ສະຫະປະຊາຊາດອະນຸມັດໃຫ້ມາເລເຊຍແຕ່ງຜູ້ຮັກສາສັນຕິພາບໄປລີບັງ
cri
Author: cai
ຕາມຂ່າວສານຊີນຮວາ:ຂ່າວສານມາເລເຊຍລາຍງານວ່າ,ວັນທີ 20 ກັນຍາ,ຢູ່ນິວຢອກ,ທ່ານບາດາວີ ນາຍົກລັດຖະມົນຕີມາເລເຊຍເວົ້າວ່າ,ສະຫະປະຊາຊາດໄດ້ອະນຸມັດໃຫ້ມາເລເຊຍແຕ່ງຜູ້ຮັກສາສັນຕິພາບ 360 ຄົນໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ລີບັງ.
ວັນທີ 19 ກັນຍາຕາມເວລາທ້ອງຖິ່ນ,ທ່ານບາດາວີທີ່ພວມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຢູ່ນິວຢອກໃຫ້ສຳພາດຕໍ່ສື່ມວນຊົນມາເລເຊຍວ່າ,ໃນເວລາພົບປະກັນໃນມື້ດຽວກັນ,ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ບອກການຕົກລົງດັ່ງກ່າວໃຫ້ທ່ານຊາບ.
ກ່ອນໜ້ານີ້,ອິສຣາແອນເຄີຍເວົ້າວ່າ,ຈະບໍ່ຮັບເຫັນດີນຳປະເທດທີ່ບໍ່ໄດ້ສ້າງສາຍສຳພັນທາງການທູດກັບອິສຣາແອນນັ້ນເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ລີບັງ.ປະຈຸບັນ,ມາເລເຊຍຍັງບໍ່ທັນສ້າງສາຍສຳພັນທາງການທູດກັບອິສຣາແອນເທື່ອ.
|
|