ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 13:24:00    
ທ່ານ​ຫຼີ​ຈ້າວ​ຊິ່ງ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ບັນ​ຫາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ​ກັບ​ອົງ​ການ​ພາກ​ພື້ນ

cri Author: shuo
ຕາມ​ຂ່າວCRI:ມື້ວານ​ນີ້(ວັນ​ທີ20​ກັນຍາ),ຢູ່​ນິວຢອກ,​ໃນ​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ກ່ຽວ​ກັບ​ບັນ​ຫາ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ​ກັບ​ອົງ​ການ​ພາກ​ພື້ນ,​ທ່ານ​ຫຼີ​ຈ້າວ​ຊິ່ງ ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ເພື່ອ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ.

ທ່ານຫຼີຈ້າວ​ຊິ່ງ​ເວົ້າວ່າ,ສະຫະ​ປະຊາ​ຊາດ​ແມ່ນ​ແກນ​ໃຈຂອງ​ກົນ​ໄກ​ຄວາ​ມປອດ​ໄພ​ຮ່ວມ​ສາ​ກົນ,​ສະ​ພາ​ຄວາມ​ໝັ້ນ​ຄົງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ດັບ​ໜຶ່ງ​ໃນ​ດ້ານ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ໂລກ.​ຈີນ​ສະ​ໜັບ​ສະ​ໜູນ​ໃຫ້​ສະ​ຫະ​ປະ​ຊາ​ຊາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອົງ​ການ​ພາກ​ພື້ນ ອົງ​ການ​ອະ​ນຸ​ພາກ​ພື້ນ​ແລະ​ອົງ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອື່ນໆ,​ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ໂລກ.

ທ່ານຫຼີຈ້າວ​ຊິ່ງກ່າວ​ວ່າ,ສະຫະ​ປະຊາ​ຊາດ​ສາມາດ​ອີງ​ໃສ່​ທ່າ​ແຮງ​ແລະ​ຈຸດ​ພິ​ເສດ​ຂອງ​ອົງ​ການ​ພາກ​ພື້ນ​ຕ່າງໆ,​ປະ​ສານ​ສົມ​ທົບ​ກັບ​ສະ​ພາບ​ຕົວ​ຈິງ,​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ຕ່າງ​ກັນ ຄື ​ສ້າງ​ມາດ​ຕະ​ການ​ໄວ້​ເນື້ອ​ເຊື່ອ​ໃຈ ​ປ້ອງ​ກັນ​ການ​ປະ​ທະ​ກັນ ​ຄຸ້ມ​ຄອງ​ວິ​ກິດ​ການ​ແລະ​ຮັກ​ສາ​ສັນ​ຕິ​ພາບ.