ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 18:29:25    
ເຈົ້າຂອງ​ລິ​ຂະ​ສິດ​ການປະພັນ​ໃນ​ວົງ​ການ​ຕ່າງໆ​ຂອງ​ຈີນ​ອອກສຽງ​ສະຫນັບສະຫນູນ​ກິດຈະກຳຕໍ່ຕ້ານ​ການ​ລັກລອກ​ແບບ

cri
​ຫວ່າງ​ມໍ່ໆ​ນີ້ ​ເຈົ້າຂອງ​ລິ​ຂະສິດການ​ປະພັນ​ໃນ​ວົງ​ການ​ຕ່າງໆ​ຂອງ​ຈີນ​ໄດ້​ລົງ​ລາຍ​ເຊັນ​ຮ່ວມ​ກັນຢູ່​ປັກ​ກິ່ງ, ອອກ​ສຽງ​ສະຫນັບສະຫນູນ​ລັດ ຖະບານ​ຈີນ​ທີ່​ຈັດ​ໃຫ້​ມີ​ກິດຈະກຳຕ້ານ​ການ​ລັກລອກ​ແບບ​ເປັນ​ເວລາ​ຮ້ອຍ​ມື້​ຢ່າງ​ຂະຫນາດ​ໃຫຍ່​ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.
ກິດຈະກຳ​ຕ້ານ​ການ​ລັກລອກ​ແບບ​ທີ່​ພວມ​ດຳ​ເນີນ​ຢູ່​​ໃນ​ທົ່ວ​ປະ​ເທດຈີນ​ແມ່ນ​ກົມ​ພິມ​ຈຳຫນ່າຍ​ແລະ​ຖະ​​ແຫລ​ງຂ່າວ​ຈີນ ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ກົມ​ອຸດສາຫະກຳ​ການ​ຄ້າ​ແຫ່ງ​ຊາດ​ຈີນ​ແລະ​ພາກ ສ່ວນ​ອື່ນໆ​ຮ່ວມ​ກັນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 15 ກໍລະກົດ​ຫາ​ວັນ​ທີ 25 ຕຸລາປີ​ນີ້, ຈຸດ​ປະສົງ​ຕົນຕໍ​ແມ່ນ​ເພື່ອ​ຕໍ່ຕ້ານເຄື່ອງ​ສຽງ​ແລະ​ຊອຟ​ແວ​ຄອມ​ພິວ​ເຕີ​ທີ່​ລັກລອກແບບ.ລັດ​ຖະບານ​ຈີນ​​ເຮັດ​ວຽກ​ຕໍ່ຕ້ານ​ເຄື່ອງ​ລັກລອກ​ແບບ​ມາ​ຫລາຍ​ປີ​ແລ້ວ, ​ແຕ່ລະ​ປີ​ກໍ່​​ໄດ້ຈັດ​ກິດຈະກຳ​ຕໍ່ຕ້ານ​ຢ່າງ​ຂະຫນາດ​ໃຫຍ່,ກິດຈະກຳ​ເທື່ອນີ້​ແມ່ນ​​ມີ​ຂະຫນາດ​ໃຫຍ່​ແລະ​​ແຮງ​ກວ່າ​ຫມູ່.
