ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ສະບາຍດີ, ທ່ານຜູ່ຟັງທີ່ຮັກແພງ. ແສງແກ້ວ ຜູ່ຈັດລາຍການຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນັດພົບໃນວັນອາທິດມື້ນີ້. ເມື່ອພັດຕາດຽວ, ກໍ່ຮອດເດືອນກັນຍາແລ້ວ, ໂຮງຮຽນເປີດຮຽນແລ້ວ, ນັກຮຽນກໍ່ຕ້ອງໄປໂຮງຮຽນອີກ. ການເຕີບໃຫຍ່ກໍ່ຄືກັບໂອບປີຂອງຕົ້ນໄມ້ເພີ່ທຂຶ້ນຊູ່ປີ. ໃນລາຍການພາກນີ້, ທ່ານຈະຮູ້ສຶກເຖິງຄວາມນຶກຄິດຈິດໃຈໃນການເຕີບໃຫຍ່ຂອງຄົນເຮົາຈາກສຽງເພງ.
"ພວກເຮົາເຕີບໃຫຍ່ຊູ່ປີດັ່ງດອກໄມ້ໃນລະດູບານໃໝ່ ລົມໃນລະດູໃບໄມ້ລົ່ນແລະແສງຕາເວັນຄ້ອຍຄ່ຳໃນລະດູໜາວ, ແລະເຕີບໃຫຍ່ນຳບົດກະວີທີ່ບັນຍາຍທຳມະຊາດ. ເມື່ອຜ່ານໄລຍະທາງອັນຍາວໄກດັ່ງຄວາມຝັນໃນຄືນວານນີ້ແລະສຽງຫົວທີ່ມ້ອຍລົງ, ພວກເຮົາໄດ້ພົບກັນອີກມາດຽວນີ້, ຂ້ອຍຕ່າງກັບຜູ້ທີ່ຮູ້ຈັກເມື່ອກ່ອນແລ້ວ, ເຈົ້າກໍ່ບໍ່ແມ່ນຜູ້ທີ່ຂ້ອຍລຶ້ງເຄີຍໃນເມື່ອກ່ອນ, ເວລາທີ່ຜ່ານໄປໄດ້ປ່ຽນແປງພວກເຮົາທຸກຄົນ……"ເພງ"ກວ່ງອິ່ນເຕີກູ້ຊື້" "ນິທານການເວລາ"ທີ່ຂັບຮ້ອງໂດຍທ່ານໂລຕ້າອິ້ວໄດ້ວາດພາບຈິດໃຈຂອງຄົນເຮົາໃນໄລຍະທາງແຫ່ງການເຕີບໃຫຍ່ດ້ວຍຄວາມເວົ້າອັນສັ້ນໆ.
ມີນັກກະວີສະໄໝປັດຈຸບັນຜູ້ໜຶ່ງຂອງຈີນເຄີຍຂຽນວ່າ, "ດອກໄມ້ໃນໄວ 16 ປີບານແຕ່ເທື່ອດຽວ", ທ່ານສະດຸ້ງໃຈນຳໄວຄະນອງທີ່ຜ່ານໄປ. ເມື່ອລະດູດອກໄມ້ບານຜ່ານໄປ, ລະດູຝົນວຽນມາ, ທ່ານລີນຈື້ອິງ ນັກຮ້ອງຈະມີອາລົມແນວໃດນໍ?
