ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 18:30:06    
ຈີນ​ຊົມ​ເຊີຍ​ບໍ​ລິ​ສັດ​ຊອກ​ຫາ​ຄົນ​ເກັ່ງ​ພິ​ເສດ​ນຳ​ເຂົ້າ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ20​ກັນຍາ,ທ່ານ​ລິວ​ຢົງ​ຈື້ ​ໂຄສົກ​ຖະ​ແຫຼງ​ຂ່າວ​ຂອງ​ກົມ​ຜູ່​ຊ່ຽວ​ຊານ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​ຊົມ​ເຊີຍ​ບໍ​ລິ​ສັດ​ຊອກ​ຫາ​ຄົນ​ເກັ່ງ​ພິ​ເສດມີ​ສ່ວນ​ຮ່ວມ​ຫຼາຍ​ກວ່າ​ເກົ່າ​​ເຂົ້າໃນ​ການ​ນຳ​ເຂົ້າ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ຕ່າງ​ປະ​ເທດ.

ທ່ານ​ລີ​ວຢົງ​ຈື້​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລກປ່ຽນ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສາກົນ​ຈີນ​ປີ2006​ທີ່​ຈັດ​ຂຶ້ນ​ຢູ່​ເສິນ​ຢາງ ​ເມືອງ​ພາກ​​ເໜືອ​ຂອງ​ຈີນ​ໃນ​ມື້​ດຽວ​ກັນ.

ທ່ານ​ລິວ​ຢົງ​ຈື້ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ຈີນ​ໄດ້​ນຳ​ເຂົ້າ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ຕ່າງ​ປະ​ເທດ​ປະມາ​ນ2​ແສນ​ຮອດ4​ແສນ​​ເທື່ອ​ຄົນ​ຕໍ່​ປີ.​ໂດຍ​ສະ​ເພາະ​ແມ່ນ​ບໍ​ລິ​ສັດ​ຮ່ວມ​ທຶນ​ແລະ​ຮ່ວມ​ມືທີ່​ບໍລິສັດ​ຊອກ​ຫາ​ຄົນ​ເກັ່ງ​ພິ​ເສດຂະໜາດ​ໃຫຍ່​ຂອງ​ຕ່າງ​ປະ​ເທດ​ສ້າງ​ຕັ້ງ​ຢູ່​ຈີນ​ນັ້ນ​ສາ​ມາດ​ກ່າຍ​ຂົວ​ໃຫ້​ແກ່​ຜູ່​ຊ່ຽວຊານ​ແລະ​ຫົວ​ໜ່ວຍ​ໃຊ້​ແຮງ​ງານ,​ສະ​ໜອງ​ການ​ບໍ​ລິ​ການ​ແບບ​ວິ​ຊາ​ສະ​ເພາະ.

 ພ້ອມ​ດຽວ​ກັນ​ນັ້ນ,ວິ​ສາ​ຫະກິດ​ທີ່​ມີ​ກຳລັງ​ຕົວ​ຈິງ​ພາຍ​ໃນ​ປະ​ເທດ​ຈີນ​ນັບ​ມື້​ນັບ​ຫຼາຍ​​ໄດ້​ເລີ່​ມຜ່ານ​ຈາກ​ບໍລິສັດ​ຊອກ​ຫາ​ຄົນ​ເກັ່ງ​ພິ​ເສດ​ເພື່ອ​ຊອກຫາ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຜູ່​ດີ​ເລີດຂອງ​ຕ່າງປະ​ເທດ.