ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 17:40:11    
ຜູ້​ໄດ້​ລາງ​ວັນ​​ໂນ​ແບນ​​ແລກ​ປ່ຽນ​ຊີ​ວະ​ວິ​ທະ​ຍາ​ກັບ​ນັກ​ວິ​ທະ​ຍາ​ສາດ​ຈີນ​(ສຽງ)

cri Author: shuo

​​​​​​​​​​​
ໃນ​ຫຼາຍມື້​ຜ່ານ​ມາ,​ເລື່ອງ​ທີ່​ເຮັດ​ໃຫ້​ນັກວິທະຍາສາດ​ຂອງ​ຈີນ​ຮູ້ສຶກ​ດີ​ໃຈຫຼາຍນັ້ນ​ແມ່ນ​ຜູ້​ໄດ້​ລາງ​ວັນ​​ໂນ​ແບນ​ຂອງ​ວົງ​ການ​ຊີ​ວະ​ວິ​ທະ​ຍາ​5​ຄົນ​​ໄດ້​ມາ​ຢ້ຽມ​ຢາມ​ປັກ​ກິ່ງ.​ຜູ້​ໄດ້​ລາງ​ວັນ​ໂນ​ແບນ​5​ຄົນ​ນີ້​ແມ່ນ​ທ່ານ​ລູ​ອິສ ອິກ​ນາ​ໂຣ ທ່ານ​ເຟ​ລິດ ມູ​ຣາດ​ຂອງ​ອາ​ເມ​ລິ​ກາ ທ່ານ​ໂລ​ເບີດ ຮູ​ເບີ​ ທ່ານ​ຮາດ​ມຸດ ​ແມ​ໂຄ​ຂອງ​ເຢຍ​ລະ​ມັນ​ພ້ອມ​ດ້ວຍ​ທ່ານ​ອາ​ລົນ ຊີ​ຊາ​ໂນ​ເວີ​ຂອງ​ອິດ​ສະ​ລະ​ແອນ.​ໃນ​ເວ​ທີ​ປາ​ໄສ​​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,​ອາ​ຈານ​ໃຫຍ່​5​ຄົນ​ນີ້​ພ້ອມ​ກັບ​ຜູ້​ຮ່ວມ​ຂະ​ແໜງ​ງານ​ຂອງ​ຈີນ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຊີ​ວະ​ວິ​ທະ​ຍາ​ແລະ​ສຸ​ຂະ​ພາບ​ຂອງ​ມະນຸດ.

​ຂົງ​ເຂດ​ທີ່​ຜູ້​ໄດ້​ລາງ​ວັນ​ໂນ​ແບນ​ຄົ້ນ​ຄວ້າ​ນັ້ນ​ມີ​ລັກ​ສະ​ນະ​ວິຊາ​ສະ​ເພາະ,​ສາ​ມັນ​ຊົນ​ເຂົ້າ​ໃຈ​ຍາກ​ຫຼາຍ.​ແຕ່​ວ່າ,​ຜູ້​ໄດ້​ລາງວັນ​ໂນ​ແບນ​ທີ່​ມາ​ກ່າວ​ປາ​ຖະ​ກະ​ຖາ​ຢູ່​ປັກ​ກິ່ງ​5​ຄົນ​ນີ້​ໄດ້​​ໃຊ້​ໝາກ​ຜົນ​ຄົ້ນ​ຄວ້າ​ຂອງ​ຕົນ​ມາ​​ແກ້​ພະ​ຍາດ​ຂອງ​ມະ​ນຸດ​ທີ່​ປົວ​ຍາກ,​ເຮັດ​ໃຫ້​ສາ​ມັນ​ຊົນ​ເຂົ້າ​ໃຈ​ໄດ້​ງ່າຍ.

