ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 14:14:04    
ຄະນະ​ຜູ້​ແທນ​ສະ​ມາ​ຄົມ​ປັບ​ປຸງ​ແລະ​ພັດ​ທະ​ນາ​ສະ​ຫະ​ພາບ​ມຽນ​ມາ​ຢ້ຽມ​ຢາມ​ຈີນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ​: ​ໂດຍຕອບ​ສະໜອງ​ຄຳ​ເຊີນ​ຂອງ​ສະມາຄົມ​ແລກປ່ຽນ​ສາກົນ​ຈີນ, ວັນ​ທີ 20 ກັນຍາ, ຄະນະ​ຜູ້​ແທນ​ສະມາຄົມ​ປັບ​ປຸງ​ແລະ​ພັດທະນາ​ສະ​ຫະ​ພາບ​ມຽນມາ​ໄດ້​ເລີ່​ມຢ້ຽມຢາມ​ຈີນ.
ນອກຈາກ​ປັກ​ກິ່ງ​ແລ້ວ, ຄະນະ​ຜູ້​ແທນ​ດັ່ງກ່າ​ວຍັງ​ຈະ​​ໄປ​ຢ້ຽມຢາມ​ແຫ່ງ​ຕ່າງໆ, ຄື: ​ເມືອງຄຸນມິ​ງ, ​ເມືອງລີ້​ຈ່ຽງ​ແລະ​ເມືອງ​ເວິ່ນ​ໂຈ່​ວ​ເປັນ​ຕົ້ນ.

ສະມາຄົມ​ປັບປຸງ​ແລະ​ພັດທະນາ​ສະຫະ​ພາບ​ມຽນມາ​ສ້າງ​ຕັ້ງ​ຂຶ້ນ​ໃນ​ເດືອນ​ກັນຍາ​ປີ 1993, ປະຈຸ​ບັນ, ມີ​ສະມາຊິກ 21 ລ້ານ​ຄົນ. ສະມາຄົມ​ດັ່ງ​ກ່າວ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ການ​ເມືອງ, ​ເສດຖະກິດ​ແລະ​ສັງຄົມ​ຂອງ​ມຽນມາ, ​ໄດ້​ສ້າງ​ການ​ພົວພັນ​ອັນ​ກວ້າງ​ຂວາງ​ກັບ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ແລະ​ຄະນະ​ອື່ນໆ​ຂອງ​ຈີນ, ລາວ, ຫວຽດ​ນາມ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ຍີ່​ປຸ່ນ, ​ແລະກູ​ບາ​.

​ໃນຫຼາຍ​ປີ​ມາ​ນີ້, ສະມາຄົມ​ປັບປຸງ​ແລະ​ພັດ​ທະ​ນາ​ສະຫະພາບ​ມຽນມາ​ໄດ້​ສ້າງ​ການ​ພົວພັນ​ໄມຕີ​ຈິດ​ກັບ​ສະມາຄົມ​ແລກປ່ຽນ​ສາກົນ​ຈີນ​ແລະ​ສະຫະພັນ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ຈີນ, ​ແລະ​ໄດ້​​ແຕ່ງ​ຄະນະຜູ້​ແທນ​ຢ້ຽມຢາມ​ເຊິ່ງ​ກັນ​ແລະ​ກັນຫຼາຍ​ເທື່ອ, ອັນ​ໄດ້​ຊຸກ​ຍູ້​ການ​ຂະຫຍາຍ​ຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ມຽນມາ.