ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 16:27:47    
ຂົວ​ທາງ​ອາກາດ060920

cri
&ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ"ຂົວ​ທາງ​ອາກາດ".ຫວ່າງ​ມໍ່ໆ​ນີ້, ນ້ອງ​ຄື່​ວື່​ທີ່​ຢູ່ບ້ານທົ່ງໄຫຫີນ ເມືອງແປກ ແຂວງຊຽງຂວາງ​ໄດ້​ຝາກ​ຈົດໝາຍມາ​ຍັງ​ພວກ​ເຮົາ​ໂດຍຂ​ຽນວ່າ,"ຂ້າພະເຈົ້າຕິດ​ຕາມຮັບ​ຟັງລາຍການ CRI ຕະຫຼອດ,ແຕ່ບໍ່ໄດ້ສົ່ງຂ່າວຫາກັນເລີຍ,ນີ້ແມ່ນ​ຈົດ​ໝາຍສະບັບທຳອິດທີ່​ຂຽນ​ໄປ​ຢາມ CRI.ຂ້າ​ພະ​ເຈົ້າ​ຂໍ​ຍ້ອງຍໍ​ພວກ​ອ້າຍ​​ແລະ​ເອື້ອຍ​ທີ່​ຈັດ​ລາຍການ​ໄດ້​ດີ​ສົມຄວນ​ແລະ​ຍັງ​ມີ​ນ້ຳສຽງ​ອັນ​ປາກຫວານອ່ອນ​ນວນ,​ແລະ​ຍັງ​ມີ​ປະ​ໂຫຍ​ດຫຼາຍ​ຕໍ່​ຂ້າພະ​ເຈົ້າ.​ເມື່ອ​ຂ້າພະ​​ເຈົ້າ​ຟັງ​ແລ້ວ​ກໍ່​ມີ​ບາງ​ຢ່າງ​ຈະ​ໄດ້​ຮຽນຮູ້​ແລະ​ປ່ຽນ​ແປງ.ກ່ອນຍັງ​ບໍ່​ທັນ​ຮູ້ CRI,ຂ້າພະ​ເຈົ້າບໍ່​ມີ​ຄວາມ​ຮູ້ສຶກ​ແນວ​ໃດ​ເລີຍ​ຕໍ່​ປະ​ເທດ​ຈີນ​ແລະ​ຄົນ​ຈີນ,​ແຕ່​​ເມື່ອ​ຂ້າພະ​ເຈົ້າ​ຮູ້ຈັກ CRI ​ແລ້ວ,ກໍ່​ຮູ້ສຶກ​ຢ່າງ​ຍິ່ງ,ບໍ່​ວ່າ​ຊົນ​​ເຜົ່າ​ໃດໆ,ພຽງ​ແຕ່​ແມ່ນ​ຊົນ​ຊາດ​ຈີນ,ຂ້າພະ​ເຈົ້າກໍ່​ຖື​ວ່າ​ເປັນ​ໝູ່​ເພື່ອນ​ຂອງ​ຂ້າພະ​ເຈົ້າ​ໝົດ​ທຸກ​ຄົນ."    ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ,ພວກ​ເຮົາ​ທະຍອຍ​ໄດ້​ຮັບ​ຈົດໝາຍ​ສະບັບ​ທຳ​ອິດ​ຂອງ​ຜູ້​ຟັງຫຼາຍ​ຄົນ,ພວກ​​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່ຜູ້​ຟັງ​ນັບ​ມື້​ນັບ​ຫຼາຍ​​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ພວກ​ເຮົາຢ່າງ​ເປັນ​ເຈົ້າ​ການ,ພວກ​ເພິ່ນບໍ່ພ​ຽງ​ແຕ່​ຕິດຕາມ​ຮັບຟັງ​ລາຍການ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ,ຍັງຝາກ​ຈົດໝາຍ​ມາ​ຫາ​ພວກ​ເຮົາ​ບອກຄວາມ​ຮັບ​ຮູ້​ແລະ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຕົນ​ຕໍ່​ລາຍການCRI​ໃຫ້​ພວກ​ເຮົາ​ຮູ້,ນີ້​ເຮັດ​ໃຫ້​ພວກ​ເຮົາ​​ໄດ້​ຮັບ​ກຳລັງ​ໃຈ​ແລະການສະໜັບສະໜູນ​ວຽກ​ງານ​ຫຼາຍທີ່​ສຸດ,ນະ​ທີ່​ນີ້,ພວກ​ເຮົາ​ຂອບ​ໃຈ​ນ້ອງ​ຄື່ວື່​ແລະ​ຜູ້​ຟັງ​ໝົດ​ທຸກ​ຄົນ​ທີ່​ໄດ້ຝາກ​ຈົດໝາຍມາເຊີດ​ຊູ​ກຳລັງ​ໃຈ​ຕໍ່​ລາຍການ​ຂອງ​ພວກ​ເຮົາ.ຈຸດປະສົງ​ຂອງ​ພວກ​ເຮົາ​ກໍ່​ແມ່ນໃຫ້​ໂລກ​ຮູ້​ຈີນ,​ໃຫ້​​ໂລກຮູ້​ໂລກ,ຖ້າວ່າ​ທ່ານຜ່ານ​ຈາກ​ການຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ຮູ້​ຈີນ​ແລ້ວ,ນີ້​ກໍ່​ຖື​ວ່າ​ພວກ​ເຮົາ​ສາມາດ​ບັນລຸ​ຈຸດປະສົງ​ດັ່ງກ່າວ​ແລ້ວ​ແລະ​ພວກ​ເຮົາກໍ່​ຈະ​ພະຍາຍາມ​ເຮັດ​ໃຫ້​ດີກ​ວ່າ​ເກົ່າ​ເພື່ອ​ຮັບ​ໃຊ້​ທ່ານ.     ສຸດ​ທ້າຍ,​ເພງ​ມ່ວນໆ​ເພງ​ໜຶ່ງ,ຄຳອວຍພອນຄຳ​ໜຶ່ງມອບ​ໃຫ້​ທ່ານ,ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ​ລາຍການ​ຂອງ​ພວກ​ເຮົາ,ທຸກໆ​ມື້,ພວກ​ເຮົາ​ກໍ່ຄອງ​ຄອຍ​ພົບ​ກັບ​ທ່ານ,ເພງ​ນີ້​ຊື່ວ່າ"​ອ້າຍ​ວໍ​ເປ​ຈີວ",​ແປ​ວ່າ"ຮັກ​ຂ້ອຍ​ຢ່າ​ລາ​ໄປ",ຫວັງ​ວ່າ​ຄົງ​ຈະ​ຖືກ​ໃຈ​ທ່ານ,ພົບ​ກັນ​ໃໝ່​ໃນ​ມື້​ອື່ນ,ສະບາຍດີ.