ວັນ​ທີ 16 ສິງຫາ, ​ເຈົ້າຂອງ​ລິ​ຂະ​ສິດການ​ປະພັນ ອົງການ​ຈັດ​ຕັ້ງຂອງ​ເຈົາຂອງ​ລິ​ຂະ​ສິດສະມາຄົມ​ຂະ​ແຫນງ​ການ​ແລະ​ຜູ່​ຕາງຫນ້າ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ກິດຈະກຳ​ລົງ​ລາຍ​ເຊັນ​ຢູ່​ປັກ​ກິ່ງ, ຮຽກຮ້ອງ​ໃຫ້​ວົງ​ການ​ຕ່າງໆ​ແລະ​ມວນ​ຊົນ​ປົກ​ປ້ອງ​ສິດ​ຊັບ​ສິນປັນຍາ,​ຕໍ່ຕ້ານ​ການ​ກະທຳ​ລ່ວງລ້ຳ​ສິດ​ແລະ​ລັກລອກ​ແບບຢ່າງ​ເດັດດ່ຽວ.​ໃນ​ກິດຈະກຳ​ລົງ​ລາຍ​ເຊັນ, ນາງ​ຈ່ຽງຫລິງ ຜູ່​ອຳນວຍ​ການ​ໃຫຍ່ບໍລິສັດ​ດົນຕີ​​ເຈິ້ງ​ຕ້າ​ສາກົນ​ໄດ້​ແນະນຳ​ປະສົບ​ການ​ຂອງ​ຂະ​ແຫນງ​ການ​ເຮັດ​​ແຜ່ນ CD ​ໃນ​ການ​ຕ້ານ​ການ​ລັກລອກ​ແບບ​ໃນ​ຫລາຍ​ປີ​ມານ​ນີ້,ນາງ​ເວົ້າວ່າ:
ຂ້າພະ​ເຈົ້າຍັງ​ຈື່​ໄດ້​ວ່າ,​ເມື່ອ​ຫລາ​ຍປີ​ກ່ອນ, ບໍລິສັດ​ແຜ່ນ ​CD ນ້ອຍ 12 ​ແຫ່ງ​ໄດ້​ຮ່ວມ​ກັນ​ຈັດ​ກິດຈະກຳ​ຕ້ານ​ການ​ລັກລອກ​ແບບ,​ເພື່ອປົກ​ປ້ອງ​ສິດ​ຢູ່​ສະຫນາມກິລາ.​ມື້ນີ້, ລັດຖະບານ​ໄດ້​ຢືນ​ຢູ່​ແຖວ​ຫນ້າ,ນຳພາ​ພວກ​ຂ້າພະ​ເຈົ້າມາ​ປົກ​ປ້ອງສິດຊັບ​ສິນ​ທາງ​ປັນຍາ, ​ແລະສົ່ງ​ເສີມ​ການ​ປະດິດ​ສ້າງ​ໃຫມ່,​ເພື່ອ​ສະກັດ​ກັ້ນການ​ກະທຳ​ຜິດ​ກົດຫມາຍ​ທີ່​ລ່ວງ​ລ້ຳ​ສິດ​ແລະ​ລັກລອກ​ແບບ, ພວກ​ຂ້າພະ​ເຈົ້າກໍ່​ຮູ້ສຶກ​ວ່າ​ມີ​ກຳລັງ​ໃຈ​ຫລາຍ.​ເພາະວ່າ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຕົ​ວ​ແທນ​ໃນ​ວົງ​ການ​ນີ້, ​ເຮັດ​ວຽກ​ຢູ່​ແນວ​ຫນ້າ​ຂອງ​ຂະ​ແຫນງ​ການ​ນີ້, ພວກ​ຂ້າພະ​ເຈົ້າຮູ້​​ດີວ່າ​ກໍລະ​ນີ​ໃດ​ໄດ້​ລ່ວງ​ລ້ຳ​ສິດ​​ຂອງ​ພວກ​ຂ້າພະ​ເຈົ້າ​ແທ້.ພວກ​ຂ້າພະ​ເຈົ້າຍັງ​ສັງ​ເກດ​ເຫັນ​ທ່າ​ອ່ຽງຂອງ​ການ​ຂະຫຍາຍຕົວ​ໃຫມ່​ຂອງ​ການ​ລ່ວງ​ລ້ຳ​ສິດດ້ານ​ຕ່າງໆ​​ແລະ​ມີ​ຄວາມ​ຍິນ​ດີ​ທີ່​ຈະທຳ​ການ​ສຳ​ຫລວດ​ກວດກາ,​​ແລະ​ປະກອບ​ເປັນ​ຫມູ່​ຄະນະ​ເພື່ອ​ຮ່ວມ​ກັນ​ສ້າງ​ກິດຈະກຳ​ໃຫຍ່ອັນນີ້.
