ຜູ້ນຳຝ່າຍທະຫານທີ່ກໍ່ລັດຖະປະຫານຂອງໄທເວົ້າວ່າ ຈະສຳເລັດວຽກງານສ້າງລັດຖະທຳມະນູນສະບັບໃໝ່ແລະປະກອບສ້າງລັດຖະບານຊຸດໃໝ່ໂດຍໄວເທົ່າທີ່ຈະໄວໄດ້
cri
Author: cai
ຕາມຂ່າວCRI:ວັນທີ 20 ກັນຍາ,ທ່ານສົນທິ ບູນຍະຣັດກະລິນ ຜູ້ນຳກໍ່ລັດຖະປະຫານທາງການທະຫານຂອງໄທໄດ້ເວົ້າຕໍ່ຂ້າລັດຖະການຊັ້ນສູງທັງຫຼາຍຂອງໄທວ່າ,ຄະນະກຳມະການການຄຸ້ມຄອງແລະການປະຕິຮູບແຫ່ງຊາດທີ່ນຳໂດຍທ່ານຈະສຳເລັດວຽກງານສ້າງລັດຖະທຳມະນູນສະບັບໃໝ່ແລະປະກອບສ້າງລັດຖະບານຊຸດໃໝ່ຢ່າງໄວທີ່ສຸດ,ແລະຈະສົ່ງອຳນາດການເມືອງຄືນໃຫ້ປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້.
ມື້ດຽວກັນ,ທ່ານສົນທິໄດ້ອອກຄຳສັ່ງ,ຫ້າມບໍ່ໃຫ້ຈັດງານຊຸມນຸມທາງການເມືອງທີ່ມີ 5 ຄົນຂຶ້ນໄປເຂົ້າຮ່ວມຢູ່ສະຖານທີ່ໃດໆຂອງໄທ.
ນອກນີ້,ຂ່າວແຈ້ງວ່າ,ວັນທີ 19 ກັນຍາ,ພາຍຫຼັງຝ່າຍທະຫານທີ່ກໍ່ລັດຖະປະຫານຂອງໄທໄດ້ກໍ່ລັດຖະປະຫານແລະຍາດເອົາອຳນາດການປົກຄອງທົ່ວປະເທດແລ້ວ,ໄດ້ກັກຂັງທ່ານຊິດໄຊ ວັນນະສະຖິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງຍຸດຕິທຳຂອງໄທແລະທ່ານອື່ນໆທີ່ເປັນສະມາຊິກຂອງລັດຖະບານຮັກສາການຂອງທ່ານທັກສິນ ຊິນນະວັດ.
|
|