"ການ​ກິນ​ດື່ມຖືກ​ສຸຂະ​ອານາ​ໄມພ້ອມ​ກັບ​ການຫັດ​ຮ່າງກາຍ​ຈະ​ປ້ອງ​ກັນ​ແລະ​ປິ່ນປົວພະ ຍາດ​​ເສັ້ນ​ເລືອດ​ແລະ​ຫົວ​ໃຈ​ໄດ້"ນີ້​ແມ່ນ​ທັດສະນະ​ຂອງ​​ດອກ​ເຕີ​ລູອິສ ອິກນາ​ໂຣ.ທ່ານ​ພ້ອມ​ກັບ​ດອກ​ເຕີ​ເຟ​ລິດ ມູ​ລາດ​ໄດ້​ຮັບ​ລາງວັນ​​​ໂນ​ແບນ​ດ້ານ​ແພ​ດສາດ​ໃນ​ປີ​1998​ຍ້ອນ​ໄດ້​ຄົ້ນ​ພົບ​ບົດ​ບາດ​ພິ​ເສດ​​ຂອງ nitrogen monoside​ທີ່​ມີ​ຕໍ່​ລະບົບ​​ເສັ້ນ​ເລືອດ​ຫົວ​ໃຈ.​ປະ​ຈຸ​ບັນ​ນີ້,​ເລື່ອງ​ທີ່​ອາ​ຈານ​ໃຫຍ່​ສອງ​ທ່ານ​ເອົາ​ໃຈ​​ໃສ່​ຫຼາຍກວ່າ​​ເກົ່າ​ແມ່ນ​ເຮັດ​ແນວ​ໃດ​ເຮັດ​ໃຫ້​ການ​ຄົ້ນ​ພົບ​ດັ່ງ​ກ່າວ​ກາຍ​ເປັນ​ອາວຸດ​ທີ່​ແຂງ​ແຮງ,ມາ​ຮັບ​ມື​ກັບ​ພະຍາດ​​ເສັ້ນ​ເລືອດ​ຫົວ​ໃຈ​ ​ເຊິ່ງ​ເປັນ​ພະ​ຍາດ​ທີ່​ພາ​ໃຫ້​ຄົນ​ເຈັບ​ປ່ວຍ​ຫຼາຍກວ່າ​ໝູ່​ແລະ​ພາ​ໃຫ້​ຄົນ​ຕາຍ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ.

​ໃນ​ເວທີ​ປາ​ໄສ,ທ່ານ​ລູອິສ ອິກນາ​ໂຣ​ອະ​ທິ​ປາຍ​ວ່າ,ການ​ຂາດ nitrogen monoside ອາດ​ຈະ​ພາ​ໃຫ້​ເປັນ​ພະ​ຍາດ​​ເສັ້ນ​ເລືອດ​ຫົວ​ໃຈ​ແລະ​​ເບົາ​ຫວານ​ໄດ້,ຖ້າວ່າ​ຮັບປະກັນ​ໃຫ້​ຮ່າງ​ກາຍ​ມີ​nitrogen monoside​ຢ່າງ​ພຽງ​ພໍ,​ຈຶ່ງ​ຈະ​ປ້ອງ​ກັນ​ຫຼື​ປິ່ນ​ປົວ​ພະ​ຍາດ​ເຫຼົ່າ​ນີ້​​ໃຫ້​ເຊົາ​ໄດ້.​ທ່ານ​ຍັງ​ໄດ້​ບອກ​ຢາ​ລະ​ອຽດ​ທີ່​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ເສັ້ນ​ເລືອດ​ຫົວ​ໃຈ​ສູ່​ຟັງ.​ທ່ານ​ເວົ້າ​ວ່າ:​"ຖ້າ​ກິນ​ໝາກ​ໄມ້​ແລະ​ຜັກ​ຫຼາຍ​ເທົ່າ​ໃດ,​ໃນ​ຮ່າງ​ກາຍ​ຈະ​ມີ​ທາດ​ຍິ່ງ​ຫຼາຍ​ເທົ່າ​ນັ້ນ​ເພື່ອ​ຕ້ານ​ການ​ເກີດ​ການ​ປ່ຽນ​ແປງ​ທາງ​ເຄ​ມີ​ກັບ​ອັອກ​ຊີ​ແຊນ,​nitrogen monoside​ກໍ​ຍາກ​ທີ່​ຈະ​ຖືກ​ທຳ​ລາຍ.​ນອກ​ນີ້,​ປາ ສຸ​ກູ​ເລັດ​ດຳ ​ເຫຼົ້າ​ແວງ​ແລະ​ນ້ຳ​ໝາກ​ໄມ້​ຕ່າງໆ​ລ້ວນ​ແຕ່​ແມ່ນ​ອາ​ຫານ​ທີ່​ດີ​ຫຼາຍ,​ມີ​ທາດ​ຕ້ານ​ການ​ເກີດ​ການ​ປ່ຽນ​ແປງ​ທາງ​ເຄ​ມີ​ກັບ​ອັອກ​ຊີ​ແຊນ ຫຼາຍ."