ນາງ​ຊີ​ຄຸນ ນັກ​ປະພັນ​ທີ່​ມີ​ຊື່ສຽງ​ກໍ່​ຢູ່​ໃນ​ຖັນ​ແຖວຜູ່​ລົງ​ລາຍ​ເຊັນ.ນາງ​ຊີ​ຄຸນ​ແມ່ນ​ນັກ​ປະພັນ​ເພດ​ຍິງ​ທີ່​ມີ​ຊື່ສ​ຽງ​ໃນ​ເວທີ​ວັນນະຄະດີ​ຈີນ,ນາງ​ໄດ້​ຂຽນ​ນະວະ​ນິຍາຍ​ຫລາຍ​ເລື່ອງ​ແລະ​ໄດ້​ພິມ​ຈຳຫນ່າຍ​ແລ້ວ, ບົດ​ປະພັນຈຳນວນ​ຫນຶ່ງຂອງ​ນາງ​ຖືກ​ແປ​ເປັນ​ພາສາ​ຍີ່​ປຸ່ນ ພາສາ​ອັ​ງກິດ​ແລະ​ພາສາ​ເຢຍລະ​ມັນ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ນາງ​ຊີ​ຄຸນ​ໄດ້​ກ່າວ​ເຖິງ​ຄວາມ​ຮູ້ສຶກ​ທີ່​ຕົນ​ເອງ​ປະ​ເຊີນ​ຫນ້າ​ກັບ​ການ​ກະທຳ​ທີ່ລັກລອກ​ແບບ.ນາງ​ເວົ້າ​ວ່າ:
ພວກ​ຂ້າພະ​ເຈົ້າມັກ​ປະສົບ​ກັບ​ການ​ລັກລອກ​ແບບ​ເລື້ອ​ຍໆ,​ເວົ້າສຳລັບຕົວ​ເອງ​ແລ້ວ, ກໍ່​ຮູ້ສຶກ​ວ່າ​ຈົນ​ປັນຍາ​ຫລາຍ. ​ເທື່ອ​ນີ້ ຜ່ານ​ການ​ຈັດ​ກິດຈະ ກຳ​ດ້ວຍ​ລັດຖະບານ​ຢ່າງ​ມີ​ການຈັດຕັ້ງ, ​ແມ່ນ​ມີ​ຜົນ​ດີ​ຫລາຍ​ຕໍ່​ພວກ​ຂ້າພະ​ເຈົ້າ.ພວກ​ຂ້າພະ​ເຈົ້າສະຫນັບສະຫນູນ​ທີ່​ສຸດ.ຫວັງ​ວ່າ​ລັດຖະບານ​ຈະ​ເພີ່ມ​ທະວີ​ການ​ຕໍ່ຕ້ານ​ເພື່ອ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ແທ້​ຈິງ,ກໍ່​ຈະ​ເຮັດ​ໃຫ້​ຄວາມ​ຫ້າວຫັນ​ໃນ​ການ​ປະດິດ​ຄິດ​ສ້າງ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.
