ຢູ່ແຂວງກຸ້ຍໂຈ່ວ ພາກຕາເວັນຕົກສຽງໃຕ້ຂອງຈີນ,ມີບ້ານເຜົ່າມົ້ງແຫ່ງໜຶ່ງຊື່ວ່າບ້ານລາງເຕີ.ບ້ານນີ້,ຕົ້ນໄມ້ຂຽວອຸ່ມທຸ່ມຕະຫຼອດປີ,ເຮືອນຮ້ານຕ່າງໆແປະກັບພູ,ສາຍນ້ຳໃສສະອາດໄຫຼອ້ອມບ້ານ.ນີ້ແມ່ນບ້ານທີ່ງຽບສະຫງົບແຫ່ງໜຶ່ງ,ໄດ້ຍິນແຕ່ກົງຫັນນ້ຳບັ້ງໄມ້ໄຜ່ອັນເກົ່າແກ່10ກວ່າໜ່ວຍສົ່ງສຽງ"ອີດແອດອີດແອດ". ຫວ່າງກ່ອນນີ້ບໍ່ດົນ,ບ້ານນີ້ໄດ້ຕ້ອນຮັບຜູ່ມາຢ້ຽມຢາມມື້ໜຶ່ງທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນ.ໝູ່ນັກສຶກສາທີ່ມາຈາກແຂວງໄຕ້ຫວັນຈີນໄດ້ນຳເອົາຄວາມເບີກບານມ່ວນຊື່ນມາສູ່ບ້ານນີ້.
ຕອນຂ້ອນແຈ້ງ,ເມກໝອກບາງໆປົກຫຸ້ມທົ່ວບ້ານ.ຢູ່ປະຕູເຂົ້າສູ່ບ້ານ,ຜູ່ສາວບ້ານລາງເຕີທີ່ໃສ່ຊຸດງາມໄດ້ກຽມເຫຼົ້າລັດປະຕູ12ດ່ານໄວ້ຕ້ອນຮັບແຂກໄຕ້ຫວັນແຕ່ດົນແລ້ວຕາມປະເພນີຂອງເຜົ່າມົ້ງ.ການຮ້ອງເພງລັດປະຕູແລະເຊີນຊວນດື່ມເຫຼົ້າລັດປະຕູແມ່ນພິທີສະແດງຄວາມຄຳນັບສູງສຸດຂອງຊາວເຜົ່າມົ້ງໃນການຕ້ອນຮັບແຂກ.ສ່ວນຢູ່ນອກປະຕູເຂົ້າບ້ານ,ໝູ່ນັກສຶກສາໄຕ້ຫວັນອົດກັ້ນຄວາມກະຕືລືລົ້ນບໍ່ໄດ້,ພາກັນຢືດຄໍຊ່ອງເບິ່ງໄປໃນບ້ານເລື້ອຍໆ.ທ້າວອູໂກຢູ້ກໍແມ່ນຜູ່ໜຶ່ງ,ລາວແມ່ນຊາວຊົນເຜົ່າສ່ວນໜ້ອຍຢູ່ໄຕ້ຫວັນ,ເປັນນັກສຶກສາປະລິນຍາໂທທີ່ກຳລັງຮຽນຢູ່ໃນມະຫາວິທະຍາໄລແຫ່ງໜຶ່ງຂອງນະຄອນໄຕ້ເປ.ລາວຮ່າງສູງ,ຜິວດຳກ້ຽງ ສະດຸດຕາຄົນທີ່ສຸດ.ລາວບອກນັກຂ່າວວ່າ,ເຖິງວ່າເທື່ອນີ້ແມ່ນເທື່ອທີສາມທີ່ລາວມາແຜ່ນດິນໃຫຍ່ປະເທດຊາດ,ແຕ່ເປັນເທື່ອທຳອິດທີ່ໄດ້ເຂົ້າໃກ້ທີ່ສຸດກັບຊົນເຜົ່າສ່ວນໜ້ອຍຂອງແຜ່ນດິນໃຫຍ່.
ເລື່ອງຕ່າງໆກ່ຽວກັບຊົນເຜົ່າສ່ວນໜ້ອຍຂອງແຜ່ນດິນໃຫຍ່ທີ່ເຄີຍໄດ້ເຫັນໃນໂທລະພາບນັ້ນ,ມື້ນີ້,ລ້ວແຕ່ໄດ້ເຫັນກັບຫູກັບຕາແລ້ວ.
ຮອດເວລາເຂົ້າປະຕູບ້ານແລ້ວ,ທ້າວອູໂກຢູພ້ອມກັບໝູ່ລຽນແຖວຍາວໆ,ທັງຊິມເຫຼົ້າທີ່ສາວເຜົ່າມົ້ງຍົກໃຫ້ຢ່າງສຸພາບ,ທັງຍ່າງຂຶ້ນຮອດບ້ານເຜົ່າມົ້ງລາງເຕີທີ່ຢູ່ເປີ້ນພູ.
ນັກສຶກສາໄຕ້ຫວັນເຫຼົ່ານີ້ມາຈາກໂຮງຮຽນຊັ້ນສູງຕ່າງໆແລະຮຽນວິຊາຕ່າງກັນ,ເທື່ອນີ້ມາແຜ່ນດິນໃຫຍ່ປະເທດຊາດແມ່ນເພື່ອເຂົ້າຮ່ວມກິດຈະກຳ"ຄ້າຍພັກ ລະດູຮ້ອນພັນຄົນນັກສຶກສາໄຕ້ຫວັນປີ2006"ທີ່ຈັດໂດຍສະມາຄົມມິດຕະພາບພີ້ນ້ອງຮ່ວມຊາດໄຕ້ຫວັນຈີນ.ແຂວງກຸ້ຍໂຈ່ວແມ່ນສະຖານທີ່ຈັດຄ້າຍພັກ ລະດູຮ້ອນແຫ່ງໜຶ່ງ.ໃນໝູ່ນັກສຶກສາໄຕ້ຫວັນມີ1/3ແມ່ນຊົນເຜົ່າສ່ວນໜ້ອຍ,ສ່ວນຫຼາຍແມ່ນເປັນເທື່ອທຳອິດມາແຜ່ນດິນໃຫຍ່ປະເທດຊາດ.
ເຂົ້າບ້ານເຜົ່າມົ້ງລາງເຕີແລ້ວ,ນັກສຶກສາໄຕ້ຫວັນເຫຼົ່ານີ້ຖືກ ບ່າວສາວເຜົ່າມົ້ງຫຸ້ມໃສ່ແລະພາໄປນັ່ງອ້ອມເດີ່ນກອງທອງຢູ່ໃຈກາງບ້ານ.ເດີ່ນກອງທອງປູຫິນຮູບໄຂ່,ກາງເດີ່ນໄດ້ຕັ້ງຄານໄມ້ສູງ,ຢູ່ເທິງຄານໄມ້ໄດ້ແຂວນກອງທອງໜ່ວຍໜຶ່ງ.
ການສະແດງຍັງບໍ່ທັນເລີ່ມຕົ້ນ,ພວກນັກສຶກສາກໍຕື່ນເຕັ້ນຫຼາຍ, ເຂົາເຈົ້າຂ້ຽວຖ່າຍຮູບ,ຢ້ານ ພາດພາບງາມ.ນາງລາຍເວິນສວນ ນັກສຶກສາໄຕ້ຫວັນຜູ່ໜຶ່ງບອກນັກຂ່າວວ່າ,ນາງເຫັນວ່າເຄື່ອງນຸ່ງຂອງຖືເຜົ່າມົ້ງງາມຫຼາຍ:
"ຂ້ອຍເຫັນວ່າ,ເຄື່ອງນຸ່ງຂອງຖືເຜົ່າມົ້ງຈັ່ງແມ່ນງາມຫຼາຍ, ສ່ອງແສງໃຫ້ເຫັນຈຸດພິເສດຂອງຊົນເຜົ່າເຂົາເຈົ້າ,ເບິ່ງແລ້ວກໍຮູ້ໂລດວ່າແມ່ນເປັນຂອງເຜົ່າມົ້ງ.ເຄື່ອງເອ້ຂອງເຂົາເຈົ້າງາມຫຼູຫຼາທີ່ສຸດ,ໂດຍສະເພາະແມ່ນໝວກເຜົ່າມົ້ງ,ງາມອີ່ຫຼີ."