ຜົນ​ການ​ຄົ້ນ​ຄວ້າ​ຂອງ​ທ່ານ​ໂລ​ເບີດ ຮູ​ເບີ​ກັບ​ທ່ານ​ຮາດ​ມຸດ ​ແມ​ໂຄ​ໄດ້​ແກ້​ໄຂ​ບັນ​ຫາ​ທີ່​ວ່າ ຍ້ອນ​ຫຍັງ​ໃບ​ໄມ້​ຈຶ່ງ​ເປັນ​ສີຂຽວ​ແລະ​ບົດບາດ​ຂອງ​ສັງ​​ເຄາະ​ແສງ​ແມ່ນ​​ຫຍັງ​ແທ້.​ພວກ​ເພິ່ນ​ໄດ້​ຮັບ​ລາງ​ວັນ​ໂນ​ແບນ​ດ້ານ​ເຄມີ​ສາດ​ໃນ​ປີ​1988​ຍ້ອນ​ໄດ້​ຄົ້ນ​ພົບ​ອົງ​ປະ​ກອບ​ສາມ​ມິ​ຕິ​ຂອງ​ທາດ​ໂບຼ​ຕີນ​ໃນ​ການ​ປ່ຽນ​ແປງ​ຂອງ​ບົດ​ບາດ​ສັງ​ເຄາະ​ແສງ.​ພວກ​ເພິ່ນ​ກ່າວ​ວ່າ,​ການ​ຄົ້ນ​ພົບ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ດ້ານ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢຸກ​ຢາ​ແລະ​ການ​ອະ​ນຸ​ລັກ​ພືດ​ຕ່າງໆ.​ຕົວ​ຢ່າງ​ຄື,​ຢາ​ປະ​ສົມ​ຈຳ​ນວນ​ໜຶ່ງ​ທີ່​ປິ່ນປົວ​ພະ​ຍາດ​ເບົາ​ຫວານທີ່​ຂາຍ​ໃນ​ຕະ​ຫຼາດ​ກໍ​ແມ່ນ​ຄົ້ນ​ຄວ້າ​ຜະ​ລິດ​ຕາມ​ການ​ຄົ້ນ​ພົບ​ຂອງ​ສອງ​ທ່ານ.

ຜູ້​ຮ່ວມ​ຂະ​ແໜງ​ການຂອງ​ຈີນ​ທີ່​ໄດ້​​ຟັງ​ການ​ປາຖະກະຖາ​ຂອງ​ອາຈານ​ໃຫຍ່​ຕ່າງ​ປະ​ເທດ​ກ່າວ​ວ່າ,​ເກືອບ​ສິບ​ກວ່າ​ປີ​ມາ​ນີ້,​ອາ​ຍຸ​ສະ​ເລ່ຍ​ຂອງ​ມະ​ນຸດ​ໄດ້​ຍົກ​ສູງ​ຂຶ້ນ​ຫຼາຍ,​ທັງ​ນີ້​ກໍ່​ມີ​ການ​ພົວ​ພັນ​ອັນ​ສຳ​ຄັນ​ກັບ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ໃນ​ຂົງ​ເຂດ​ຊີ​ວະ​ວິ​ທະ​ຍາ​ຂອງ​ຜູ້​ໄດ້​ລາງ​ວັນ​ໂນ​ແບນ.​ແຕ່​ວ່າ,ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ເສຍ​ດາຍ​ແມ່ນ​ປະ​ຈຸ​ບັນ​ນີ້​ຍັງ​ບໍ່​ມີ​ນັກ​ວິ ທະ​ຍາ​ສາດ​ຈີນ​ຈັກ​ຄົນ​ໄດ້​ລາງ​ວັນ​ນີ້.

