 (ທ່ານສົນທິ.ຍຸນຍະຣັດກະລິນທີ່ນຳພາການລັດຖະປະຫານ)
ຕາມຂ່າວ CRI: ວັນທີ 20 ກັນຍາ ໂຄສົກຂອງທະຫານໄທທີ່ກໍ່ລັດຖະປະຫານໄດ້ຖະແຫລງຜ່ານທາງໂທລະພາບກ່າວຄຳປາໃສປະກາດວ່າ, ທ່ານສົນທິ.ບຸນຍະຣັດກະລິນ ຜູ່ບັນຊາການກອງທັບບົກໄທທີ່ບັນຊາການລັດຖະປະຫານນັ້ນຈະເຂົ້າທຳຫນ້າທີ່ແທນທ່ານທັກສິນ.ຊິນນະວັດ ນາຍົກລັດຖະ ມົນຕີລັດຖະບານຮັກສາການແລ້ວເປັນນາຍົກລັດຖະມົນຕີຮັກສາການຂອງໄທ,ຍົກເລີກລັດຖະທຳມະນູນທີ່ປະຕິບັດມາແຕ່ປີ 1997 ,ຍົກເລີກວຸດທິສະພາແລະສະພາຜູ່ແທນລາດຊະດອນ,ຍົກເລີກລັດຖະບານຮັກສາການແລະສານລັດທະທຳມະນູນ.ພ້ອມກັນນັ້ນປະກາດໃຫ້ວັນທີ 20 ເປັນວັນພັກໃນທົ່ວປະເທດ, ເພື່ອປະກາດນະໂຍບາຍໃຫມ່,ແລະຟື້ນຟູກົດຫມາຍແລະຄວາມລະບຽບຮຽບຮ້ອຍໂດຍໄວ.
1 2 3 4 5
|