ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-19 20:47:28    
ຈີນ​ແລະ​ປະ​ເທດ​ອາ​ຊຽນ​ຈະ​ຮ່ວມ​ກັນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ດ້ານ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ19​ກັນຍາ,​ໃນ​ເວທີ​ປາ​ໄສ​ອຸດສາຫະກຳ​ວັດທະນະທຳ​ຈີນ​ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຈີນ,ຜູ່​ຮ່ວມ​ປະຊຸມ​ໄດ້​ປະ​ກາດ​ຖະ​ແຫຼງ​ການ​ນານ​ນິງ​ຂອງ​ເວທີ​ປາ​ໄສ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຈີນ​ອາຊ​ຽນ,ກ່າວ​ເນັ້ນ​ວ່າ​ບັນ​ດາ​ປະ​ເທດ​ຈະ​ຮ່ວມ​ກັນ​ສຸມ​ໃສ່​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ໃນ​ດ້ານ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ.

ຈີນ​ກັບ​ບັນດາ​ປະ​ເທດ​ອາຊ​ຽນ​ເປັນ​ປະ​ເທດ​​ໃກ້​ຄຽງຂອງ​ກັນ,ມີ​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ທີ່​ອຸດົມ​ສົມບູນ​ແລະ​ຕ່າງ​ມີ​ສີສັນ​ພິ​ເສ​ດຂອງ​ໃຜລາວ,​ແລະ​ມີ​ຊ່ອງ​ຫວ່າງ​ບໍລິ​ໂພກ​ວັດ​ທະ​ນະ​ທຳ​ທີ່​​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​.ຕາມ​ຖະ​ແຫຼ​ງການ,​ເວ​ທີ​ປາ​ໄສ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຈີນ​ອາ​ຊຽນ​ຄວນ​ສຸມ​ໃສ່​ການ​ບູ​ລະ​ນະ​ເວ​ທີ​ປາ​ໄສ​ທີ່​ເປັນ​ກົນ​ໄກ​ສຳ​ຄັນ​ສຳ​ລັບ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ,​ຜູ່​ຊ່ຽວ​ຊານ​ນັກ​ວິ​ຊາ​ການ,​ຜູ່​ນຳ​ວິ​ສາ​ຫະ​ກິດ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາຊ​ຽນດຳ​ເນີນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ນັ້ນ​ໃຫ້​ສົມ​ບູນ​ຂຶ້ນ,​ສ້າງ​ເວທີ​ປາ​ໄສ​ໃຫ້​ເປັນ​ເວ​ທີ​ສັງ​ລວມ​ສຳ​ລັບ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​,ວາງສະ​ແດງ​ຜະ​ລິດ​ຕະ​ພັນ​ແລະ​ໂຄງ​ການ​ຮ່ວມ​ມື​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຂອງ​ພາຍ​ໃນ​ພາກ​ພື້ນ​ແຫ່ງ​ນີ້.​ອອກ​ແຮງ​ສົ່ງ​ເສີມ​ການ​ຊົມ​ໃຊ້​ຊັບ​ພະ​ຍາ​ກອນ​ນຳ​ກັນ,​ສ້າງ​ຕັ້ງ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ຂຶ້ນ​ເທື່ອ​ລະ​ກ້າວ.​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ທຳ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢ່າງ​ແທ້​ຈິງ.