ກິດຈະກຳ​ຕ້ານ​ການ​ລັກລອກ​ແບບ​ທີ່​ໃຊ້​ເວລາຮ້ອຍ​ມື້​ແມ່ນ​​ເຄື່ອງ​ມີ​ຂອງ​ລັດຖະບານ​ຈີນ​ເພື່ອ​ຕໍ່ຕ້ານການ​ກະທຳ​ລ່ວງ​ລ້ຳ​ສິດ​ບົນ​ພື້ນຖານ​ການ​ປັບປຸງ ຢ່າງ​ສືບ​ເນື່ອງ​ເປັນ​ເວລາ​ຫລາຍ​ປີ.ຕາມ​ການ​ສຳ​ຫລວດ​ຂອງ​ຫລາຍ​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ​ຄື ນະຄອນ​ປັກ​ກິ່ງ ນະຄອນ​ນານ​ກິ່ງ​ແລະ​ນະຄອນ​ກວາງ​ໂຈ​ວ​ເປັນຕົ້ນ, ​ເດືອນ​ກໍລະກົດ​ປີນີ້, ປະລິມານ​ຈຳຫນ່າຍ​ເຄື່ອງ​ພາບ​ແລະ​ສຽງ​ທີ່​ມີ​ລິ​ຂະ​ສິດ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 10%.​ໃນ​ໄລຍະ​ນີ້, ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດຈີນ​ໄດ້​ຍຶດ​ເອົາ​ເຄື່ອງທີ່​ລ່ວງ​ລ້ຳ​ສິດ​ນັ້ນ 8 ລ້ານ​ກວ່າ​ເຄື່ອງ,ພ້ອມ​ກັນນັ້ນ, ​ແຫ່ງ​ຕ່າງໆ​ຍັງ​ໄດ້​ສືບສວນ​ຄະດີ​ໃຫຍ່ 200 ກວ່າ​ລາຍ,​ໄດ້​ຕໍ່ຕ້ານການ​ກະທຳ​ລັກລອກ​ແບບຢ່າງ​​​ແຂງແຮງ.
ກຸ່ມ​ເລ​ໂນ​​ໂວ(Le Novel) ​ແມ່ນ​ວິ​ສາ​ຫະກິດ IT ທີ່​ມີ​ຊື່​ສຽງ​ຂອງ​ຈີນ.​ໃນ​ກິດຈະກຳ​ລົງ​ລາຍ​ເຊັນ​ອອກສຽງ​ສະຫນັບສະຫນູນ​ການຕ້ານ​ການ​ລັກລອກ​ແບບ​ຮ້ອຍ​ມື້,ນາງ​ປາຍ​ຮຸ້ຍມິນ ຮອງ​ປະທານ​ກຸ່ມ​ເລ​ໂນ​ໂວເວົ້າວ່າ, ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ມີຫນ້າ​ທີ່​ເພີ່ມ​ທະວີ​ວຽກ​ງານ​ຕ້ານ​ການ​ລັກລອກ​ແບບ​ໃນ​ຂົງ​ເຂດ​ຊອຟ​ແວ​ຄອມ​ພິ​​ເຕີ.ນາງ​ເວົ້າວ່າ:
ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ມິຖຸນາ​ປີ​ນີ້,ພວກ​ຂ້າພະ​ເຈົ້າ​ໄດ້​ຈຳຫນ່າຍ​ລະບົບ​ການ​ເຮັດ​ວຽກ​ຂອງ​ໄມ​ໂຄຼຊອຟ 2 ລ້ານ​ກວ່າ​ຊຸດ​ແລ້ວ,ມັນ​ເພີ່ມ​ຂຶ້ນ​ຫລາຍສິບ​ກວ່າ​ເທົ່າ​ຂອງ​ແຕ່​ກ່ອນ.ພ້ອມ​ກັນນັ້ນ, ພວກ​ຂ້າພະ​ເຈົ້າກໍ່​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ມີ​ໂຮງງານ​ຜະລິດ​ຄອມ​ພິວ​ເຕີນັບ​ມື້​ນັບ​ຫລາຍ​ພວມ​ໃຊ້​ການ​ກະທຳ​ຢ່າງ​ຕັ້ງຫນ້າ,ອັດຕາ​ຕິດຕັ້ງລະບົບ​ເຮັດ​ວຽກ​ທີ່​ໃຊ້​ຂອງ​ແທ້ຂອງ​ຄອມ​ພິວ​ເຕີ​ຫຍີ່​ຫໍ້​ຕົ້ນຕໍໃນ​ຕະຫລາດ​ຈີນ​ກໍ່​ສູງ​ຂຶ້ນ​ຢ່າງຫລວງ.ຫລາຍວິ​ສາ​ຫະກິດ​ພວກ​ຂ້າພະ​ເຈົ້າຍ່ອມ​ຈະຕັ້ງຫນ້າ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຂອງ​ລັດ ຖະບານ, ປະຕິບັດ​ຕາມ​ນະ​ໂຍບາຍ​ແລະ​ກົດ​ຂໍ້​ກຳນົດ​ຢ່າງ​ເປັນ​ເຈົ້າການ, ພ້ອມ​ກັບ​ພາກສ່ວນ​ລັດຖະບານ​ເພື່ອສ້າງ​ບັນຍາກາດທາງ​ສັງຄົມ​ອັນ​ດີງາມ​ທີ່​ຕິດຕັ້ງຊອຟ​ແວ​ຂອງ​ແທ້,ຂາຍຂອງ​ແທ້​ແລະ​ໃຊ້​ຂອງ​ແທ້,ທຳ​ຄວາມ​ພະຍາ ຍາມ​ຢ່າງ​ບໍ່​ລົດ​ລະ​.