​ແຕ່​ວ່າ,ຫຼາຍປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ລົງທຶນ​ຫຼາຍກວ່າ​ເກົ່າ​ໃນ​ດ້ານ​ຊີວະ​ວິທະຍາ​ແລະ​ເຕັກ​ນິກ​ຊີ​ວະ​ຊາດ,​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ.​ທ່ານ​ຈ່າງ​ຢາ​ພີງ ບັນ​ດິດ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ເວົ້າ​ວ່າ,​ຄວາມ​ຫ່າງ​ລະ​ຫວ່າງ​ຈີນ​ກັບ​ຫົວ​ກະ​ທິ​ດ້ານ​ວິ​ທະ​ຍາ​ສາດ​ຂອງ​ສາ​ກົນ​ນັບ​ມື້​ນັບ​​​ໃກ້​ແລ້ວ.​ທ່ານ​ເວົ້າ​ວ່າ:​"ຫຼາຍ​ປີ​ມາ​ນີ້,​ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ຂອງ​ປະ​ເທດ​ຂ້າ​ພະ​ເຈົ້າ​ໃນ​ຂົງ​ເຂດ​ຊີ​ວະ​ວິ​ທະ​ຍາ​ແລະ​ເຕັກ​ນິກ​ຊີ​ວະ​ຊາດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ເມື່ອ​ສັງ​ເກດ​ຈາກ​ປະ​ລິ​ມານ​ລິ​ຂະ​ສິດ​ດ້ານ​ເຕັກ​ນິກ​ຊີ​ວະ​ຊາດ,​ປະ​ລິ​ມານ​ລິ​ຂະ​ສິດ​​ທີ່​ຈີນ​ຮ້ອງ​ຂໍ​ໃນ​ສາກົນ​ໃນ​ປີ​2002​ນັ້ນ​ໄດ້​​ເປັນ​ອັນ​ດັບ​ສອງ​ໃນ​ປະ​ເທດ​ພວມ​ພັດ​ທະ​ນາ ຕ່າງໆ."

ພ້ອມ​ກັນນັ້ນ,ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ກັນ​ລະຫວ່າງ​ວົງ​ການ​ວິ​ທະ​ຍາ​ສາດ​ຈີນ​ກັບ​ໂລກ​ພວມ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.​ປະ​ຈຸ​ບັນ​ນີ້​ຈີນ​ພວມ​ນຳພາ​ການ​ປະ​ຕິ​ບັດ​ແຜນ ການ​ຄົ້ນ​ຄວ້າ​ທາດ​ໂບຼ​ຕີນ​ໃນຕັບ​ຂອງ​ຄົນ.​ນອກ​ນີ້,​ໃນ​ດ້ານ​ພະ​ຍາດ​ຕິດ​ແປດ​ທີ່​ເກີດ​ໃໝ່,​ນັກ​ວິ​ທະ​ຍາ​ສາດ​​ຈີນ​ໄດ້​ວິ​ໄຈ​ກົດ​ເກນ​ວິ​ວັດ​ທະ​ນາ​ການ​ຂອງ​​ໂມ​ເລ​ກຸນ​ເຊື້ອ​ພະ​ຍາດ​ອັກ​ເສບ​ປອດ​ຮຸນ​ແຮງ​ຫຼື​ຊາສ໌,​ເຊິ່ງ​ໄດ້​ສ້າງ​ຫຼັກ​ອ້າງ​ອີງ​ດ້ານ​ວິ​ທະ​ຍາ​ສາດ​ໃຫ້​ການ​ປ້ອງ​ກັນ​ແລະ​ປິ່ນ ປົວ​ພະ​ຍາດ​ນີ້.

