ​ໃຫ້​ແກ່ຊີວິດການ​ເປັນ​ຢູ່​ຂອງ​ຊາວນາ​ປັກ​ກິ່ງ. ​ນາງ​ລີ​ວກຸ້ຍ​ຢີງ ຊາວນາ​ບ້ານ​ຊຽງ​ເຈີ້ນ​​ເມື​ອງ​ພີ​ງກູປັກ​ກິ່ງ​ບອກ​ນັກ​ຂ່າວ​ວ່າ, ປັດຈຸບັນ, ຊາວນາ​ທະ​ແນມ​ແຕ່​ເຄາະ​ເມົ້າ​ສ໌​ຢູ່​​ຄອມ​ພິວ​ເຕີຄ່ອຍໆ​ກໍ​ຈະໄດ້​ຮັບຂໍ້​ມູນ​ຂ່າວສານ​ຕ່າງໆ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຜະ​ລິດ​ແລະ​ການ​ທຸລະ​ກິດ​ຈາກ​ອິນ​ເຕີ​ເນັດ: ​ "ສຳລັບ​ການ​ຜະລິດ, ​ຕົວຢ່າງ, ຊາວນາ​ຂາຍ​ໝາກຄາຍ, ​ເມື່ອ​ມີ​ຂ່າວ​​ໃນ​ດ້ານ​ນີ້​ແລ້ວ​ກໍ​ອາດ​ຈະ​ນຳ​​ປະສິດທິ​ຜົນ​ທາງ​ເສດຖະກິດມາ​ໃຫ້. ​ເວ​ບ​ໄຊຊີ້ນ​ຊີອີ້​ຈ້າ​ນ​ນີ້​ຈະລາຍ​ງານ​ລາຄາ​ຕະຫຼາດ​​ໃຫ້​ຊາວນາຮູ້ໂດ​ຍຜ່ານ​ອິນເຕີ​ເນັດ, ຊາວນາ​ຮູ້​ແລ້ວ​ຈະ​ຕົກລົງ​ລາຄາ. ອາດ​ຈະ​ແພງ​ກວ່າທີ່​ຄິດ​ໄວ້​ໃນ​ຕອນ​ທຳ​ອິດ. ຖ້າ​ຊາວນາ​ຜູ້​ໃດຢາກ​ຊື້​ອຸປະກອນປຸງ​ແຕ່ງ, ກໍ່​ໃຫ້​ເຂົ້າອິນ​ເຕີ​ເນັດ​ໂລດ​ເພາະ​ມີ​ຂ່າວ​ໃນ​ດ້ານ​ນີ້​ແນ່ນອນ."​

ນາງ​ລີ​ວກຸ້ຍ​ຢີງຍັງບອກ​ນັກ​ຂ່າວ​ວ່າ, ​ເວບ​ໄຊຊີ້ນ​ຊີ​ອີ້​ຈ້າ​ນຍັງ​ໄດ້​ຈັດຊຸດອົບຮົມວິຊາ​ຕ່າງໆ​​ເປັນປະຈຳ​, ປະກອບ​ຊອຟ​ແວ​ການສອນ​ວິຊາຈຳນວນ​ໜຶ່ງ​ໃສ່​ຄອມ​ພິວ​​ເຕີ​ເພື່ອ​ໃຫ້​ຊາວນາ​ຮຽນ, ນີ້​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຊຸກ​ຍູ້ການ​ພັດທະນາ​ຂອງທ້ອງ​ຖິ່ນ​ນັ້ນ.