ບຶດໜຶ່ງ,ການສະແດງກໍ່ເລີ່ມຕົ້ນຂຶ້ນ,ບ່າວເຜົ່າມົ້ງໝູ່ໜຶ່ງໄດ້ເປົ່າແຄນຟ້ອນລຳ,ສາວເຜົ່າມົ້ງທັງຫຼາຍກໍຟ້ອນນຳ.ການສະແດງທີ່ໜ້າຊົມໄດ້ພາໃຫ້ທ້າວອູໂກຢູພ້ອມກັບໝູ່ ຕົບມືຢ່າງບໍ່ຂາດສາຍ. ເຂົາເຈົ້າ ຍ່າງໄປກາງເດີ່ນ,ສະແດງການຟ້ອນລຳທຳເພງຂອງຊົນເຜົ່າຕົນໃຫ້ພວກພີ່ນ້ອງເຜົ່າມົ້ງເບິ່ງ.
ເຂົາເຈົ້າຈັບມືກັນອ້ອມເປັນວົງ,ທັງຮ້ອງທັງຟ້ອນ.ຮູບວົງມົນລາງເທື່ອຫຸບເຂົ້າເປັນວົງນ້ອຍ,ລາງເທື່ອແຜ່ອອກເປັນວົງໃຫຍ່,ທັງປິ່ນຕົວເລື້ອຍໆ.ການສະແດງຂອງພວກເຂົາເຈົ້າກໍໄດ້ຮັບຄວາມຮ້ອງໂຮຊົມເຊີຍຈາກຊາວໜຸ່ມເຜົ່າມົ້ງທັງຫຼາຍ.
ໃນໝູ່ຜູ່ຊົມຍັງມີທ່ານນາງໂຈ່ວເຟເຢ ເລຂາທິການສະມາຄົມມິດຕະພາບກັບໄຕ້ຫວັນຂອງແຂວງກຸ້ຍໂຈ່ວ.ເມື່ອໄດ້ຊົມການສະແດງແລ້ວ,ນາງບອກນັກຂ່າວດ້ວຍຄວາມຕື້ນຕັນໃຈວ່າ,ກິດຈະກຳແລກປ່ຽນວັດທະນະທຳລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນດັ່ງກ່າວນີ້ມີຄວາມໝາຍເປັນພິເສດ, ສາມາດຊຸກຍູ້ມິດຕະພາບລະຫວ່າງປະຊາຊົນສອງຝັ່ງຕື່ມອີກ.
"ຂ້າພະເຈົ້າເຫັນວ່າວັດທະນະທຳຂອງປະຊາຊາດຈີນບໍ່ພຽງແຕ່ມີປະຫວັດອັນດົນນານເທົ່ານັ້ນ,ຫາກຍັງໄດ້ຝັງເລິກໃນໃຈຂອງປະຊາຊົນສອງຝັ່ງ."
ທ່າມກາງບັນຍາກາດອັນມ່ວນຊື່ນ,ເວລາຜ່ານໄປໄວຢ່າງບໍ່ຮູ້ສຶກຕົວ,ບຶດດຽວກໍຮອດເວລາກິນເຂົ້າແລ້ວ.ນີ້ກໍແມ່ນເວລາທີ່ທ້າວອູໂກຢູພ້ອມກັບໝູ່ຄອງຄອຍທີ່ສຸດ.ເພາະວ່າພວກເຂົາເຈົ້າຈະໄດ້ເຂົ້າເຮືອນຂອງຊາວເຜົ່າມົ້ງ,ຊິມອາຫານແຊບຊ້ອຍທີ່ມີເອກະລັກພິເສດຂອງເຜົ່າມົ້ງ.ພໍນັ່ງອ້ອມພາເຂົ້າ,ທ້າວອູໂກຢູກໍໄດ້ຕີຕົວເຂົ້າສະໜິດສະໜົມກັບບ່າວສາວເຜົ່າມົ້ງໄວທີ່ສຸດ. ເຂົາເຈົ້າຕ່າງຍົກຈອກຮ້ອງເພງ,ອວຍໄຊໃຫ້ພອນອັນປະເສີດແກ່ກັນ.ອາຫານແຊບໆຊະນິດຕ່າງໆຂອງເຜົ່າມົ້ງກໍເຮັດໃຫ້ທ້າວອູໂກຢູຮູ້ສຶກຫິວເຂົ້າຂຶ້ນມາພ້ອມບາດແລະຢາກກິນໄດ້ຫຼາຍໆ.