​ໃນ​ກິດຈະກຳ​ລົງ​ລາຍ​ເຊັນ,​ເຈົ້າຂອງ​ລິ​ຂະສິດການພັນ​ແລະ​ຜູ່​ຕາງຫນ້າ​ວິ​ສາ​ຫະກິດ​ຕ່າງໆ​​ກ່າວ​ວ່າ, ຢາກຈະ​ສ້າງ​ສະພາບ​ແວດ​ລ້ອມ​ປົກ​ປ້ອງ​ລິ​ຂະ​ສິດ​ທີ່​ດີງາມ​ແລະ​ປອດ​​ໃສ,ຍັງ​ຈະຕ້ອງ​ທຳ​ຄວາມພະຍາ​ຍາມ​ຢ່າງ​ຫລວງ ຫລາຍ.ນາງ​ໂກ​ຈ້ຽນ​ເຟີ​ນ ນັກ​ແຕ່ງ​ນົດ​ເພງທີ່​ມີ​ຊື່​ສຽງ​ແມ່ນ​ຜູ່​ປົກປ້ອງ​ສິດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ.ນາງ​ເຄີຍ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ານ​ປົກ​ປ້ອງ​ລິ​ຂະ​ສິດ​ຫລາຍ​ເທື່ອ​ຕໍ່​ພາກສ່ວນ​ລັດຖະບານ.ນາງ​ເວົ້າວ່າ:
ເວົ້າສຳລັບ​ກິດຈະກຳ​ຕ້ານ​ການ​ລັກລອກ​ແບບ​ຮ້ອຍ​ມື້​ແລ້ວ,ຂ້າພະ​ເຈົ້າ​ໄດ້​ເຂົ້າຮ່ວມ​ຫລາຍ​ເທື່ອ​ແລ້ວ,ການ​ເວົ້າວ່າຜົນງານ​ທີ່​ໄດ້​ຮັບ​ໃນ​ການ​ປົກ​ປ້ອງ​ລິ​ຂະ​ສິດ​​ໄດ້​ກ້າວຫນ້າ​ຫລາຍ​ນັ້ນຍັງ​ໄວໂພດ. ​ກິດຈະກຳ​ນີ້​ຈະຕ້ອງ​ດຳ​ເນີນ​ຕໍ່​ໄປ,ຮຽກຮ້ອງ​​ໃຫ້ຄົນ​​ເຂົ້າຮ່ວມ​ຫລາຍ​ກວ່າ​ເກົ່າ,​ແລ້ວ​ຈັດ​ກິດຈະກຳ​ນີ້​ຕໍ່​ໄປ,ບໍ່​ພຽງ​ແຕ່ຮ້ອຍ​ມື້,​ແຕ່​ຈະ​ເນພັນ​ມື້,ຫມື່ນ​ມື້,ຂ້າພະ​ເຈົ້າຫວັງ​ວ່າ​ຈະ​ໄດ້​ເຮັດ​ທຸກ​ປີ, ມີ​ແຕ່​ເຮັດ​ແນວ​ນີ້, ມວນ​ຊົນ​ຈິ່ງ​ຈະ​ມີ​ສະຕິ​ບໍ່​ໃຊ້​ຂອງ​ປອມ.
