ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 11:23:21    
ທ່ານ​ຫຼີ​ຈ້າວ​ຊິ່ງ​ພົບ​ປະ​ຜູ້​ນຳ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 61

cri Author: min
ຕາມ​ຂ່າວCRI: ວັນ​ທີ 19 ກັນຍາ, ຢູ່​ນິວ​ຢອກ, ທ່ານຫຼີຈ້າວ​ຊິ່ງ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ຜູ້​ນຳ​ຕ່າງ​ປະ​ເທດ​ຈຳນວນ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 61.

ທ່ານ​ຫຼີຈ້າວ​ຊິ່ງ​ຕ່າງ​ໄດ້​ແນະນຳ​ສະພາບ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ອາ​ຟິຼກາ​ຕໍ່​ທ່ານ​ຄາ​ບີ​ລາ ປະທາ​ນາ​ທິ​ບໍດີ​ກົງ​ໂກ​ແລະ​ທ່ານ​ນາ​ວິນ ​ຣາມ​ໂກ​ລາມ ນາຍົກ​ລັດຖະ​ມົນຕີ​ໂມຣິດ, ຜູ້ນຳ​ສອງ​ປະ​ເທດ​ດັ່ງກ່າວ​ຫວັງ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຈະ​ຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະຫວ່າງ​ຈີນ​ອາ​ຟຼິກາ​ແລະ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

​ໃນ​​ເວລາ​ພົບ​ປະ​ທ່ານ​ຈີ​ພີ ລິ​ຟນີ ລັດຖະ​ມົນຕີ​ວ່າ​ການ​ກະຊວງ​ການ​ຕ່າ​ງປະ​ເທດ​ອິສຣາ​ແອນ​ແລະ​ທ່ານ​ວາລິ​ດ ມູອາ​ເລມ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດຣີ​ບັງ, ທ່ານ​ຫຼີຈ້າວ​ຊິ່ງ​ກ່າວ​ເນັ້ນ​ວ່າ​, ຕ້ອງ​ປ​ະຕິ​ບັດ​ມະຕິ​ເລກ 1701 ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຢ່າງ​ຮອບດ້ານ​​, ສຳ​ເ​ລັດ​ການ​ເພີ່ມ​ແລະ​ການຈັດ​ວາງ​ກອງ​ທະຫານ​ປະຈຳ​ລີ​ບັງ​ຊົ່ວ​ຄາວ​ຂອງ​ສະຫະ​ປະຊາ​ຊາດທີ່​ປະຈຳ​ຣີບັງ​ໂດຍ​ໄວ. ທ່ານ​ຍັງ​ຊີ້​ອອກ​ວ່າ, ບັນຫາ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​ແມ່ນ​ບັນຫາ​ໃຈ​ກາງ​ຂອງ​ບັນຫາ​ຕາ​ເວັນ​ອອກ​ກາງ, ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​​ໂດຍ​ຜ່ານ​ການ​ເຈລະຈາ​ການ​ເມືອງ​ບົນ​ພື້ນຖານ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ຫຼັກການ "​ເອົາ​ທີ່​ດິນ​ແລກ​ປ່ຽນ​ສັນຕິພາບ".

ທ່ານຫຼີຈ້າວ​ຊິ່ງ​​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ທ່ານ​ອາ​ເບີ​ໂຕ ​ໂຣມູ​​ໂລ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ​ແລະ​ທ່ານ​ຄາ​ຊູຣີ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ປາ​ກີ​ສະ​ຖານ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ສະຖາ​ນະ​ການ​​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະອາຊີ​ໃຕ້.

ທ່ານຫຼີຈ້າວ​ຊິ່ງ​ຍັງ​ໄດ້​ຫາລື​ກັບ​ທ່ານ​ມາ​​ເກີ​ເຣັດ ​ເບກ​ເຄດ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​ກ່ຽວ​ກັບ​ບັນຫາ​ດາ​ຟູ​ຂອງ​ຊູ​ດັງ​ແລະ​ບັນຫາ​ນິວ​ເຄຼຍ​ອີຣານ.