ສິ່ງ​ທີ່​ຕ້ອງ​ກ່າວ​ເຖິງ​ແມ່ນ,ຈີນ​ຍັງ​ໄດ້​ເຂົ້າຮ່ວມ​​ແຜນການ​ຄົ້ນຄວ້າຈຸ​ແຊນ​ມະນຸດ​ສາກົນ ​ເຊິ່ງ ຖັດຈາກ​ອາ​ເມ​ລິ​ກາ ອັງກິດ ​ຍີ່​ປຸ່ນ​ແລະ​ເຢຍລະ​ມັນ,​ແລະ​ໄດ້​ສຳ​ເລັດ​ວຽກ​ງານວັດແທກ​ລະ ບຽບການ1%ຂອງ​ຈຸ​ແຊນ​ມະນຸດ.ທັງ​ນີ້​ໝາຍ​ຄວາມ​ວ່າ,ການຄົ້ນຄວ້າ​ຈຸ​ແຊນ​ມະນຸດ​ຂອງ​ຈີນ​ໄດ້​ມີ​ລະ​ດັບ​ເທົ່າ​ທຽມ​ກັບ​ໂລກ​ແລ້ວ.ທ່ານ​ຢູຈຸ່ນ​ທີ່​ຄົ້ນຄວ້າ​ຈຸ​ແຊນ​ມະນຸດ​​ເປັນ​ເວລາ​ຍາວ​ນານ​ບອກ​ນັກ​ຂ່າວ​ວ່າ,​ມີ​ຫຼາຍ​ພະ​ຍາດ​ໄດ້​ພົວພັນ​ກັບ​ແຊນ ຄື ພະຍາດ​ເລືອດ​ດັນ​ສູງ ພະ ຍາດ​ເບົາ​ຫວານ​ແລະ​ມະ​ເຮັງ​ເຕົ້າ​ນົມ​ເປັນ​ຕົ້ນ.​ການ​ທີ່​ເຮັດ​ໃຫ້​ສາມັນ​ຊົນ​ຂອງ​ຈີນ​ສາມາດ​ໃຊ້​ການ​ວັດ​ແທກ​ແຊນ​ມະ​ນຸດ​ມາ​ປ້ອງ​ກັນ​ພະ​ຍາດ​ແມ່ນ​ເປົ້າ​ໝາຍ​ແຫ່ງ​ການ​ຄົ້ນ​ຄວ້າ​ຂອງ​ທ່ານ​ແລະ​ເພື່ອນ​ຮ່ວມ​ງານ.​ທ່ານ​ຢູ​ຈຸ່ນ​ເວົ້າ​ວ່າ:​"​ໃນ​ປີ​1984,​ຖ້າ​ວັດ​ແທກ​ຈຸ​ແຊນ​ຂອງ​ຄົນ​ໜຶ່ງ​ຕ້ອງ​ເສຍ​ເງິນ​3​ຕື້​ໂດ​ລາ,​ຮອດ​ປີ​2004​ເສຍ30​ລ້ານ​ໂດ​ລາ,​​ປີ2006​1ລ້ານ5​ແສນ​ໂດ​ລາ.​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ແມ່ນ​ໃນ​ຫຼາຍ​ປີ​ຂ້າງ​ໜ້າ,​ເຮັດ​ໃຫ້​ການ​ວັດ​ແທກ​ຈຸ​ແຊນ​ຂອງ​ຄົນ​ໜຶ່ງ​ເສຍ​ພຽງແຕ່1000​ໂດ​ລາ."

​ໃນ​ເວລາ​​ໃຫ້ສຳພາດຕໍ່​ນັກ​ຂ່າວ,ທ່ານ​ໂລ​ເບີດ ຮູ​ເບີ ຜູ້​ໄດ້​ລາງວັນ​ໂນ​ແບນ​ຂອງ​ເຢຍ​ລະ​ມັນ​ເວົ້າ​ວ່າ,​ທ່ານ​ໄດ້​ເຫັນຄວາມ​ຄືບ​ໜ້າ​ຂອງ​ຈີນ​ໃນ​ຂົງ​ເຂດ​ຊີ​ວະ​ວິ​ທະ​ຍາ​ໃນ​ຫຼາຍ​ປີ​ມາ​ນີ້,​ແລະ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ຄືບ​ໜ້າ​​ເຫຼົ່າ​ນີ້.​ທ່ານ​​ເວົ້າ​ວ່າ:​"​ໃນ​​ໄລ​ຍະ​ຍາວ​ນານ​​ມາ​ນີ້,​ຊີ​ວະ​ວິທະຍາ​ແລະ​ເຕັກ​ນິກ​ຊີ​ວະ​ຊາດ​ຂອງ​ຈີນ​ຢູ່​ລະດັບ​ທີ່​ອ່າວ​ອ່ອນ​ແອ,​ຕ້ອງ​ຮ່ຳ​ຮຽນ​​ເຕັກ​ນິກ​ນຳ​ປະ​ເທດ​ອື່ນ.​ແຕ່​ໄລ​ຍະ​ນັ້ນ​ໄດ້​ຜ່ານ​ໄປ​ແລ້ວ,​ໃນ​ຫ້າ​ປີ​ມາ​ນີ້,​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ຊີ​ວະ​ວິ​ທະ​ຍາ.​ປະ​ຈຸ​ບັນ​ນີ້,​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ຈີນ​ໄດ້​ເລີ່ມ​ການ​ຄົ້ນ​ຄວ້າ​ທີ່​ຢືນ​ຢູ່​ແນວ​ໜ້າ​ທີ່​ສຸດ."

ມີ​ນັກວິທະຍາສາດ​ຈີນ​ແລະ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ຍັງ​ຄາດ​ຄະ​ເນ​ວ່າ,​ໃນ15​ຫາ20​ປີ​ຂ້າງ​ໜ້າ,ຈີນ​ຈະ​ກ້າວ​ເຂົ້າສູ່ຖັນ​ແຖ​ວຂອງ​ປະ​ເທດ​ທີ່ເຂັ້ມ​ແຂງ​ດ້ານ​ເຕັກນິກ​ຊີວະ​ຊາດ​ຂອງ​ໂລກ.

ຜູ້​ຊ່ຽວຊານ​​ໃນ​ຂົງ​ເຂດ​ຊີວະ​ວິທະຍາ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ໄດ້​ສົ່ງ​ສັນຍານ​ອັນ​ສຳ​ຄັນ​ຂໍ້​ໜຶ່ງ​ໃນ​ເວ​ທີ​ປາ​ໄສ​ຄັ້ງ​ນີ້,​ນັ້ນ​ກໍ​ຄື ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທັງ​ຫຼາຍ​ໃນ​ຂົງ​ເຂດ​ຊີ​ວະ​ວິ​ທະ​ຍາ​ພວມ​ຄົ້ນ​ຄວ້າ​ວິ​ທີ​​ປິ່ນ​ປົວ​ພະ​ຍາດ​ທີ່​ປົວ​ເຊົາ​ຍາກ​ຕ່າງໆ ຄື ພະ​ຍາດ​ເສັ້ນ​ເລືອດ​ຫົວ​ໃຈ ພະ​ຍາດ​ເບົາ​ຫວານ​ແລະ​ພະ​ຍາດ​ຊາສ໌​​ເປັນ​ຕົ້ນ.​ພວກ​ເຮົາ​ເຊື່ອ​ໄດ້​ວ່າ,​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຂອງ​ເຕັກ​ນິກ​ວິ​ທະ​ຍາ​ສາດ,​ມະ​ນຸດ​ເຮົາ​ຈະ​ນັບ​ມື້​ນັບ​ສຸ​ຂະ​ພາບ​ແຂງ​ແຮງ​ກວ່າ​ເກົ່າ.