ທ່ານ​ຫລົງ​ຊິນ​ມິ​ນ ຫົວຫນ້າ​ກົມ​ພິມ​ຈຳຫນ່າຍ​ແລະ​ຖະ​ແຫລ​ງຂ່າວ​ຂອງຈີນ ຫົວຫນ້າ​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ, ການ​ເຮັດ​ວຽກງານ​ປົກ​ປ້ອງ​ລິ​ຂະ​ສິດ​ໃຫ້​ດີ,ຍັງ​ຕ້ອງການ​ຝ່າຍ​ຕ່າງໆ​ເຊິ່ງລວມທັງ​​ເຈົ້າຂອງ​ລິ​ຂະ​ສິດ​ການ​ປະພັນ​ພະຍະ​ຍາມຊ່ອຍ​ກັນ.ທ່ານ​ເວົ້າວ່າ:
ຍ້ອນ​ວ່າ​ປະຫວັດສາດ​ທີ່​ຈີນ​ສ້າງຕັ້ງລະບົບ​ປົກ​ປ້ອງ​ລິ​ຂະ​ສິດຍັງ ໃຫມ່ຢູ່,ສະຕິ​ຂອງ​ມວນ​ຊົນ​ດ້ານ​ກົດຫມາຍ​ລິ​ຂະ​ສິດ​ນັ້ນຍັງ​ບອບບາງ​ຫລາຍ, ບວກ​ກັບ​ການ​ລັກລອກແບບ​ມີ​ກຳ​ໄລ​ສູງ,ສະນັ້ນ,ຢູ່​ບາງ​ແຫ່ງຍັງ​ມີ​ສະພາບ​ການ​ລ່ວງ​ລ້ຳ​ສິດ​ແລະ​ລັກລອກ​ແບບຢ່າງ​ຫນັກຫນ່ວງ.​ໃຕ້​ເງື່ອ​ນ​ໄຂ​ທີ່​ລະ ບອບ​ກົດຫມາຍວ່າ​ດ້ວຍ​ລິ​ຂະສິດການ​ປະພັນ​ຂອງ​ປະ​ເທດ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການປັບປຸງ​ໃຫ້​ສົມບູນ​ຂຶ້ນ, ການ​ສົ່ງ​ເສີມ​ບົດບາດ​ອັນຕັ້ງຫນ້າ​ຂອງ​ເຈົ້າຂອງ​ລິ​ຂະສິດ​ການປະພັນ​ແລະ​ອົງການ​ຈັດຕັ້ງຂອງ​ເຈົ້າຂອງ​ລິ​ຂະສິດ​ຢ່າງ​ເຕັມ​ສ່ວນ, ດຳ​ເນີນ​ກິດຈະກຳ​ຕ້ານ​ການ​ລັກລອກ​ແບບ​ແລະ​ປົກ​ປັກ​ຮັກສາ​ສິດທິ​ປະ​ເພດ​ຕ່າງໆ, ສົ່ງ​ເສີມ​ສ້າງ​ກົນ​ໄກ​ປົກ​ປ້ອງ​ຕະຫລາດ​ລິ​ຂະ​ສິດ​ຂອງ​ບົດ​ປະພັນ​ຊະນິດ​ຕ່າງໆນັ້ນ,ຈະ​ມີ​ຄວາມ​ຫມາຍ​​ສຳຄັນ​ທີ່​ສຸດ​ຕໍ່​ການ​ປົກ​ປ້ອງ​ການ​ປະດິດ​ສ້າງ,ສົ່ງ​ເສີມ​ການ​ແຜ່​ຂະຫຍາຍ​ແລະ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.