ບໍລິສັດ​ເຮີ​ງຊີ້ນ​ທ່ອງ​ປັກ​ກິ່ງບໍລິການ​ໂທລະ​ຄົມ​ຈຳກັດ​ແມ່ນ​ວິ​ສາ​ຫະກິດ​ຮັບ​​ເໝົາ​ສ້າງ​ເວ​ບ​ໄຊອ້າຍ​ໂນ​ງ​ຊີ້ນ​ຊີ​ອີ້​ຈ້າ​ນຢູ່​ເຂ​ດຊານ​ເມືອງ​​ປັກ​ກິ່ງ, ປັດຈຸບັນ​ນີ້, ພວກ​ເຂົາ​ເຈົ້າ​ໄດ້​ສ້າງສະຖານນີ​ຢູ່​ 36 ບ້ານ​​ເຂດ​ຊານ​ເມືອງ​ປັກ​ກິ່ງ, ຊາວນາ​ຈະ​ຊອກ​ຫາ​ແລະ​ຊົມ​ໃຊ້ຂໍ້​ມູນ​ຂ່າວສານຈາກ​ອິນ​ເຕີ​ເນັດ​ຢູ່ສະຖານ​ນີ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ດ້ວຍ​ການ​ຊ່ວຍ​ເຫຼືອຂອງ​ພະນັກງານ. ທ່ານ​ຟູ້ປີນ ຜູ້​ຊ່ອຍການ​ຜູ້ອຳນວຍການ​ໃຫຍ່​ຂອງ​ບໍລິສັດ​ດັ່ງກ່າວ​ເວົ້າຕໍ່​ນັກ​ຂ່າວ​ວ່າ, ​ໂດຍ​ຜ່ານ​ການ​ໃຊ້​ເວ​ບ​ໄຊ​ຊີ້ນ​ຊີ​ອີ້​ຈ້າ​ນ, ກໍ​ໄດ້ຕັດຂອດ​ກາງ​ໃນ​ການ​ຂາຍ​ຜະລິດ​ຕະພັນ​ກະ​ສິກຳ, ນີ້​ຈະ​ເພີ່ມລາຍ​ໄດ້​ຂອງ​ຊາວ​ນາ​ຂຶ້ນໃນ​ລະດັບ​​ໃດ​ໜຶ່ງ.

ທ່ານເວົ້າວ່າ, " ພວກ​ຂ້າພະ​ເຈົ້າຊ່ວຍ​ຊາວນາ​ຂາຍ​ສິນຄ້າ, ​ສະໜອງ​ຂໍ້​ມູນ​​ຂ່າວສານ​ແລະຕະຫຼາດ​​ໃຫ້​ເຂົາ​ເຈົ້າ. ​ຂ້າ​ພະ​ເຈົ້າຢາກ​ສະໜອງ​ລະບົບ​ເວ​ບ​ໄຊ​ທີ່​ຂາຍ​ໂດຍ​ກົງ, ​ໃຫ້​ເຂົາ​ເຈົ້າ​ແລະ​​ເອົາ​ຂໍ້​ມູນ​ນີ້​ມາ​ຈັດຕັ້ງການ​ຂາຍ.​"​

