ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 20:28:48    
ທ່ານ​ເຈຍ​ຊິງ​ລິນ​ກ່າວ​ວ່າ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຄວນ​ກາຍ​ເປັນ​ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ

cri
ຕາມ​ຂ່າວCRI, ວັນ​ທີ20​ກັນຍາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຈຍ​ຊິງ​ລິນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ການ​ພັດທະນາ​ໂດຍສັນຕິ​ຄວນ​ກາຍເປັນ​ຫົວ​ຂໍ້​ຕົ້ນຕໍ​ຂອງ​ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ.

ໃນ​ເວລາ​ພົບ​ປະ​ແມ່ຍິງ​ໄຕ້​ຫວັນ,ຮົງ​ກົງ​ແລະ​ມາ​ກາວ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ແລກ​ປ່ຽນ​ຕ່າງໆ​ລະ​ຫວ່າງ​ແມ່ຍິງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ,ທ່ານ​ເຈຍ​ຊິງ​ລິນ​ກ່າວ​ວ່າ,​ແຜ່ນ​ດິນ​ໃຫຍ່​ແລະ​ໄຕ້​ຫວັນ​ຂຶ້ນ​ກັບປະ​ເທດ​ຈີນ​ດຽວ,​ໃນ​ສະ​ເພາະ​ໜ້າ​ນີ້,ການສະ​​ແຫວ​ງຫາ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ແມ່ນ​ສຽງ​ໃນ​ໃຈ​ຮ່ວມ​ກັນ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ເຊິ່ງ​ລວມ​ທັງ​ເອື້ອຍ​ນ້ອງ​ແມ່ຍິງ​ສອງ​ຝັ່ງ.

ທ່ານ​ເຈຍ​ຊິງ​ລິນ​ກ່າວ​ວ່າ,ບໍ່​ວ່າ​ໃຕ້​ກໍລະນີ​ໃດ,ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຮົາ​ທີ່​ປົກ​ປັກ​ຮັກສາ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ສັນ​ຕິ​ແລະ​ໝັ້ນ​ທ່ຽງ​ນັ້ນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ,​ຄວາມ​ຕັດສິນ​ໃຈ​ທີ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ດ້ານ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝັ່ງ,​ການ​ສະ​ແຫວງ​ຫາ​ໃຫ້​ສອງ​ຝັ່ງ​ຈະ​ເລີນ​ຮຸ່ງ​ເຮືອງ​ນຳ​ກັນ​ນັ້ນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ,ຄວາມ​ຈິງ​ໃຈ​ທີ່​ສ້າງ​ຄວາມ​ຜາ​ສຸກ​​ແລະ​ເຮັດ​ວຽກ​ຕົວ​ຈິງ​ເພື່ອ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ນັ້ນ​ກໍ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ເດັດ​ຂາດ.