"ແຕ່ກ່ອນ,ຂ້ອຍບໍ່ເຄີຍໄດ້ກິນອາຫານເຜົ່າມົ້ງ,ແຕ່ວ່າອາຫານທີ່ເຮັດດ້ວຍເຂົ້າໜຽວນັ້ນໃນອາຫານພື້ນເມືອງຂອງພວກຂ້ອຍກໍມີ.ຄືຊີ້ນແຫ້ງ,ຜັກກູດບາງຊະນິດ,ແຊບຫຼາຍ,ມີລົດຊາດຄ້າຍຄືກັບອາຫານພວກຂ້ອຍ,ອັນເຮັດໃຫ້ພວກຂ້ອຍມີຄວາມຮູ້ສຶກເໝືອນຢູ່ບ້ານຕົນເອງ."
ລາຍການຫຼັງກິນເຂົ້າທ່ຽງເຮັດໃຫ້ພວກນັກສຶກສາໄຕ້ຫວັນຍິ່ງດີໃຈກວ່າເກົ່າ, ບ້ານລາງເຕີຈະຈັດການຊົນຄວາຍໃນຕອນບ່າຍ.ທ້າວອູໂກຢູຕື່ນເຕັ້ນທີ່ສຸດເພາະວ່ານີ້ແມ່ນເທື່ອທຳອິດທີ່ລາວໄດ້ຊົມຄວາຍຊົນກັນ.
ພໍໄດ້ຍິນສຽງຄຳສັ່ງຂອງກຳມະການ,ການຊົນຄວາຍກໍ່ເລີ່ມຕົ້ນ.ຄວາຍສອງໂຕຊົນກັນຢ່າງດຸເດືອດເອົາເປັນເອົາຕາຍ.ຢູ່ນອກສະໜາມ,ທ້າວອູໂກຢູພ້ອມກັບໝູ່ເບິ່ງແບບຕາໂລ້ຍ້ອນບໍ່ເຄີຍເຫັນຈັກເທື່ອ,ທັງຮ້ອງໂຮຊົມເຊີຍແລະຕົບມືຢ່າງບໍ່ຂາດສາຍ.
ການຢາມບ້ານເຜົ່າມົ້ງລາງເຕີໝົດມື້ໜຶ່ງໃກ້ຈະສິ້ນສຸດລົງແລ້ວ,ທ້າວອູໂກຢູບອກນັກຂ່າວວ່າ,ວັນນີ້ໄດ້ເຮັດໃຫ້ລາວໄດ້ຮູ້ໄດ້ເຫັນຫຼາຍສິ່ງຫຼາຍຢ່າງ. ກິດຈະກຳມື້ນີ້ໄດ້ບັນລຸຈຸດປະສົງທີ່ຊຸກຍູ້ການແລກປ່ຽນວັດທະນະທຳຊົນເຜົ່າສ່ວນໜ້ອຍລະຫວ່າງສອງຝັ່ງຢ່າງແທ້ຈິງ.ນີ້ເວົ້າສຳລັບຄົນທັງຫຼາຍແລ້ວພຽງແຕ່ແມ່ນການເລີ່ມຕົ້ນເທົ່ານັ້ນ,ຂ້ອຍເຊື່ອວ່າໝູ່ນັກສຶກສາຮ່ວມຫ້ອງຂອງຂ້ອຍຫຼາຍໆຄົນກໍຄອງຄອຍຢາກມາແຫ່ງນີ້ອີກ.ຫວັງວ່າ,ພາຍໜ້າ, ລະຫວ່າງສອງຝັ່ງຈະຈັດກິດຈະກຳແລກປ່ຽນຫຼາຍກວ່າເກົ່າ,ໃຫ້ປະຊາຊົນສອງຝັ່ງເຂົ້າໃຈຄວາມຄິດ ແລະວັດທະນະທຳຂອງກັນຫຼາຍກວ່າເກົ່າ.
ຕາເວັນຄ້ອຍຄ່ຳລົງແລງ,ທ້າວອູໂກຢູພ້ອມກັບໝູ່ໄດ້ອຳລາຈາກບ້ານເຜົ່າມົ້ງດ້ວຍຄວາມອາໄລອາວອນ.ບ້ານເຜົ່າມົ້ງລາງເຕີໄດ້ກັບຄືນສູ່ຄວາມງຽບສະຫງົບເໝືອນເດີມ.ມີແຕ່ກົງຫັນນ້ຳເກົ່າແກ່10ກວ່າໜ່ວຍເທົ່ານັ້ນ,ຍັງຄົງສົ່ງສຽງ"ອີດແອດອີດແອດ"ຄືເກົ່າ.
|