​ຍ້ອນ​ປັກ​ກິ່ງ​ເປັນຕະຫຼາດ​ໃຫຍ່​, ສະນັ້ນ, ວິສາ​ຫະກິດ​ຊົນນະບົດຢ່າງ​ຊານ​ເມືອງປັກ​ກິ່ງຈິ່ງ​​ໄດ້​ມີ​​ເງື່ອນ​ໄຂພັດທະນາ​​ເປັນ​ຢ່າງ​ດີ. ​ໃນຫຼາຍປີຜ່ານມາ​ນີ້, ​ໃນ​ເວລາ​ເປີດ​ກວ້າງ​ຂອບ​ເຂດ​ການ​ທຸລະ​ກິດນັ້ນ, ເຂົາ​ເຈົ້ານັບ​ມື້​ນັບ​ສົນ​ໃຈ​ນຳ​ຜົນ​ສະທ້ອນຂອງຍີ່​ຫໍ້. ​ໂດຍ​ແນ່​ໃສ​ຈິດຕະສາດ​ດັ່ງກ່າວຂອງ​ວິ​ສາ​ຫະກິດ​ຊົນນະບົດ, ບໍລິສັດ​ຈຳນວນ​ໜຶ່ງ​ໄດ້​ຄົ້ນຄວ້າລະບົບ​ຈຳ​ແນ​ກຍີ່​ຫໍ້​ຂອງ​ຜະລິດ​ຕະພັນ. ​ໂດຍ​ຜ່ານ​ລະບົບ​ດັ່ງກ່າວ​ນີ້, ຜູ້​ບໍລິ​ໂພ​ກ​ແລະ​ຜູ້​ກວດກາ​ຄຸນ​ນະ​ພາບ​ສາມາດ​ຊອກ​ຮູ້​ວິ​ສາ​ຫະກິດຜະລິດຢ່າງ​ງ່າຍໆ, ທັງ​ນີ້​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ຊື້​ສິນຄ້າຢ່າງ​ໄວ້​ວາງ​​ໃຈ​ທໍ່​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ການ​ປ້ອງ​ກັນ​ຊື່ສ​ຽງ ຍີ່​ຫໍ້​ຂອງ​ວິ​ສາ​ຫະກິດ​​ດີ​​ອີກ​ດ້ວຍ. ທ່ານ​ນາງ​​ເວີ້​ຍ​ເຫວີຍ ຜູ້ອຳນວຍການ​ບໍລິສັດ​​ເຕັກນິກ​ໂຈ​ງຊືປັກ​ກິ່ງຈຳກັດ​ໄດ້​ສະ​ເໜີ​ລະບົບ​ຊອກ​ຮູ້​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ອາຫານຊຸດ​ໜຶ່ງ​ຂອງ​ບໍລິສັດ​​ເຂົາ​ເຈົ້າ.

ນາງເວົ້າວ່າ, " ​ເຊັ່ນ, ​ໝູ, ​​ໃນ​ເວລາ​ໝູ​ເກີດ​ອອກ​ມາ​ແລ້ວກໍປະ​ທັບ​ກາຢູ່​ຫູ​ຂອງ​ມັນ, ຈັ່ງ​ຊັ້ນ, ຕະຫຼາດ​​ຂະ​ບວນການ​ເຕີບ​ໃຫຍ່​ ຄື, ສະພາບ​ການ​ເຕີບ​ໃຫຍ່ ​ເຈັບ​ປ່ວຍ​ແລະ​ຖືກ​ຂ້າ​ຈົນ​ປຸງ​ແຕ່ງ​ເປັນ​ສິນຄ້າ​ສຳ​ເລັດຮູບ​ໃນ​ໂຮງງານລ້ວນ​ແຕ່​ຈະ​ບັນທຶກ​ຢູ່​ໃນ​ລະບົບ​ຄອມ​ພິວ​ເຕີ, ​ຊອກ​ຮູ້​ສະພາບ​ຍ້ອນຫຼັງຂອງ​ມັນ​ໃນ​ລະບົບ​ນີ້, ຂອດ​ໃດ​ມີ​ບັນຫາ​ແລ້ວ​ກໍຈະ​ຊອກ​ຮູ້​ໃນ​ລະບົບ​ນີ້​ໄດ້.​"​

ນອກຈາກ​ສະ​ໜອງ​ຂໍ້​ມູນຂ່າວ​ສານ​ຄວາມ​ຕ້ອງການ​ຜະລິດ​ຕະພັນທີ່ຊາວນາຕ້ອງການ​ນັ້ນ​ແລ້ວ, ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຢີຈຳນວນ​ໜຶ່ງ​ຍັງ​ເປີດ​ກວ້າງ​ຂໍ້​ມູນ​ຂ່າວ​ສານ​ຂອງ​ຜະລິດ​ຕະພັນ​​ທີ່ມູນ​ຄ່າເພີ່ມ​ຫຼາຍ. ບໍລິສັດ​ເຮີງ​ຊີ້ນ​ທ່ອງ​ຍັງ​ຮ່ວມ​ມື​ກັບບໍລິສັດຊົນນະບົດ​ປັກ​ກິ່ງ​ໃນ​ດ້ານ​ການທ່ອງທ່ຽວ​ຮີດຄອງ​ປະ​ເພນີ, ພວກ​ເຂົາ​ເຈົ້າ​ສະໜອງ​ຂໍ້​ມູນຂ່າວສານ​ຕ່າງໆ, ​​ໂດຍ​ຜ່ານອີນ​ເທີ​ເນັດ​ແລະຂໍ້ຄວາມ​ສັ້ນ​ໂທລະ​ສັບ​ມື​ຖື​ເປັນຕົ້ນໃຫ້​ແກ່​​ຊາວ​ເມືອງປັກ​ກິ່ງ.