"ໃນຍາມຝົນທີ່ເຮົາອາຍຸ 17 ປີ, ເຮົາໄດ້ມີຄຳໝັ້ນສັນຍາຕໍ່ກັນ, ແລະເຄີຍກອດຊົມກັນຢ່າງສະໜິດແໜ້ນ; ໃນຍາມຝົນທີ່ເຮົາອາຍຸ 17 ປີ, ເຮົາໄດ້ຫວນຄືນເລື້ອງກິກີໃນໄວເດັກ, ແລະປະກົດເຫັນການເຕີບໃຫຍ່ຄ່ອຍໆໃກ້ເຂົ້າມາ……" ທ່ານຜູ່ຟັງທີ່ຮັກແພງ, ທີ່ຟັງມານັ້ນແມ່ນເພງ"ສືຊີຊຸ້ຍເຕີອີຈີ້" "ຍາມຝົນໃນໄວ 17 ປີ"ທີ່ຂັບຮ້ອງໂດຍທ່ານ ລີນຈື້ອິງ. ສ່ວນນາງອີເນີງຈິ້ງ ນັກຮ້ອງອີກຜູ້ໜຶ່ງພັດອາໄລອາວອນນຳມື້ສຸດທ້າຍໃນໄວ 19 ປີຂອງຕົນ. ໃນເພງ, ນາງຮ້ອງວ່າ, "ປີນັ້ນ, ພວກເຮົາກຳລັງົງຢູ່, ເວລາໄດ້ຜ່ານໄປຢ່າງບໍ່ຮູ້ຕົວ. ຮັກກັນ, ກໍມີແຕ່ຈູງແຂນກັນທໍ່ນັ້ນ, ປຶ້ມຮຽນພັດໜັກເຂົ້າຊັກໄຊ້. ຕາມຈິງແລ້ວ, 19 ປີຍັງບໍ່ຮູ້ຫຍັງປານໃດ. ເວົ້າສຳລັບພວກເຮົາແລ້ວ, ຄວາມຮັກຫວານກວ່ານ້ຳເຜີ້ງ, ພວກເຮົາບໍ່ມັກຫຼິ້ນແບບເກົ່າຈັກເທື່ອ, ຍັງຄິດວ່າ, 19 ປີພວມແມ່ນຍາມໃຊ້ຈ່າຍຟຸມເຟືອຍ. ແວັບດຽວເວລາກໍ່ຜ່ານໄປແລ້ວ, ໃນໄວເລກ 10 ຂຶ້ນໜ້າ, ບໍ່ມີຫຍັງໄວ້ເປັນອານຸສອນ. ເມື່ອຮອດໄວເລກ 20 ເລີ່ມຕົ້ນ, ຂ້ອຍຈັ່ງແມ່ນຢາກເວົ້າວ່າ, ຖ້າເວລາກັບຕາວຄືນໄດ້, ຂ້ອຍຂໍເລືອກເອົາການຝັນເທື່ອດຽວບໍ່ມີຄວາມກິນແໜງຈະໄດ້ບໍ່. ໃນມື້ສຸດທ້າຍຂອງໄວ 19 ປີ, ແສງແດດໄດ້ຫາຍໄປແລ້ວ……"
ທ່ານຜູ່ຟັງທີ່ຮັກແພງ, ທ່ານຮູ້ສຶກບໍ່, ເມື່ອເຮັດການແລ້ວກໍ່ໝາຍເຖິງຊີວິດໄດ້ເຂົ້າສູ່ໄລຍະໃໝ່. ເຮັດການແລ້ວ, ກໍ່ໝາຍເຖິງຜູ້ນັ້ນໄດ້ເຕີບໃຫຍ່ແລ້ວ, ຕ້ອງຫາບແບກໜ້າທີ່ຮັບຜິດຊອບແລ້ວ. "ບໍ່ວ່າຈະຄັບຄາໜາແໜ້ນ, ຫຼືວ່າງຽບເຫງົາເປົ່າປ່ຽວ, ເຈົ້າກໍຕ້ອງອອກບ້ານໄປເຮັດວຽກ; ບໍ່ວ່າຍາມເຊົ້າຝົນຈະຕົກ, ຫຼືວ່າຍາມຫົວຄ່ຳຟ້າຈະລົມ, ເຈົ້າກໍຟ້າວໄປຟ້າວມາ. ອອກໄປເຮັດວຽກບໍ່ຄຶດຫຍັງຫຼາຍ, ຂີ່ລົດຂ້ຽວເດີນທາງກໍບໍ່ຄຶດຫຍັງຫຼາຍ, ເຈົ້າມີແຕ່ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ເພາະວ່າຄົນຜູ້ໜຶ່ງຄອບຄົວໜຶ່ງອາໄສແຕ່ຄວາມເພີ້ຝັນແມ່ນບໍ່ໄດ້…… "ເພງ"ຊັ້ງປ່ານຈຸ" "ຜູ້ເຮັດການ" ເຊິ່ງຂັບຮ້ອງໂດຍນາງຕີ່ງເວີ່ຍນັ້ນໄດ້ວາດພາບຄວາມຮັບຜິດຊອບແລະຄວາມອິດເມື່ອຍເມື່ອເຕີບໃຫຍ່ແລ້ວ, ແລະລະດົມໃຈໃຫ້ພວກເຮົາດຳລົງຊີວິດແລະບຸກບືນສູ້ຊົນຢ່າງຈິງຈັງກວ່າເກົ່າ. ໃນເວລາຫວ່າງ, ທ່ານກໍຄຶດເຫັນ, ຄົນໃນເມື່ອກ່ອນ, ເລື່ອງໃນເມື່ອກ່ອນແລະຈິດໃຈອາລົມໃນເມື່ອກ່ອນຄືຂ້ອຍບໍ່?……
ເພງ"ນ້າເຊ່ຮວາເອີ" ແປວ່າ"ດອກໄມ້ເຫຼົ່ານັ້ນ" ທີ່ຂັບຮ້ອງໂດຍທ່ານຜູ້ຊູ້ນັ້ນມ່ວນຫຼາຍູ, ການເຕີບໃຫຍ່ຂອງຄົນອາດຈະເໝືອນກັບດອກໄມ້ໃນລະດູບານໃໝ່, ໃນເວລາດອກໄມ້ບານ, ເຮົາບໍ່ເຫັນມັນເຜີຍກີບ, ແຕ່ບັງເອີນເບິ່ງມັນຈຶ່ງເຫັນວ່າ, ໂອ້, ດອກໄມ້ບານແລ້ວ! "ສຽງຫົວເຮັດໃຫ້ຂ້ອຍຄຶດເຫັນດອກໄມ້ຂອງຂ້ອຍ, ມັນພວມບານຢູ່ທຸກຈອກທຸກແຈໃນຊີວິດຂອງຂ້ອຍ. ຂ້ອຍເຄີຍຄຶດວ່າ, ຂ້ອຍຈະຢູ່ຄຽງຂ້າງດອກໄມ້ເຫຼົ່ານີ້ຕະຫຼອດໄປ, ແຕ່ດຽວນີ້, ພວກເຮົາໄດ້ຈາກໄປແລ້ວ. ເຂົາເຈົ້າຄືຊິເຖົ້າແລ້ວນໍ? ດຽວນີ້, ເຂົາເຈົ້າຢູ່ໃສ? ໂຊກດີທີ່ຂ້ອຍເຄີຍຢູ່ຄຽງຂ້າງໃນເວລາເຂົາເຈົ້າເບັ່ງບານ. ຄຶດຮອດດອກໄມ້ເຫຼົ່ານັ້ນເດ້, ມັນຍັງບານຢູ່ບໍ່?......"
ທ່ານຜູ້ຟັງທີ່ໂຄລົບ, ພ້ອມໆກັບສຽວເພງ"ດອກໄມ້ເຫຼົ່ານັ້ນ", ລາຍການນັດພົບໃນວັນອາທິດມື້ນີ້ກໍຈົບລົງພຽງທໍ່ນີ້, ແສງແກ້ວແລະກຸຫຼາບ ຜູ້ຮຽບຮຽງຂອບໃຈທ່ານທີ່ຮັບຟັງ, ພົບກັນໃຫມ່ໃນອາທິດຫນ້າ, ສະບາຍດີ.
|