ທ່ານ​ຫວ່າງ​ເຟີ​ງລຸຍ ຜູ້ອຳນວຍການ​ພະ​ແນ​ກການ​ທຸລະ​ການ​ຂອງ​ບໍລິສັດ​ດັ່ງກ່າວ​ເວົ້າວ່າ, " ​ພວກ​ຂ້າພະ​ເຈົ້າສະ​ໜອງ​ຂໍ້​ມູນ​ຂ່າວສານ​ທ່ອງ​ທ່ຽວ​ຢູ່​ຊົນນະບົດ​​ໃຫ້​ຄົນ​ໃນ​ເມືອງ, ​ຄົນ​ໃນເມືອງ​ໄປ​ບໍລິ​ໂພ​ກຢູ່​ທ້ອງ​ຖິ່ນ​ນັ້ນ​, ​​ເມື່ອ​ເປັນ​ແນວ​ນີ້,  ໃຫ້​ຊາວນາ​ມີ​​ແຫຼ່ງຜູ້ທ່ອງທ່ຽວ, ລາຍ​ໄດ້​​ຂອງຊາວນາກໍ​ເພີ່ມ​ແລ້ວ​."

ຕາມ​ໄດ້​ຊາບ, ​ໃຕ້​ການ​ສະໜັບ​ສະ​ໜູນ​ຂອງ​ເຕັກ​ນິກຂໍ້​ມູນຂ່າວ​ສານ, ການ​ທ່ອງທ່ຽວ​ຮີດຄອງ​ປະ​ເພນີ​ປັກ​ກິ່ງ​ໄດ້​ຮັບ​ການພັດທະນາ​ຢ່າງ​ວ່ອງ​ໄວ. ​ຕົ້ນປີນີ້,  ຊາວນາ​ໄດ້​ໂຄສະນາ​ແຫຼ່ງທ່ອງທ່ຽວຮີດຄອງ​ປະ​ເພນີ​ສອງ​​ແຫຼ່ງ​ຢູ່​​ເມືອງ​ຟິງກູ​ປັກ​ກິ່ງຢູ່​ໃນ​ອິນ​ເຕີ​ເນັດ, ​ໃນ​ໄລຍະ​ພັກ​ວັນ​ກຳມະກອນສາກົນ 1 ພຶດສະພາລວມ 7 ມື້, ​​ເຂົາ​ເຈົ້າໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ເກືອບ 9 ພັນ​ເທື່ອ​ຄົນ, ລາຍ​ໄດ້ຫຼາຍກວ່າ 2 ​ແສນ 4 ໝື່ນ​ຢວນ.

​ໃນ​ຂະ​ບວນການ​ຫັນ​ເປັນ​ຂໍ້​ມູນ​ຂ່າວສານ​ຫຼື​ໄອ​ທີຢູ່​ຊົນ​ນະ​ບົດ​ຈີນ, ການ​ອົບຮົມ​​ຊາວນາ​ແມ່ນວຽກ​ສຳຄັນ​ອັນໜຶ່ງ, ​ເປົ້າໝາຍ​ແມ່ນ​ເຮັດ​ໃຫ້​ຊາວນາ​ກຳ​ເຕັກນິກຂໍ້​ມູນ​ຂ່າວ​ສານ, ປັບປຸງ​ການ​ຜະລິດ​ແລະ​ການ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ. ທ່ານ​ຢາງ​ປາວຈູ້ ຜູ້​ຊ່ຽວຊານ​ສູນ​ຄົ້ນຄວ້າ​ເຕັກນິກ​ກິດຈະການ​ຂໍ້​ມູນ​ຂ່າວສານ​ກະ​ສິກຳ​ແຫ່​ງ ຊາດຈີນ​ເວົ້າວ່າ, ປັດຈຸບັນ, ລະດັບ​ຄວາມ​ຮູ້​ຂ​ອງຊາວນາຊົນນະບົດ​ບໍ່​ສູງ​ປານ​ໃດ, ຂະ​ບວນການ​ຂໍ້​ມູນ​ຂ່າວ​ສານ​ຕ້ອງ​ຮ່ວມຊຸກ​ຍູ້​ໂດຍ​ຜ່ານ​ຊ່ອງ​ທາງ​ຕ່າງໆ.

​​ ທ່ານ​ເວົ້າວ່າ, " ​​ແຕ່​ກາ​ນຜະລິດ​ກະສິກຳ​​ເລື່ອນ​ຂັ້ນ​ເປັນ​ວິ​ສາ​ຫະກິດ​ກະ​ສິກຳ, ສະໜອງຂໍ້​ມູນ​ຂ່າວສານ​ຕ່າ​ງກັນ​ໂດຍ​ຜ່ານ​ຊ່ອງ​ທາງ​ຕ່າ​ງກັນ, ຕົວຢ່າງ​ຄື, ​ເຄືອ​ຄ່າ​ຍຄອມ​ພິວ​ເຕີ ​ເຄືອ​ຄ່າ​ຍໂທລະ​ສັບ ​ເຄືອ​ຄ່າ​ຍ​ໂທ​ມະ​ຄົມ​ແລະອື່ນໆ, ​ເພື່ອ​ບໍ​ລິ​ການ​ລູກ​ຄ້າຕ່າງ​ກັນ, ​ເມື່ອ​ເປັນ​ແນວ​ນີ້,​ໄດ້​ສະໜັບສະໜູນ​ການສ້າງສາ​ຊົນນະບົດ​ໃໝ່ຢ່າງ​ຮອບດ້ານ."

ທ່ານ​ຢາງ​ປາວຈູ້​ເວົ້າວ່າ, ​ໃນ 5 ປີ​ຂ້າງ​ໜ້າ, ຈີນ​ຈະ​ລົງທຶນຫຼາຍຕື້​ຢວນຢູ່ຊົນນະບົດ, ​ເພື່ອ​ສ້າງ​​ໂຄງ​ລ່າງ​ພື້ນຖານ​ຂໍ້​ມູນ​ຂ່າວສານ​ແລະ​ອົບຮົມ​ນັກ​ວິ​ຊາ​ການ. ທ່ານ​ເຜີຍ​​​ໃຫ້ຮູ້​ວ່າ, ​ໃນ​ອະນາຄົດ, ຊົນນະ​ບົດ​ຈີນ​ຈະ​ທົດ​ລອງ​​ເປັນ​ເທື່ອ​ລະ​ກ້າວ​, ​ໃຊ້​ເຕັກນິກ​ຂໍ້​ມູນຂ່າວສານມາ​ຊຸກ​ຍູ້​ກາ​ນພັດທະນາກະສິກຳ ຍົກ​ລະດັບ​ວິ​ທະຍາ​ສາດ​ເຕັກນິກ​ຢູ່​ຊົນນະບົດ​ຈົນ​ກະທັ້ງ​ດຳ​ເນີນ​ການປົກຄອງຢ່າງປະຊາ​ທິ​ປະ​ໄຕ​ຢູ່​ຊົນນະບົດ.